ກະຊວງການຄ້າ ແລະ ອຸດສາຫະກຳອິນເດຍ ເປີດເຜີຍວ່າ: ການສົ່ງອອກຂອງ ອິນເດຍ ໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 23.53% ເປັນ 8.3 ຕື້ໂດລາ ໃນເດືອນມິຖຸນາ ຜ່ານມາ, ໃນຂະນະທີ່ການນຳເຂົ້າຫຼຸດລົງ 10.61% ເປັນປະມານ 4 ຕື້ໂດລາ.
ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ ຜ່ານມາ ການສົ່ງອອກຂອງ ອິນເດຍ ໄປສະຫະລັດອາເມຣິກາ ເພີ່ມຂຶ້ນ 22.18% ເປັນ 25.51 ຕື້ໂດລາ ແລະ ການນໍາເຂົ້າເພີ່ມຂຶ້ນ 11.68% ເປັນ 12.86 ຕື້ໂດລາ.

ສະຫະລັດ ອາເມຣິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອິນເດຍ ໃນໄຕມາດເດືອນເມສາ ຫາ ເດືອນມິຖຸນາ ປີ 2025 ໃນຂະນະທີ່ສອງປະເທດກຳລັງເຈລະຈາສັນຍາການຄ້າ.
ສຳລັບມູນຄ່າການສົ່ງອອກສິນຄ້າ ແລະ ການບໍລິການທັງໝົດຂອງ ອິນເດຍ ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ 2025 ມີປະມານ 210.31 ຕື້ໂດລາ ເພີ່ມຂຶ້ນ 5.94% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນຂະນະທີ່ມູນຄ່າການສົ່ງອອກສິນຄ້າບໍ່ລວມບໍລິການ ແມ່ນ 112.17 ຕື້ໂດລາ ເພີ່ມຂຶ້ນ 1.92% ແລະ ມູນຄ່າການສົ່ງອອກສິນຄ້າບໍ່ລວມນ້ຳມັນ ແມ່ນ 94.77 ຕື້ໂດລາ ເພີ່ມຂຶ້ນ 5.97% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສິນຄ້າຕົ້ນຕໍທີ່ຊຸກຍູ້ການສົ່ງອອກແມ່ນເອເລັກໂຕຣນິກ, ຢາ ແລະ ການແພດ, ວິສະວະກຳ, ຜະລິດຕະພັນທາງທະເລ, ຜະລິດຕະພັນຈາກຊີ້ນ, ຜະລິດຕະພັນນົມ ແລະ ສັດປີກ.