ການແຂ່ງຂັນກິລາບານເຕະຊາຍ ແລະ ກິລາດຶງເຊືອກປະສົມ ຍິງ 7 ຄົນ ແລະ ຊາຍ 3 ເພື່ອສ້າງໂອກາດໃຫ້ບັນດາພະນັກງານ, ຄູ-ອາຈານ ແລະ ບັນດາສຳມະນາກອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ໃນຂົງເຂດຂະແໜງການເງິນ ອ້ອມຂ້າງ ນະຄອນຫຼວງວຽງຈັນ ຄັ້ງນີ້ ຈັດຂຶ້ນ ໃນວັນທີ 18 ກໍລະກົດ 2025 ທີ່ເດີ່ນບານຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ທ່ານ ປທ ພວນສະຫວັດ ອອນລັດບຸນມີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາພະນັກງານ ຄູ-ອາຈານ ແລະ ບັນດາສຳມະນາກອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ເຂົ້າຮ່ວມຢ່າງເບີກບານ ແລະ ມ່ວນຊື່ນ.
ໃນກິດຈະກຳກໍມີການແຂ່ງຂັນກິລາບານເຕະຊາຍ ຜົນປະກົດວ່າ: ພະນັກງານ ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄລ່ເອົາຊະນະ ສຳມະນາກອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ໄປແບບສຸດມ່ວນ 7-4 ປະຕູ ສ່ວນຜົນແຂ່ງຂັນກິລາດຶງເຊືອກ ກໍເປັນຝ່າຍ ສຳມະນາກອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ບຽດເອົາຊະນະ ພະນັກງານ ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ 2-1.