ຕະຫຼາດ ຈີນ ແລະ ເອີຣົບ ຍັງນໍາໜ້າດຶງໃຫ້ຍອດຂາຍລົດໄຟຟ້າທົ່ວໂລກຍັງເພີ່ມຂຶ້ນ ເຖິງວ່າຕະຫຼາດ ອາເມຣິກາເໜືອຍອດຂາຍຈະຫົດຕົວລົງ.
ບໍລິສັດວິໄຈ ຕະຫຼາດ Rho Motion ເປີດເຜີຍຍອດຂາຍລົດໄຟຟ້າ ( EV ) ແລະ ປັກອິນ ໄຮບຣີດ ( PHEV ) ທົ່ວໂລກ ໃນເດືອນມິຖຸນາ 2025 ພົບວ່າຍອດຂາຍທົ່ວໂລກເພີ່ມຂຶ້ນ 24% ເມື່ອທຽບກັບປີກາຍ ເນື່ອງຈາກການປ່ຽນແປງມາໃຊ້ລົດໄຟຟ້າຍັງໄດ້ຮັບຄວາມນິຍົມໃນຕະຫຼາດຈີນ ແລະ ເອີຣົບ ເຖິງວ່າຕະຫຼາດໃນ ອາເມຣິກາ ຈະຫົດຕົວ.

ຍອດຂາຍລົດ EV ແລະ PHEV ໃນເດືອນມິຖຸນາ ເພີ່ມຂຶ້ນເປັນ 1.8 ລ້ານຄັນ ໃນຈໍານວນນີ້ເປັນຍອດຂາຍທີ່ເພີ່ມຂຶ້ນ 28% ໃນຈີນ ເຊິ່ງເປັນຕະຫຼາດລົດໃຫຍ່ທີ່ສຸດໃນໂລກຢູ່ທີ່ 1.1 ລ້ານຄັນ ຕາມມາດ້ວຍການເພີ່ມຂຶ້ນ 23% ໃນຕະຫຼາດເອີຣົບ ຢູ່ທີ່ 3.9 ແສນຄັນ ແລະ ຕະຫຼາດອື່ນໆທົ່ວໂລກເພີ່ມຂຶ້ນ 43% ຫຼາຍກວ່າ 1.4ແສນຄັນ.
ຂະນະທີ່ຕະຫຼາດອາເມຣິກາເໜືອ ມີຍອດຂາຍຫຼຸດລົງ 9% ຢູ່ທີ່ 1.4 ແສນຄັນ ສະເພາະ ອາເມຣິກາ ຍອດຂາຍຫຼຸດລົງ 1% ເຊິ່ງມີທ່າອ່ຽງຟື້ນຕົວໄດ້ຍາກໃນປີນີ້.