16 Jul 2025

ຄລິກແຊຣ໌ 0 Facebook WhatsApp

ເຊກອງ ມີ 3 ໂຄງການພັດທະນາທາງດ້ານພະລັງງານສຳເລັດແລ້ວ

ອີງຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II ໃນວັນທີ 15 ກໍລະກົດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາບໍ່ດົນນີ້ ແຂວງເຊກອງ ສາມາດດຶງດູດນັກລົງທຶນທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນໃນການຜະລິດພະລັງງານ ແລະບໍ່ແຮ່ ເປັນຕົ້ນ: ການຜະລິດກະແສໄຟຟ້າພະລັງງານນໍ້າ, ພະລັງງານລົມ ແລະການຂຸດຄົ້ນ-ປຸງແຕ່ງແຮ່ຖ່ານຫີນ, ແຮ່ເຫຼັກ, ແຮ່ຄໍາ, ແຮ່ຫາຍາກ, ແຮ່ບົກຊິດ, ການບໍລິການ, ການຄ້າ ແລະຄົມມະນາຄົມຂົນສົ່ງ, ອັນພົ້ນເດັ່ນ ມີ 3 ໂຄງການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ພັດທະນາໂຄງການທາງດ້ານພະລັງງານໄຟຟ້າ ໄດ້ສຳເລັດ 100% ຄື:

ໂຄງການເຂື່ອນໄຟຟ້ານໍ້າອີມູນ ມີກໍາລັງຕິດຕັ້ງ 133 ເມກາວັດ (MW), ໂຄງການເຂື່ອນໄຟຟ້າຫ້ວຍລະແງ ມີກໍາລັງຕິດຕັ້ງ 60 MW ແລະ ໂຄງການການກໍ່ສ້າງພະລັງງານລົມ ມີກໍາລັງຕິດຕັ້ງ 600 MW, ປະຈຸບັນແມ່ນໄດ້ທົດລອງສົ່ງກະແສໄຟຟ້າໄປຂາຍໃຫ້ ສສ ຫວຽດນາມ ແລະ ຄາດວ່າທ້າຍເດືອນ ສິງຫາ ຫາ ຕົ້ນ ເດືອນ ກັນຍາ ປີ 2025 ໂຄງການກໍ່ສ້າງພະລັງງານລົມ ຈະໄດ້ເປີດໃຊ້ງານ ເປັນທາງການເຕັມກຳລັງ 600 MW (ປັດຈຸບັນ ເປີດແລ້ວ 300 MW).


ນອກຈາກນັ້ນ, ການພັດທະນາໂຄງການທີ່ສໍາເລັດ ແລະໄດ້ດຳເນີນກິດຈະການ ໄລຍະຜ່ານມາກໍມີໂຄງການເຂື່ອນໄຟຟ້າເຊກະໝານ 3 ມີກໍາລັງຕິດຕັ້້ງ 250 MW, ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ມີກໍາລັງຕີດຕັ້ງ 88 MW ແລະ ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ມີກໍາລັງຕິດຕັ້ງ 15 MW ເຊິ່ງໄດ້ຜະລິດກະແສໄຟຟ້າສົ່ງຂາຍອອກເປັນປົກກະຕິ; ສະເພາະ ໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ຖ່ານຫີນ ສະແດງໃຫ້ເຫັນຕົວເລກ 5 ເດືອນ ຕົ້ນປີ 2025 ສາມາດຂຸດຄົ້ນໄດ້ 2.529.333 ໂຕນ, ຈໍາໜ່າຍໄດ້ ທັງໝົດ 137.344,65 ໂຕນ, ເທົ່າກັບ 45,79%; ໃນນັ້ນ, ຈໍາໜ່າຍອອກໄປຕ່າງປະເທດ ໄດ້ 1.336.868,43 ໂຕນ, ລວມມູນຄ່າ 78.133.293,24 ໂດລາ.

ທ່ານ ຂັນຕີ ສີລະວົງສາ ເວົ້າວ່າ: ບັນດາໂຄງການດັ່ງກ່າວ, ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການສ້າງວຽກເຮັດງານທໍາໃຫ້ຄົນລາວ ກໍຄື ປະຊາຊົນທ້ອງຖິ່່ນ ແລະ ປະກອບສ່ວນສໍາຄັນ ເຂົ້າໃນການຊຸກຍູ້ເສດຖະກິດຂອງແຂວງເຊກອງ ຂະຫຍາຍຕົວໄປຕາມທິດທີ່ກໍານົດໄວ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ