ວັນທີ 22 ກໍລະກົດ, ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ມີການກະທຳໂດຍດ່ວນເພື່ອສະກັດກັ້ນກັບຄືນການແຜ່ລະບາດຂອງໄວຣັດ ຊີຄຸນກຸນຢາ (Chikungunya) ເມື່ອເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດອາຟຣິກາ ຢູ່ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.

ອົງການອະນາໄມໂລກໃຫ້ຮູ້ວ່າ ປັດຈຸບັນ ຄາດວ່າມີ 5.9 ຕື້ ຄົນຢູ່ 119 ປະເທດ ມີຄວາມສ່ຽງຕິດໄວຣັດດັ່ງກ່າວ, ອາດຈະມີອາການເປັນໄຂ້ສູງ, ປວດຂໍ້ ແລະ ພິການແກ່ຍາວ. ພະຍາດລະບາດເມື່ອປີ 2004 -2005 ຂອງໄວຣັດດັ່ງກ່າວ ໄດ້ສົ່ງຜົນກະທົບເຖິງປະຊາຊົນເກືອບເຄິ່ງລ້ານຄົນ, ສ່ວນໃຫຍ່ແມ່ນຢູ່ບັນດາເຂດເກາະນ້ອຍ ກ່ອນທີ່ແຜ່ລາມອອກສູ່ທົ່ວໂລກ.
ການແຜ່ລະບາດຂອງໄວຣັດ Chikungunya ໄດ້ເລີ່ມເກີດຂຶ້ນແຕ່ຕົ້ນປີ 2025 ດ້ວຍບັນດາບັ້ນແຜ່ລະບາດຄັ້ງໃຫຍ່ຢູ່ປະເທດອາຟຣິກາ, ຢູ່ມະຫາສະໝຸດອິນເດຍ. ຫຼັງຈາກນັ້ນ ໄດ້ແຜ່ລາມອອກສູ່ບັນດາປະເທດ ອາຟຣິກາ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້. ສ່ວນບັນດາປະເທດ ເອີຣົບ ກໍໄດ້ປະກົດມີກໍລະນີຕິດເຊື້ອພະຍາດຈາກພາຍນອກເຂົ້າທະວີບນີ້.
ໄວຣັດ Chikungunya ເປັນພະຍາດທີ່ມີຍຸງເປັນຫາຫະ ເມື່ອຕິດເຊື້ອຈະມີອາການຄ້າຍຄືໄຂ້ເລືອດອອກ ແລະ ພະຍາດຊິກາ ແຕ່ມີອາການທີ່ແຕກຕ່າງອອກໄປ.