“ ອົດທົນ ແລະ ຢ່າເຮັດວຽກໜ້າດຽວ ” ຂໍ້ຄິດສູ່ຄວາມສໍາເລັດ ຈາກພໍ່ຄ້າຂາຍເຂົ້າປຸ້ນສູ່ເຈົ້າຂອງທຸລະກິດໂຮງແຮມ

22 Jul 2025

ຄລິກແຊຣ໌ 0 Facebook WhatsApp

ທຸກຄົນເກີດມາລ້ວນມີພື້ນຖານຊີວິດທີ່ແຕກຕ່າງກັນ ແລະ ບໍ່ມີໃຜຮູ້ວ່າອະນາຄົດຂອງຕົນເອງຈະເປັນແນວໃດ, ແຕ່ສິ່ງສໍາຄັນເຖິງແມ່ນວ່າເຮົາເລືອກເກີດບໍ່ໄດ້ ແຕ່ເຮົາສາມາດເລືອກທີ່ຈະເປັນ ເລືອກທີ່ຈະປະສົບຄວາມສໍາເລັດໄດ້ ພຽງທ່ານມີຄວາມມານະອົດທົນ, ບໍ່ທໍ້ຖອຍ, ມີໃຈສູ້, ຝ່າຟັນທຸກອຸປະສັກທີ່ເຂົ້າມາ ແລ້ວທ່ານຈະໄປຮອດເປົ້າໝາຍໄດ້ ດັ່ງທ່ານ ປະກາສິດ ຈັນທະປັນຍາ ຜູ້ທີ່ເລີ່ມຕົ້ນລົງມືເຮັດທຸລະກິດຈາກອາຊີບທໍາມະດາ ພຽງຂາຍເຂົ້າປຸ້ນແຄມທາງ ສູ້ສຸດຊີວິດຈົນກາຍເປັນເຈົ້າຂອງໂຮງແຮມຊື່ດັງ.

 ທ່ານ ປະກາສິດ ຈັນທະປັນຍາ ເຈົ້າຂອງໂຮງແຮມຈັນທະປັນຍາ ທັງເປັນປະທານສະມາຄົມໂຮງ ແຮມ ແລະ ຮ້ານອາຫານລາວ ໄດ້ເຜີຍກ່ຽວກັບຊີວິດສ່ວນຕົວ ແລະ ການດໍາເນີນທຸລະກິດຂອງຕົນ ແກ່ທີມຂ່າວໜັງສືພິມເສດຖະກິດ-ການຄ້າວ່າ: ຕົນເອງຮຽນຈົບວິຊາຊີບ ສາຍສາຂາອິເລັກໂຕຣ ເຊິ່ງຫຼັງຮຽນຈົບ ກໍ່ຖືກຊັບຊ້ອນໄປເປັນພະນັກງານສາຍຮູບເງົາ ແລະ ນີ້ກໍ່ເປັນຈຸດເລີ່ມຕົ້ນຂອງຄວາມຄິດໃນການກ້າວມາເປັນນັກທຸລະກິດ ແທນທີ່ຈະເປັນພະນັກງານຫ້ອງການກິນເງິນເດືອນທົ່ວໄປ ບວກກັບຄໍາເວົ້າຈາກພີ່ ນ້ອງທີ່ເຮັດໃຫ້ຕ້ອງຄິດຄືນເລືອກທາງເດີນຊີວິດຂອງໂຕເອງໃໝ່ວ່າຈະເປັນພະນັກງານລັດນັ່ງຫ້ອງການ ຫຼື ອອກມາເປັນພໍ່ຄ້າ ຫາເງິນມື້ ແຕ່ທັງນີ້ທັງນັ້ນກໍ່ຍັງມີຂໍ້ຈໍາກັດບາງຢ່າງທີ່ເຮັດໃຫ້ຕ້ອງໜັກໃຈ ເນື່ອງຈາກຕົນເອງສ້າງຄອບຄົວ ມີລູກແລ້ວ ດັ່ງນັ້ນ ການຈະອອກມາເປັນພໍ່ຄ້າ ຫຼື ເຮັດທຸລະກິດສ່ວນຕົວມັນກໍບໍ່ແມ່ນເລື່ອງງ່າຍ.

ຫຼັງຈາກຕັດສິນໃຈ ທ່ານ ປະກາສິດ ເລີ່ມເຮັດທຸລະກິດທໍາອິດຂອງຕົນເອງ ໃນປີ 1984 ດ້ວຍການຂາຍເຂົ້າປຸ້ນນໍ້າແຈ່ວຢູ່ແຄມທາງ ຮ່ວມກັບເມຍ, ເຊິ່ງຊີວິດປະຈໍາວັນຂອງເພິ່ນໃນຕອນນັ້ນ ກໍຄືການຕົ້ມນ້ຳເຂົ້າປຸ້ນອອກໄປເພື່ອໃຫ້ເມຍຂາຍຢູ່ແຄມທາງ ສ່ວນຕົນເອງກໍໄດ້ກັບເຂົ້າໄປເບິ່ງລູກ ແລະ ມ້ຽນເຮືອນຖ້າເມຍຂາຍເຂົ້າປຸ້ນແລ້ວ ເພື່ອຈະໄດ້ກັບເຂົ້າມາກິນເຂົ້າທ່ຽງຮ່ວມກັນ. ທັງນີ້ ວັດຖຸດິບຫຼັກໃນການຂາຍເຂົ້າປຸ້ນຂອງເພິ່ນໃນຕອນນັ້ນແມ່ນປາແດກ ເຊິ່ງຫຼັງລົງມືຂາຍເຂົ້າປຸ້ນໄປ 1 ເດືອນ ກໍບໍ່ມີຫຍັງເພີ່ມຂຶ້ນມາ ເງິນທຸກກີບທີ່ລົງທຶນໄປ ຍັງຄືເກົ່າ ບໍ່ເຫັນກໍາໄລ ໄດ້ພຽງທຶນຄືນເທົ່ານັ້ນ, ທ່ານຈຶ່ງຕັດສິນໃຈຢຸດເຊົາ ແລະ ຫາປ່ຽນອາຊີບໃໝ່.

ທ່ານ ປະກາສິດ ຈັນທະປັນຍາ ເຜີຍອີກວ່າ: ຫຼັງຢຸດເຊົາການຂາຍເຂົ້າປຸ້ນ ກໍ່ປ່ຽນອາຊີບໃໝ່ມາເລື້ອຍໆທັງເປັນພະນັກງານແລ່ນຊິບປິ້ງຢູ່ຊາຍແດນແຫ່ງໜຶ່ງ, ເປັນພະນັກງານຢູ່ຮ້ານຄ້າແຫ່ງໜຶ່ງ ເຊິ່ງຈຸດນີ້ເຮັດໃຫ້ຫາເງິນໄດ້ກ້ອນໃຫຍ່ ຈາກທີ່ອົດຢາກ ບໍ່ເຄີຍກິນຂອງແຊບ ກໍ່ໄດ້ຂອງກິນດີໆມາຮອດທ້ອງ, ພ້ອມສ້າງກໍາລັງໃຈໃຫ້ຕົນ ແລະ ເມຍໃນການຫາເງິນສູ້ຊີວິດຕໍ່. ຫຼັງຈາກນັ້ນ ຕົກມາໃນປີ 1985 ກໍໄດ້ ປ່ຽນໄປຂາຍຄຳຢູ່ຕະຫຼາດເຊົ້າ ເຊິ່ງເປັນຮ້ານຂອງພໍ່ເຖົ້າ ໂດຍມີໜ້າທີ່ໄປເຝົ້າຮ້ານ ໄປຂາຍຄໍາໃຫ້ເພິ່ນ ໃນຊ່ວງທີ່ເປັນພໍ່ຄ້າຂາຍຄຳນັ້ນ ເນື່ອງດ້ວຍບໍ່ມີບົດຮຽນ ແລະ ປະສົບການໃນການຂາຍຄຳ ຈຶ່ງເຮັດໃຫ້ຕົນເອງຖືກຕົ້ມ, ຖືກຕົວະຫຼາຍຮູບແບບ ພາຍຫຼັງທີ່ໄດ້ເຮັດທຸລະກິດກ່ຽວກັບຮ້ານຄຳ ກໍ່ເຫັນຊ່ອງທາງໃໝ່ກ່ຽວກັບການເຮັດທຸລະກິດໂຮງແຮມ ແຕ່ໃນຄວາມຄິດທຳອິດແມ່ນຢາກເຮັດພຽງແຕ່ເຮືອນພັກ ເພາະດ້ວຍການສອບຖາມຈາກພີ່ນ້ອງທີ່ໄດ້ເຮັດເຮືອນພັກມາກ່ອນໜ້ານີ້ ເຫັນວ່າມີແຂກເຂົ້າໃຊ້ບໍລິການດີ ກໍເລີຍໄດ້ມີຄວາມຄິດທີ່ຈະເລີ່ມເຮັດໃນຊ່ວງປີ 1997-1998. ຕົກມາຊ່ວງປີ 2000 ເລີ່ມມີນັກທ່ອງທ່ຽວເຂົ້າມາ ເຮັດໃຫ້ຕົນເອງໄດ້ເຮັດທີ່ພັກເປັນ Guesthouse, ຈົນມາຮອດປີ 2002-2003 ກໍໄດ້ຮັບອະນຸຍາດປ່ຽນເປັນໂຮງແຮມ ຈັນທະປັນຍາ ທີ່ຮູ້ຈັກກັນໃນປັດຈຸບັນ ໂດຍໂຮງແຮມດັ່ງກ່າວນີ້ ແມ່ນໄດ້ສ້າງຕັ້ງ ແລະ ສຳເລັດໃນປີ 2006.

ທ່ານ ປະກາສິດ ຈັນທະປັນຍາ ຍັງບອກອີກວ່າ: ກ່ອນຈະມາເຖິງຈຸດນີ້ໄດ້ບໍ່ແມ່ນເລື່ອງງ່າຍ ໄດ້ລົ້ມລຸກຄຸກຄານ ຜ່ານຄວາມທຸກຍາກຫຼາຍໆຢ່າງກ່ອນຈະເຮັດໃຫ້ຕົນເອງມີຖານະຂຶ້ນມາ ນອກຈາກນີ້ ທ່ານຍັງໄດ້ຜ່ານເລື່ອງລາວຕ່າງໆ ບໍ່ວ່າຈະກິນເຝີຖ້ວຍດຽວກັນກັບເມຍ ຫຼື ໝູ່ເພື່ອນທີ່ເວົ້າໃຫ້ວ່າບໍ່ຮັກໝູ່ ແຕ່ໃນຄວາມເປັນຈິງແລ້ວ ທ່ານຕັ້ງໃຈໃນການສ້າງຕົນເອງໃຫ້ມີ ຈຶ່ງເຮັດໃຫ້ ທ່ານ ປະກາສິດ ຍອມທີ່ຈະຕັດທາງໂລກ ແລະ ຕັ້ງໃຈຫາເງິນເພື່ອໃຫ້ຄອບຄົວມີຢູ່ມີກິນ.

ນອກຈາກນີ້ ທ່ານ ປະກາສິດ ຈັນທະບັນຍາ ກໍໄດ້ຝາກບອກກັບທຸກຄົນທີ່ໄດ້ອ່ານບົດນີ້ວ່າ: ທຸກບັນຫາມີທາງແກ້ ແລະ ກໍມີທາງອອກ ພຽງແຕ່ທ່ານຄ່ອຍໆແກ້ບັນຫາ ເພາະບັນຫາມັນບໍ່ສາມາດແກ້ມື້ນີ້ ມື້ອື່ນໄດ້ ທຸກຢ່າງລ້ວນແຕ່ໃຊ້ເວລາ ເຊັ່ນດຽວກັບຂ້າພະເຈົ້າເອງກໍ່ໄດ້ໃຊ້ເວລາກ່ອນທີ່ຈະມາເຖິງຈຸດນີ້ໄດ້ ບໍ່ແມ່ນເລື່ອງງ່າຍ ພະຍາຍາມສູ້ສຸດຊີວິດ ຍຶດເອົາ “ອ” ອົດທົນ ແລະ ຖືຄະຕິ “ເກົ້າອົດ ເກົ້າເຍື້ອນ ຫາກຊິໄດ້ທ່ອນຄຳ” ມາສະເໝີ. ພ້ອມນີ້, ການປະຢັດກໍເປັນສິ່ງໜຶ່ງທີ່ທຸກຄົນຄວນປະຕິບັດ ແລະ ອີກສິ່ງໜຶ່ງທີ່ທ່ານຕ້ອງການບອກກໍຄື ການທີ່ເຮົາເຮັດວຽກ ບໍ່ຄວນເຮັດວຽກໜ້າດຽວ ແຕ່ຕ້ອງມີວຽກອື່ນທີ່ສຳຮອງໄວ້ ເມື່ອເວລາມີບັນຫາ ກໍຈະໄດ້ມີອັນໜຶ່ງຄ້ຳຈູນເຮົາໄດ້ ເຊັ່ນກັບໄມ້ຄ້ຳກ້ວຍ ກ້ວຍຄ້ຳໄມ້.

ໂດຍ: ສຸພາລັກ, ເອຢິບ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ