ເສັ້ນທາງລົດໄຟ ລາວ – ຈີນ ຊ່ວຍຍູ້ໜູນຂະແໜງການຄ້າ ແລະ ບໍລິການໃຫ້ເຕີບໃຫຍ່

25 Jul 2025

ຄລິກແຊຣ໌ 0 Facebook WhatsApp

ລົດໄຟລາວ – ຈີນ ປຽບດັ່ງສາຍເລືອດເສັ້ນໃໝ່ຂອງປະເທດເຮົາ ເປັນໂຄງການສໍາຄັນທີ່ສ້າງຄວາມເປັນໄປໄດ້ໃໝ່ໃຫ້ແກ່ປະເທດລາວໃນດ້ານເສດຖະກິດ ແລະ ການຄ້າ. ມັນເປັນຂົວເຊື່ອມຕໍ່ທາງເສດຖະກິດທີ່ເຊື່ອມໂຍງລາວເຂົ້າກັບຈີນ ແລະ ຕະຫຼາດໃນຂົງເຂດ ແລະ ສາກົນ.


ປະໂຫຍດທີ່ເຫັນຊັດເຈນແມ່ນການຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ, ເຮັດໃຫ້ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງລາວສະດວກ ແລະ ໄວຂຶ້ນ. ການທ່ອງທ່ຽວກໍໄດ້ຮັບຜົນດີເຊັ່ນດຽວກັນ ເນື່ອງຈາກລົດໄຟເປັນທາງເລືອກໃໝ່ໃນການເດີນທາງທີ່ປອດໄພ ແລະ ສະດວກສະບາຍ. ຍິ່ງໄປກວ່ານັ້ນ, ຍັງສ້າງໂອກາດການຈ້າງງານ ແລະ ພັດທະນາໂຄງລ່າງພື້ນຖານ, ຄວາມກ້າວໜ້າຂອງສັງຄົມຕະຫຼອດຕາມແລວເສັ້ນທາງ. ຫຼື ເຮົາຈະເວົ້າສັ້ນໆວ່າ ເສັ້ນທາງລົດໄຟລາວ-ຈີນ ແມ່ນປະຕິວັດໃໝ່ທາງເສດຖະກິດ ແລະ ການຄ້າ ຂອງປະເທດລາວ ທີ່ຈະນຳພາປະເທດໄປສູ່ການເຕີບໂຕຢ່າງຍືນຍົງ.
ຂະແຫນງການທີ່ພົ້ນເດັ່ນສະແດງອອກຄື “ ປີ 2024 ມີນັກທ່ອງທ່ຽວຕ່າງປະເທດຢ້ຽມຢາມ ລາວ 4 ລ້ານກວ່າຄົນ ເພີ່ມຂຶ້ນ 21% ກະຈາຍລາຍຮັບໄດ້ 1 ຕື້ກວ່າໂດລາ. ສະເພາະ 3 ເດືອນຕົ້ນປີ 2025 ນີ້ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າຄົນ ເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີ 2024 ແລະ ຄາດວ່າຈໍານວນສະເລ່ຍຂອງນັກທ່ອງທ່ຽວຕ່າງປະເທດຈະເຂົ້າຢ້ຽມຢາມລາວໝົດປີ 2025 ຈະມີເຖິງ 5 ລ້ານກວ່າຄົນ”


ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ວັດທະນະທຳ ແລະການທ່ອງທ່ຽວ ກ່າວວ່າ: ນັບແຕ່ເປີດປະເທດຫລັງໂຄວິດ ໄດ້ມີການໂຄສະນາຫຼາຍຮູບຫຼາຍແບບເພື່ອສົ່ງເສີມການທ່ອງທ່ຽວ, ປະກອບກັບທ່າແຮງ ແຫຼ່ງທ່ອງທ່ຽວທີ່ເປັນມໍລະດົກໂລກຫຼາຍແຫ່ງ, ເສັ້ນທາງລົດໄຟລາວ-ຈີນເປັນສິ່ງເອື້ອອໍານວຍ ຄວາມສະດວກສະບາຍ, ການຍົກເວັ້ນວີຊາໃຫ້ຫຼາຍປະເທດ, ເອົາໃຈໃສ່ຮ່ວມມືກັບປະເພື່ອ ມິດ ແລະ ວົງຄະນະຍາດສາກົນຢ່າງໃກ້ຊິດ ເຊິ່ງສາມາດເຮັດໃຫ້ຂະແໜງການທ່ອງທ່ຽວ ຂະຫຍາຍຕົວຢ່າງໝັ້ນທ່ຽງ.
ໃນປີ 2024 ລັດໄດ້ມີນະໂຍບາຍຍົກເວັ້ນວີຊາໃຫ້ບາງປະເທດກຸ່ມເປົ້າໝາຍໄລຍະປີທ່ອງທ່ຽວລາວ (ເລີ່ມແຕ່ກໍລະກົດ-ທັນວາ) ເຫັນວ່ານັກທ່ອງທ່ຽວຈີນແມ່ນໄດ້ຮັບຜົນເກີນຄາດໝາຍ ໃນນັ້ນສະເພາະນັກ ທ່ອງທ່ຽວຊາວຈີນເຂົ້າມາຢ້ຽມຢາມລາວເຖິງ 1,048,034 ຄົນ ເພີ່ມຂຶ້ນ 63%.


ໃນຂະທີ່ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນ ນະຄອນຫຼວງພະບາງລາຍງານວ່າ: 6 ເດືອນຕົ້ນປີ 2025 ການຈັດຕັ້ງປະຕິບັດ ຄຸ້ມຄອງການຈັດເກັບລາຍ ຮັບ ຢູ່ນະຄອນຫຼວງພະບາງບັນລຸ1.2 ຕື້ກວ່າກີບ ເທົ່າກັບ 61.79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນມາຈາກຂະແໜງການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ ເຊິ່ງສາເຫດອັນຫຼັກໆເປັນຜົນມາຈາກແຮງຍູ້ໜູນ ຈາກເສັ້ນທາງລົດໄຟລາວ-ຈີນ, ບວກກັບການຮັກສາໄດ້ຄວາມເປັນເອກະລັກເມືອງມໍລະດົກ ໂລກຫຼວງພະບາງໄດ້ເຮັດໃຫ້ “ ແຂກຄົນຈາກທຸກມຸມໂລກ ເດີນທາງໄປມາຄົ້ນຫາມົນ ສະເໝ່ຂອງຫຼວງພະບາງ.
ນັບແຕ່ທາງລົດໄຟລາວ-ຈີນ ເປີດດຳເນີນງານເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ເຕີບໂຕຢ່າງແຂງແຮງ, ສະເພາະປີ 2025 ມາຮອດວັນທີ 28 ມິຖຸນາ ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸເຖິງ 3 ລ້ານໂຕນ ເພີ່ມຂຶ້ນ 8.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກາຍເປັນຊ່ອງທາງຂົນສົ່ງຫຼັກທີ່ມີປະສິດທິພາບໃນການສົ່ງອອກສິນຄ້າຂອງລາວ ແລະ ປະເທດອ້ອມຂ້າງ.


ສິນຄ້າຕົ້ນຕໍທີ່ລາວສົ່ງອອກໄປຈີນ ມີສິນຄ້າປະເພດໝາກໄມ້, ມັນຕົ້ນ, ຢາງພາລາ, ແຮ່ທາດ ແລະ ອື່ນໆ. ສິນຄ້າທີ່ມາຈາກປະເທດອ້ອມຂ້າງທີ່ສົ່ງອອກໄປ ສປ ຈີນ ແລະ ປະເທດອື່ນໆຜ່ານທາງລົດໄຟລາວ-ຈີນ ຫຼັກໆແມ່ນໝາກໄມ້ເຂດຮ້ອນ.
ປະເພດສິນຄ້າທີ່ຂົນສົ່ງຜ່ານທາງລົດໄຟລາວ – ຈີນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກເບື້ອງຕົ້ນພຽງ 10 ກວ່າຊະນິດມາເປັນ 3,000 ກວ່າຊະນິດໃນປັດຈຸບັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ