ປະກາດຍົກຍ້າຍ, ແຕ່ງຕັ້ງ ພະນັກງານການນຳຂອງນະຄອນ ຫຼວງພະບາງ

15 Jul 2025

ຄລິກແຊຣ໌ 0 Facebook WhatsApp

ວັນທີ 15 ກໍລະກົດ 2025 ທີ່ສະໂມສອນໃຫຍ່ນະຄອນ ຫຼວງພະບາງ ໄດ້ຈັດພິທີປະກາດຍົກ ຍ້າຍ-ແຕ່ງຕັ້ງໜ້າທີ່ ແລະປະກາດພະນັກງານການນຳຂອງນະຄອນ ຫຼວງພະບາງ ພັກການຮັບອຸດໜູນບຳນານ ໂດຍເປັນປະທານຂອງ ທ່ານ ສຳນານ ສົນທະນີ ກຳມະການພັກແຂວງ-ເລຂາຄະນະບໍລິຫານງານພັກນະຄອນ ຫຼວງພະບາງ, ມີແຂກຮັບເຊີນ ແລະພະນັກງານຫຼັກແຫຼງຂອງນະຄອນ ຫຼວງພະບາງ ເຂົ້າຮ່ວມ.

ພິທີ ທ່ານ ຫຸມແພງ ຕະວະຄຳມະນີ ກຳມະການພັກ-ຮອງຫົວໜ້າຄະນະຈັດຕັ້ງນະຄອນ ຫຼວງພະບາງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະຂໍ້ຕົກລົງຂອງ ທ່ານເຈົ້ານະຄອນ ຫຼວງພະບາງ ວ່າດ້ວຍການອານຸມັດໃຫ້ພະນັກງານ-ລັດ ຖະກອນ ເຂົ້າຮັບອຸດໜູນບຳນານປະກອບມີ: ທ່ານ ບຸນລຽງ ແກ້ວມະນີ ອະດີດຮອງເລຂາຄະນະບໍລິຫານງານພັກນະຄອນ ຫຼວງພະບາງ ສະໄໝທີ 7, ທ່ານ ຄຳສິງ ຈັນພົມມາ ຮອງຫົວໜ້າຄະນະໂຄສະນາອົບຮົມນະຄອນ ຫຼວງພະບາງ, ທ່ານ ນາງໄກສອນ ແກ້ວປະເສີດ ກຳມະການພັກນະຄອນ ຫົວໜ້າຫ້ອງການຄຸ້ມຄອງ ແລະບໍລິຫານລິຫານຕົວເມືອງ ນະຄອນ ຫຼວງພະບາງ, ຍົກຍ້າຍ-ແຕ່ງຕັ້ງ ທ່ານ ຄຳຮູ້ ອິນດາວົງ ກຳມະການປະຈຳພັກນະຄອນ ຫົວໜ້າຫ້ອງການ-ການເງິນນະຄອນ ຫຼວງພະບາງ ໄປປະຈຳການຢູ່ຫ້ອງວ່າການນະຄອນ, ທ່ານ ສຸພານຸສິດ ອາລຸນ ກຳມະການປະຈຳພັກນະຄອນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄປເປັນ ຫົວໜ້າຫ້ອງການຄະນະຈັດຕັ້ງນະຄອນ ຫຼວງພະບາງ, ທ່ານ ສຸວັນທອງ ສຸກພັນໄຊ ຮອງຫົວໜ້າຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂຶ້ນຮັກສາການຫົວໜ້າຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມນະຄອນ, ທ່ານ ທົງສິດ ສິງມາລາ ຮອງຫົວໜ້າຫ້ອງການ-ການເງິນ ຂຶ້ນຮັກສາການຫົວໜ້າຫ້ອງການ-ການເງິນນະຄອນ, ຈາກນັ້ນ ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ຮ່ວມກັນ.

ຕອນທ້າຍ ທ່ານ ສຳນານ ສົນທະນີ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ບັນດາພະນັກງານການນຳຂອງນະຄອນ ທີ່ໄດ້ເຂົ້າພັກຜ່ອນຮັບອຸດໜູນບຳນານ ທີ່ໄດ້ອຸທິດເຫື່ອແຮງ ແລະສຸມທຸກສະຕິປັນຍາ ເຂົ້າໃນການພັດທະນານະຄອນຫຼວງພະບາງ ຄຽງບ່າຄຽງໄຫຼ່ຮ່ວມກັບຄະນະບໍລິຫານງານພັກ ສະໄໝທີ 7 ເຮັດໃຫ້ ນະຄອນ ຫຼວງພະບາງ ມີການພັດທະນາຫຼາຍດ້ານ, ທັງໄດ້ມີທິດຊີ້ນຳ ກ່ຽວກັບການປັບປຸງ, ຊັບຊ້ອນ ແລະແບ່ງຄວາມຮັບຜິດຊອບໃຫ້ພະນັກງານນໍາພາ-ຄຸ້ມຄອງ ໃນຄັ້ງນີ້ເປັນວຽກປົກກະຕິຂອງພັກ, ເພື່ອຕອບສະໜອງໜ້າທີ່ການເມືອງ, ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານແຕ່ລະໄລຍະ, ທັງໃຫ້ສອດຄ່ອງກັບສະພາບ ແລະເງື່ອນໄຂໃນປັດຈຸບັນ ຈື່ງສະເໜີໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍ, ນຳໄປຄົ້ນຄວ້າປຶກສາຫາລືກັນພາຍໃນຄະນະພັກ ໃຫ້ມີຄວາມເປັນເອກະພາບກັນ ພ້ອມທັງ ມີວິທີການ, ມາດຕະການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຈຸດສຸມລະອຽດ ຮັບປະກັນການສ້າງຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ.

ພາບ ແລະຂ່າວ: ທອງດາ ທິບພະວົງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ