ເປີດງານວາງສະແດງສິນຄ້າລາວ-ຫວຽດນາມ ມີສິນຄ້າ ຈາກ100 ກວ່າບໍລິສັດເຂົ້າຮ່ວມ

18 Jul 2025

ຄລິກແຊຣ໌ 0 Facebook WhatsApp

ພິທີເປີດງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ຈັດຂຶ້ນວັນທີ 17 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ  ເຂົ້າຮ່ວມຂອງທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ເຈື່ອງ ແທງ ຮວ່າຍ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ທ່ານ ຫງຽນ ມິງ ເຕີນ ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ມີບັນດາຫົວໜ້າກົມ ພະແນກການ ຜູ້ປະກອບການຫົວໜ່ວຍທຸລະກິດລາວ ແລະ ຫວຽດນາມເຂົ້າ ຮ່ວມ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ໃນຫຼາຍປີຜ່ານມາທັງ ສອງພັກ-ສອງລັດໄດ້ສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງໃນການປະຕິບັດພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ສອງປະເທດລາວ-ຫວຽດນາມໄດ້ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຮອບດ້ານ ໃນນັ້ນການຮ່ວມມືດ້ານເສດຖະກິດ-ການຄ້າກໍນັບມື້ນັບຂະຫຍາຍຕົວໃນດ້ານການລົງ ທຶນ ນັບແຕ່ລາວເຮົາເປີດຮັບການລົງທຶນຈາກຕ່າງປະເທດມາ ຮອດປັດຈຸບັນໄດ້ມີການລົງທຶນຈາກບັນດາປະເທດທີ່ມີຄວາມສົນໃຈມາລົງທຶນຢູ່ລາວ

ໃນນັ້ນການລົງທຶນຂອງຫວຽດນາມມີທັງໝົດ 267 ໂຄງການ ທຶນຈົດທະບຽນ 5.7 ຕື້ໂດລາສະຫະ ລັດ ປະຕິບັດໄດ້ປະມານ 2.8 ຕື້ໂດລາການລົງທຶນຂອງຫວຽດ ນາມຢູ່ລາວສັງເກດເຫັນວ່າມີທ່າອ່ຽງເພີ່ມຂຶ້ນເທື່ອລະກ້າວ ປີ 2024 ທຶນຈົດທະບຽນລົງທຶນຢູ່ລາວ 191.1 ລ້ານໂດລາ ເພີ່ມຂື້ນ 62.1% ເມືອທຽບໃສ່ປີ 2023 ສ່ວນໃຫ່ຍຈະເປັນການລົງໃນຂະແໜງບໍ່ແຮ່ ພະລັງງານໄຟຟ້າ ຂະແໜງກະສິກໍາ ແລະ ຂະ ແໜງບໍລິການອື່ນໆ.

ສຳລັບງານວາງສະແດງສິີນຄ້າຄັ້ງນີ້ເປັນຄັ້ງທີ 15 ທີ່ໄດ້ຈັດງານຮ່ວມກັນຖືວ່າເປັນງານວາງສະແດງສິນຄ້າລະດັບຊາດ ແລະ ເປັນນິມິດໝາຍສໍາຄັນອັນໜຶ່ງທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານການຮ່ວມມືຮອບດ້ານລະຫວ່າງລັດຖະບານກໍ່ຄືປະຊາຊົນລາວ-ຫວຽດນາມ ໂດຍສະ ເພາະດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວຂອງສອງປະເທດໃຫ້ເຕີບໃຫ່ຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງເປັນການປະ ກອບສ່ວນຢ່າງຕັ້ງໜ້າໃນການສ້າງສາ ແລະ ພັດທະນາເສດຖະ ກິດ-ສັງຄົມຂອງທັງສອງຊາດ ພ້ອມນັ້ນເພື່ອເປັນການສືບຕໍ່ປະຕິບັດຕາມແຜນການຮ່ວມມືທີ່ເຄີຍໄດ້ປະຕິບັດມາເປັນປະຈໍາແຕ່ລະປີ ນັບແຕ່ 2 ລັດຖະບານໄດ້ລົງນາມຮ່ວມກັນເປັນ ຕົ້ນມາ ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ກະຊວງອຸດສາຫະ ກຳ ແລະ ການຄ້າຫວຽດນາມໄດ້ຈັດງານວາງສະແດງສິນຄ້າຮ່ວມ ກັນ ສໍາລັບປີນີ້ມີບໍລິສັດຂອງຫວຽດນາມ ແລະ ລາວມີຄວາມສົນໃຈໃນການເຂົ້າຮ່ວມງານຫຼາຍພໍສົມຄວນເຮັດ ໃຫ້ບໍລິມາດ ແລະ ຄວາມລາກຫຼາຍຂອງສິນຄ້າເພີ່ມຂຶ້ນ ມີຫົວໜ່ວຍທຸລະ ກິດເຂົ້າຮ່ວມທັງໝົດ 200 ຫ້ອງ ໃນນີ້ມີບໍລິ ສັດຂອງຫວຽດ ນາມເຂົ້າຮ່ວມທັງໝົດ 57 ບໍລິສັດ 120 ຫ້ອງ ແລະ ບໍລິສັດລາວເຂົ້າຮ່ວມທັງໝົດ 50 ບໍລິສັດ 80 ຫ້ອງ ປະເພດສິນຄ້າທີ່ນໍາມາວາງສະແດງປະກອບມີປະເພດສິນຄ້າກະສີກໍາປຸງແຕ່ງ ເຄື່ອງຫັດຖະກຳແຜ່ນແພໄໝ-ຝ້າ ແລະ ເຄື່ອງຕັດຫຍິບ ອາ ຫານ ແລະ ເຄື່ອງດື່ມ ເຄື່ອງເຟີນີເຈີ້ ສິນຄ້າໂອດັອບ ເຄື່ອງໃຊ້ການແພດ ການຢາ ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ

ງານຄັ້ງນີ້ຈັດຂຶ້ນວັນທີ 17-21 ກໍລະກົດ 2025 ທີ່ສູນການ ຄ້າລາວ-ໄອເຕັກ ຕຶກເກົ່າ ນະຄອນຫຼວງວຽງຈັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ