ເປີດສາກຄວາມມັນເສົານີ້ ບານເຕະ THE CAPITAL CUP 2025, ເບຍລາວ ສະໜັບສະໜູນ 600 ລ້ານກີບ

14 Jul 2025

ຄລິກແຊຣ໌ 0 Facebook WhatsApp

   ການແຂ່ງຂັນບານເຕະຊີງຂັນ ນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ກຽມເປີດສາກຄວາມມັນເຕັມຮູບແບບ 19 ກໍລະກົດ – 16 ສິງຫາ 2025 ທີ່ສະໜາມລ້ານຊ້າງ ສະເຕດ້ຽມ ນະຄອນຫຼວງວຽງຈັນ ສປປ ລາວ ເພື່ອຊີງຄວາມເປັນ 1 ຂອງນະຄອນຫຼວງ ແລະ ຄັດເລືອກນັກກີລາບານເຕະຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 13 ທີ່ນະຄອນຫຼວງວງຈັນ ເປັນເຈົ້າພາບ.

   ພິທີຖະແຫຼງຂ່າວຈັດການແຂ່ງຂັນ, ມອບເງິນສະໜັບສະໜູນ ແລະ ຈັບສະຫຼາກແບ່ງສາຍລາຍການດັ່ງກ່າວ ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກໍລະກົດ 2025 ທີ່ໂຮງແຮມດອນຈັນ ພາເລດ ໃຫ້ກຽດເປັນປະທານໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຄະນະຈັດການແຂ່ງຂັນ, ທ່ານ ຄໍາຫວັນ ນັນທະວົງ ເປັນປະທານ ສະຫະພັນບານເຕະນະຄອນຫຼວງວຽງຈັນ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ແຮັບປີ້ ສີສົມພອນ ຜູ້ອໍານວຍການບໍລິສັດ ຮຸ່ງອາລຸນການຄ້າ ເອເລັກໂຕຣນິກ ຈໍາກັດ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ.

   ພິເສດພິທີດັ່ງກ່າວ ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນສະໜັບສະໜູນຈັດການແຂ່ງຂັນລາຍການເຖິງ 600 ລ້ານກີບ ໃຫ້ກຽດມອບໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ການຕະຫຼາດ ບໍລິສັດເບຍລາວ ຈໍາກັດ ຕ່າງໜ້າຝ່າຍຮັບໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຄະນະຈັດການແຂ່ງຂັນ.

   ໂອກາດດັ່ງກ່າວ ທ່ານ ສຸລິວັນ ເຊີນວິໄລ ຮອງປະທານ ແລະ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ຂຶ້ນລາຍງານວ່າ: ການຈັດແຂ່ງຂັນໃນຄັ້ງນີ້ ແມ່ນການກະກຽມຄັດເລືອກນັກກິລາບານເຕະຂອງນະຄອນຫລວງ ເພື່ອເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ ນະຄອນຫລວງວຽງຈັນ ຈະເປັນເຈົ້າພາບໃນເດືອນພະຈິກ 2025, ໃນການຈັດຕັ້ງປະຕິບັດວຽກງານການກະກຽມໄດ້ມີການແຈ້ງການເຊີນເຖິງບັນດາການນໍາເມືອງ 9 ຕົວເມືອງອ້ອມຂ້າງນະຄອນຫຼວງ ໃນການກະກຽມທີມນັກກິລາເຂົ້າຮ່ວມການແຂ່ງຂັນ, ເຊິ່ງຮອດປັດຈຸບັນໄດ້ມີ ທີມແຈ້ງເຈດຈຳນົງ ແລະ ລົງທະບຽນເຂົ້າຮ່ວມການແຂ່ງຂັນທັງໝົດ 13 ທີມ ຈາກ 9 ຕົວເມືອງ, ເຊິ່ງການແຂ່ງຂັນ ຈະເລີ່ມຕົ້ນຂຶ້ນໃນວັນທີ 19 ກໍລະກົດ 2025 ໄປຈົນເຖິງວັນທີ 16 ສິງຫາ 2025 ແລະ ຈະແບ່ງອອກເປັນ 3 ສາຍ ແຂ່ງຂັນໃນວັນພຸດ, ວັນເສົາ ແລະ ວັນອາທິດ.

   ສ່ວນຮູບແບບການແຂ່ງຂັນຮອບແບ່ງສາຍ ຈະແຂ່ງຂັນຄົບກັນໝົດໃນສາຍ ເອົາທີມທີ່ມີຄະແນນອັນດັບ 1-2 ເຂົ້າຮອບ 8 ທີມ ແລະ ເອົາທີມອັນດັບທີ 3 ທີ່ມີຄະແນນດີຈໍານວນ 2 ທີມຂອງແຕ່ລະສາຍ ເຂົ້າແຂ່ງຂັນໃນຮອບ 8 ທີມສຸດທ້າຍ ແລະ ທີມຊະນະຈະເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດ.

   ສໍາລັບ ການແຂ່ງຂັນນີ້ຈະຊິງລາງວັນມູນຄ່າ 100 ກວ່າລ້ານກີບ ແລະ ນອກນັ້ນຍັງມີລາງວັນອື່ນໆອີກ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈໍາກັດ. ນອກນັ້ນ ກໍມີຜູ້ຮ່ວມຮ່ວມສະໜັບສະໜູນເຊັ່ນ: ບໍລິສັດ ຮຸ່ງອາລຸນ Logistic, ບໍລິສັດ ອີໂວ ຈຳກັດ (ສູນຈໍາໜ່າຍເຄື່ອງກິລາ ອີໂວ ) ແລະ ສູນຈໍາໜ່າຍລົດໄຟຟ້າ AIQAR LAOS, ໂດຍຝ່າຍຈັດການແຂ່ງຂັນແມ່ນ ສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ຮຸ່ງອາລຸນການຄ້າ ເອເລັກໂຕນິກ ຈຳກັດ ແລະ ສູນກິລາລ້ານຊ້າງ.

   ສ່ວນຜົນການຈັບສະຫຼາກມີດັ່ງນີ້:

-ກຸ່ມ A: ເມືອງຫາກຊາຍຟອງ ຊິຕີ້, ເມືອງນາຊາຍທອງ, ເມືອງໄຊເສດຖາ A, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ B.

-ກຸ່ມ B: ເມືອງໄຊທານີ, SEC United ໄຊທານີ, ເມືອງປາກງື່ມ ແລະ ເມືອງສີໂຄດຕະບອງ

-ກຸ່ມ C: ເມືອງສີສັດຕະນາກ, ເມືອງຫາດ ຢູໄນເຕັດ, ເມືອງສັງທອງ ແລະ MN Logistics

ຂ່າວ-ຮູບ: Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ