ໂຄງການກໍ່ສ້າງໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ກຳລັງຕິດຕັ້ງ 1,000 MW ຄືບໜ້າ 45% ຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການໃນທ້າຍປີ 2025 ນີ້.
ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຢາມກວດກາ ຄວາມຄືບໜ້າໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ເມື່ອອາທິດຜ່ານມາ
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດ ຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ເນື້ອທີ່ 2,090 ກວ່າເຮັກຕາ, ມີ 1,009 ຕອນ ໃນນັ້ນ ດິນລວມບ້ານ ມີ 53 ຕອນ, ເນື້ອທີ່ 67 ກວ່າເຮັກຕາ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ ມີ 956 ຕອນ, ເນື້ອທີ່ 2,022 ກວ່າເຮັກຕາ. ມີວິຊາການ ແລະ ແຮງງານ ປະມານ 800 ຄົນ.
ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1,000 MW, ຜະລິດພະລັງງານໄຟຟ້າ ສະເລ່ຍ 1,700 ກິກາວັດໂມງ/ປີ, ເຊັນສັນຍາ ສຳປະທານ ໃນວັນທີ 12 ກັນຍາ 2024.
ມາຮອດປັດຈຸບັນ ຄວາມຄືບໜ້າໃນການກໍ່ສ້າງໂຄງການໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ກຳລັງຕິດຕັ້ງ 1,000 MW ໂດຍລວມແມ່ນສໍາເລັດ 45%.
ໃນນີ້ ແຜງໂຊລ່າເຊວຕິດຕັ້ງສຳເລັດ 6.57% ເທົ່າກັບ 85.41 MW, ສຳລັບການເທຄອນກີດຂອງຖານເສົາສາຍສົ່ງສຳເລັດ 24 ເສົາ ສະເລ່ຍ 41.38%, ສຳລັບເສົາສາຍສົ່ງທີ່ຕິດຕັ້ງສຳເລັດແລ້ວແມ່ນມີ 45 ເສົາສະເລ່ຍ 7.76% ແລະ ອື່ນໆ, ຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການໃນທ້າຍປີ 2025 ນີ້.