ສຳພາດທຳອິດຂອງພວກເຮົາ ໄດ້ຮັບໂອກາດ ໂອ້ລົມສົນທະນາ ກັບທ່ານ ອຸເດດ ສຸວັນນະວົງ ຜູ້ທີ່ຜ່ານຖະໜົນທຸລະກິດມາກວ່າ 30 ປີ ພົບພໍ້ທັງຄວາມສຳເລັດ ແລະ ຄວາມຫຼົ່ມແຫຼວ ແຕ່ແມ່ນຫຍັງຄືແຮງຊຸກດັນໃຫ້ກ້າວໄປຕໍ່ຢ່າງເຂັ້ມແຂງ ແລະ ປະສົບຜົນສຳເລັດ ກ້າວຂຶ້ນເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມື້ນີ້ເຮົາມາໄຂຄຳຕອບດັ່ງກ່າວນັ້ນຮ່ວມກັນ.
ທ່ານ ອຸເດດ ສຸວັນນະວົງ ຮຽນຈົບວິຊາເລກ-ວັດຖຸ ທີ່ໃນເມື່ອກ່ອນເປັນໂຮງຮຽນສ້າງຄູ ແລະ ປັດຈຸບັນແມ່ນມະຫາວິທະຍາໄລແຫ່ງຊາດ, ຫຼັງຈາກຮຽນຈົບກໍເຂົ້າເຮັດວຽກສັງກັດລັດ ຕໍ່ມາກໍໄດ້ໄປເຮັດວຽກຢູ່ລັດວິສາຫະກິດປ່າໄມ້ເລກ1 ຂອງກະຊວງອຸດສາຫະກຳ ແລະ ປ່າໄມ້, ຈາກນັ້ນກໍຍ້າຍໄປເປັນຜູ້ອຳນວຍການຂຸດຄົ້ນ ແລະ ປຸງແຕ່ງໄມ້ ຢູ່ແຂວງບໍລິຄຳໄຊ ເຊິ່ງປະສົບການກ່ຽວກັບການເຮັດທຸລະກິດສ່ວນຫຼາຍແມ່ນໄດ້ຈາກການເຮັດວຽກນຳລັດວິສາຫະກິດ ເນື່ອງຈາກເປັນວິສາຫະກິດທີ່ມີຫຼາຍຂະແໜງການຢູ່ຮ່ວມກັນ.
ຕົກມາຮອດປີ 1991 ໄດ້ອອກມາສ້າງເສດຖະກິດຄອບຄົວ ໂດຍເລີ່ມຈາກການເຮັດທຸລະກິດກ່ຽວກັບໂຮງແຮມ ເຊິ່ງເບື້ອງຕົ້ນມີຊື່ວ່າໂຮງແຮມມີໄຊ ຕໍ່ມາປ່ຽນເປັນໂຮງແຮມເວດເຕີນ ວຽງຈັນເທົ່າປັດຈຸບັນ.
ເຫດຜົນທີ່ທ່ານອຸເດດ ສຸວັນນະວົງ ຕັດສິນໃຈເລີ່ມລົງທຶນເຮັດໂຮງແຮມ ກໍ່ຍ້ອນທາງຄອບຄົວມີອະສັງຫາປະໄວ້ ກໍເລີຍຊອກທຶນທອນມາສ້າງເປັນໂຮງແຮມ.ໃນໄລຍະເຮັດທຸລະກິດໂຮງແຮມ ກໍຍັງເປັນທີ່ປຶກສາໃຫ້ແກ່ບໍລິສັດແຫ່ງໜຶ່ງ, ຈົນຮອດປີ 1994 ຈຶ່ງອອກມາສ້າງບໍລິສັດທີ່ປຶກສາ ໂດຍມີການຮຸ້ນສ່ວນກັບໝູ່ ຈົນຮອດ 2008 ກໍໄດ້ຢຸດຕິບໍລິສັດດັ່ງກ່າວເພາະວ່າຕົວເລກລາຍຮັບເລີ່ມຫຼຸດລົງຫຼຸດລົງ ຄິດວ່າເອົາລາຍຮັບທີ່ມີດັ່ງກ່າວໄປເຮັດທຸລະກິດໃໝ່ທີ່ມີໂອກາດຫຼາຍກວ່າ. ຈາກນັ້ນກໍໄດ້ມີຫຸ້ນສ່ວນກັບຫຼາຍບໍລິສັດເຊັ່ນ: ບໍລິສັດການຄ້າ, ບໍລິສັດກໍ່ສ້າງ, ບໍລິສັດຂົນສົ່ງ, ຮ້ານອາຫານ ແລະ ອີກຫຼາຍບໍລິສັດ.
ການເຮັດທຸລະກິດໃນໄລຍະຜ່ານມາກໍບໍ່ແມ່ນເລື່ອງງ່າຍ ບາງທຸລະກິດກໍໄດ້ຖືກປິດໂຕໄປ ແລ້ວໄປເລີ່ມທຸລະກິດໃໝ່. ນອກນັ້ນຍັງພົບຫຼາຍວິກິດການໃຫຍ່ທີ່ ກະທົບຕໍ່ການເຮັດທຸລະກິດ ໃນນັ້ນກໍແມ່ນວິກິດຕົ້ມຍຳກຸ້ງໃນປີ1998 ເກີດສະພາບເງິນເຟີ້ຮ້າຍແຮງ ເຮັດໃຫ້ສະພາບທຸລະກິດໂຮງແຮມໄດ້ຮັບຜົນກະທົບກໍຄືຄົນບໍ່ມາທ່ຽວ; ເງິນກູ້ມາກໍເປັນເງິນຕາຕ່າງປະເທດ ແລະ ເມື່ອໃຊ້ຄືນກໍຕ້ອງໃຊ້ຄືນເປັນເງິນຕາຕ່າງປະເທດ ຈຶ່ງເຮັດໃຫ້ພົບບັນຫາໃນການຊຳລະສະສາງ; ຕໍ່ມາກໍແມ່ນວິກິດການເງິນໂລກໃນປີ2008 ຂອງປະເທດມະຫາອຳນາດ ກໍກະທົບຕໍ່ລາຍຮັບເຮົາເຊັ່ນດຽວກັນ ຫາກເຮົາບໍ່ລະວັງກໍ່ອາດຈະເຮັດໃຫ້ຫຼົ້ມໄດ້. ດັ່ງນັ້ນຂ້າພະເຈົ້າຈຶ່ງເຮັດຫຼາຍທຸລະກິດ ເວລາທຸລະກິດໃດໜຶ່ງດຳເນີນໄປຕໍ່ບໍ່ໄດ້ ກໍຍັງມີອີກທຸລະກິດໜຶ່ງຄ່ອຍສະໜັບສະໜູນ.
ຈາກວິກິດຕົ້ມຍຳກຸ້ງ ໄດ້ເຮັດໃຫ້ເຮົາຮູ້ວ່າ ການເຮັດທຸລະກິດຕ້ອງມີເງິນແຮໄວ້ຈຳນວນໜຶ່ງ ບໍ່ຄວນເອົາໄປລົງທຶນຈົນໝົດ ເພາະຫາກພົບວິກິດຫຍັງເຮົາກໍຍັງມີເງິນໄປໝູນໄດ້. ດັ່ງກັບສະພາບປັດຈຸບັນ ການລະບາດຂອງພະຍາດໂຄວິດ ທຸກຢ່າງຢຸດສະງັກໝົດ ບໍ່ວ່າຈະເປັນຕະຫຼາດການຊື້-ການຂາຍ ກັບຕ່າງປະເທດກໍບໍ່ໄດ້ ແຕ່ເຖິງຈະພົບວິກິດຈາກບົດຮຽນຜ່ານມາເຮົາກໍຍັງມີເງິນໝູນ.
ຕະຫຼອດໄລຍະທີ່ດຳເນີນທຸລະກິດຜ່ານມາເຫັນວ່າວິກິດຈາກການລະບາດຂອງພະຍາດໂຄວິດ-19 ນີ້ແມ່ນໜັກໜ່ວງກວ່າເຫດການຕົົ້ມຍຳກຸ້ງອີກ ເພາະວ່າເຮົາບໍ່ຮູ້ມື້ໃນຈຶ່ງຈະກັບມາດີຂຶ້ນ ແລະ ຍັງບໍ່ຮູ້ວິທີວ່າຈະແກ້ໄຂແບບໃດຈຶ່ງຈະດີຂຶ້ນ.
ມາຮອດປະຈຸບັນ ພວກເຮົາກໍໄດ້ພະຍາຍາມລອງຫຼາຍດ້ານ ໃນການເຮັດທຸລະກິດ ເພາະລາຍຮັບຜ່ານມາແມ່ນພວກເຮົາໄດ້ຈາກຕ່າງປະເທດຫຼາຍກວ່າພາຍໃນ; ດັ່ງນັ້ນຫາກເຮົາຈະຫັນມາເຮັດການຕະຫຼາດພາຍໃນເຮົາພັດນ້ອຍ, ກຳລັງຊື້ກໍ່ບໍ່ຫຼາຍ ຫາກເຮົາຈະໄປປັບໝົດທຸກຢ່າງກໍຈະກະທົບທຸກຢ່າງທີ່ເຮົາລົງທຶນໄປ, ສົມທົບກັບການນຳເຂົ້າ-ສົ່ງອອກສິນຄ້າແພງຂຶ້ນ, ຍາກຂຶ້ນຈຶ່ງເຮັດໃຫ້ເຮົາແຂ່ງຂັນບໍ່ໄດ້.
ສຳລັບກົນລະຍຸດ ຫຼື ບົດຮຽນ ໃນການດຳເນີນທຸລະກິດໃຫ້ກ້າວໄປສູ່ຄວາມສຳເລັດຈາກປະສົບການທີ່ພົບພໍ້ໃນເສັ້ນທາງທຸລະກິດ30ກວ່າປີຂອງ ທ່ານອຸເດດ ສຸວັນນະວົງ ໄດ້ສັງລວມເປັນບົດຮຽນແບ່ງປັນ4ຂໍ້ຄື:
1.ການລົງມືເຮັດໃນສິ່ງທີ່ຜູ້ອື່ນຍັງບໍ່ທັນເຮັດ
2.ການດຳເນີນທຸລະກິດຕ້ອງມີການປັບຕົວຕະຫຼອດ ບໍ່ວ່າຈະເປັນທາງການເງິນ, ດ້ານການຕະຫຼາດ
3. ເວລາພົບບັນຫາດຳເນີນທຸລະກິດບໍ່ໄດ້ ຢ່າຢ້ານໃນການປິດທຸລະກິດ ແລະ ຢ່າຄິດວ່າຢ້ານໝູ່ເວົ້າໃຫ້ ຫຼື ອາຍໝູ່ ແລ້ວເອົາເງິນທີ່ຍັງມີໄປລົງທຶນເຮັດທຸລະກິດໃໝ່ດີກວ່າ
4. ຄອບຄົວເປັນອີກປັດໄຈສຳຄັນຂອງການກ້າວສູ່ຄວາມສຳເລັດ ເຮັດທຸລະກິດຢ່າລືມຄອບຄົວ ຕ້ອງຮູ້ຈັກແບ່ງເວລາ ແລະ ເຮັດຫຍັງຕ້ອງແຈ້ງໃຫ້ຄອບຄົວຮູ້ກ່ອນ ເມື່ອພົບບັນຫາໃດກໍຕ້ອງແຈ້ງໃຫ້ຄອບຄົວຮັບຮູ້, ສຸກທຸກຮ່ວມກັນສູ້ ທ່ານອຸເດດ ສຸວັນນະວົງ ຍັງຝາກຂໍ້ຄິດໃຫ້ຄົນລຸ້ນໃໝ່ທີ່ຢາກກ້າວສູ່ຖະໜົນທຸລະກິດ ອັນທີໜຶ່ງ:ແມ່ນຕ້ອງຮຽນຮູ້ເລື່ອງບັນຊີ ຫຼື ການເງິນ ເພາະເຫັນວ່າສ່ວນຫຼາຍນັກທຸລະກິດຍັງອ່ອນເລື່ອງນີ້, ຫາກນັກທຸລະກິດຮູ້ຈັກບັນຊີແລ້ວ ກໍຈະຮູ້ຈັກການບໍລິຫານທຶນ ເຊິ່ງຈະເຮັດໃຫ້ເຮົາສາມາດວາງແຜນຂະຫຍາຍທຸລະກິດໄປໄດ້ ແລະ ມີເງິນແຮໄວ້ຮອງຮັບເມື່ອພົບວິກິດໃດໜຶ່ງ; ສອງ:ເວລາເຮັດ ທຸລະກິດໃດໜຶ່ງຕ້ອງເຮັດເອງກ່ອນ ຕ້ອງຮູ້ຈັກທຸກໜ້າວຽກຍິ່ງເປັນການດີ ເພາະເຮົາຈະຮູ້ຈັກແກ້ເມື່ອເກີດບັນຫາຂຶ້ນ, ພ້ອມນີ້ຕ້ອງເອົາໃຈໃສ່ອ້າຍນ້ອງພະນັກງານບໍ່ວ່າຈະເປັນສະຫວັດດີການຕ່າງໆເພາະຄົນຄືຫົວໃຈສຳຄັນຂອງໜ້າວຽກ; ສາມ:ການສ້າງສາຍພົວພັນກັບພາກສ່ວນຕ່າງໆໃຫ້ກວ້າງຂວາງ ເພາະມັນຈະສາມາດຊ່ວຍເຫຼືອເຮົາໄດ້ຫຼາຍຢ່າງ; ສີ່:ການສຶກສາຕະຫຼາດກ່ອນເປັນສິ່ງສຳຄັນ ແລ້ວຈຶ່ງຕັດສິນໃຈລົງທຶນ ຕ້ອງຮູ້ວ່າເຮົາຈະຢູ່ຈຸດໃດຂອງຕະຫຼາດ ແລະ ຈະຢູ່ຈັກປີ? ຫາກຕະຫຼາດມີການປ່ຽນແປງຈະເຮັດແນວໃດ?.