ຜ່ານຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ ປີ 2026 – 2030

25 Jul 2025

ຄລິກແຊຣ໌ 0 Facebook WhatsApp

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ຜ່ານຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ ( 2026-2030 ) ຂຶ້ນໃນຕອນບ່າຍ ວັນທີ 21 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ພ້ອມກັນນັ້ນ, ຍັງໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ Prof. Young sop Joo ແລະ ທ່ານ Dr. Jeong Hyop Lee ຜູ້ຊ່ຽວຊານຈາກສາທາລະນະລັດເກົາຫຼີ. ພ້ອມດ້ວຍທ່ານຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວ ໜ້າສະຖາບັນ, ຮອງກົມ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມ ມີຂຶ້ນເພື່ອປຶກສາຫາລືຕໍ່ຮ່າງເນື້ອໃນແຜນພັດທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2026-2030) ຄັ້ງທີ 2 ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ມີ ຄວາມຄົບຖ້ວນສົມບູນ, ແລະ ສອດຄ່ອງກັບສະພາບການປ່ຽນແປງຢ່າງວ່ອງໄວຂອງພາກພື້ນ ແລະ ສາກົນ, ພ້ອມທັງ ຜັນຂະຫຍາຍຕາມຮ່າງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10.


ໃນກອງປະຊຸມໄດ້ຮັບຟັງບົດລາຍງາຍຫຍໍ້ການຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 05 ປີ ຜ່ານມາ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ຈາກຄະນະຮັບຜິດຊອບໃນການປັບປຸງແຜນ ແລະ ບົດຮຽນຈາກຊ່ຽວຊານຈາກສາທາລະນະລັດເກົາຫຼີ, ໂດຍໄດ້ຕີລາຄາສະພາບການພັດທະນາວຽກງານ ຂະແໜງອຸດສາຫະກໍາ ແລະ ການຄ້າ, ເຊິ່ງເປັນຂະແໜງການໜຶ່ງທີ່ມີບົດບາດສໍາຄັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 05 ປິ ຄັ້ງທີ IX ຂອງຊາດ, ຕາມຄໍາຂວັນ ທີ່ວ່າ: “ຍົກສູງຄວາມສາມາດນໍາພາຂອງພັກ ໃນການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໃຫ້ທັນສະໄໝ, ກ້າວສູ່ເສດຖະກິດດີຈິຕອນ, ສີຂຽວ ແລະ ຍືນຍົງ” ໃຫ້ມີຜົນສໍາເລັດຫລາຍດ້ານ. ຄຽງຄູ່ກັນກັບຜົນສຳເລັດ ຍັງໄດ້ຍົກໃຫ້ເຫັນ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທິດທາງລວມ, ເປົ້າໝາຍ ແລະ ຄາດໝາຍການພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ໃນ 5 ປີ ຕໍ່ໜ້າ.


ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍການຮ່ວມມື ແລະ ມີການແລກປ່ຽນຄຳຄີດຄຳເຫັນ ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ ຈະຖືກນຳໄປສັງລວມ ແລະ ປັບປຸງເຂົ້າໃນຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2026-2030) ໃຫ້ມີຄວາມສົມບູນ, ມີຄວາມຊັດເຈນ, ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນໃນພາກປະຕິບັດຕົວຈິງ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ, ມີ ຄວາມຍືນຍົງ, ແລະ ມີຄວາມສາມາດໃນການແຂ່ງຂັນໃນເວທີສາກົນ.
[ ພາບ-ຂ່າວ: ສົມສະນຸກ ]

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ