ກຳນົດ 3 ເວລາຫ້າມຈອດຕະຫຼອດເສັ້ນທາງ BRT

12 Jul 2025

ຄລິກແຊຣ໌ 0 Facebook WhatsApp

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ພວມສຸມໃສ່ການກໍ່ສ້າງໂຄງລ່າງສຳລັບລະບົບລົດເມດ່ວນ (BRT) ຢູ່ຫຼາຍເຂດໃນຕົວເມືອງ ໂດຍສະເພາະ ແມ່ນຕາມຖະໜົນ ໄກສອນ ພົມວິຫານ ຊຶ່ງທາງສາຍນີ້ແມ່ນມີລົດທຽວຢູ່ຢ່າງໜາແໜ້ນ ແຖມເປັນເຂດທີ່ທີ່ມີການກໍ່ສ້າງ ຕ້ອງໃຫ້ສຳເລັດຕາມຄາດໝາຍແຜນການ ດັ່ງນັ້ນ, ພະແນກໂຍທາທິການ ແລະຂົນສົ່ງກໍ່ຄືບໍລິສັດຮັບເໝົາຈຶ່ງຮຽກຮ້ອງໃຫ້ສັງຄົມຜູ້ໃຊ້ລົດໃຊ້ຖະໜົນໃຫ້ຄວາມຮ່ວມມືບໍ່ຈອດລົດແຄມທາງຕາມ 3 ເວລາດັ່ງລຸ່ມນີ້

  1. ຊ່ວງເຊົ້າ ເວລາ 08:30 ຫາ 12:00 ໂມງ,
  2. ຊ່ວງບ່າຍ ເວລາ 13:30 ຫາ 16:00 ໂມງ,
  3. ຊ່ວງແລງ ເວລາ 18:30 ຫາ 22:00 ໂມງ.

ທັງນີ້ອີງຕາມແຈ້ງການແມ່ນໃຫ້ ທຸກພາກສ່ວນທີ່ກ່ຽວຂ້ອງຊາບ ແລະ ໃຫ້ຄວາມຮ່ວມມື ຕໍ່ການຈັດສັນບ່ອນຈອດລົດ, ຫ້າມຈອດລົດ ຢູ່ຕາມແຄມທາງ ສອງຟາກທາງ ຕາມຖະໜົນໄກ ສອນ ພົມວິຫານ ເລີ່ມແຕ່ ສວນປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃນຊ່ວງໄລຍະເວລາທີ່ມີການກໍ່ສ້າງ ກ້ອນເຂີບກັ້ນເລນລົດເມດ່ວນ BRT ແລະ ຊ່ວງທີ່ກຳລັງປູຢາງອັດສະຟານຕາມເສັ້ນທາງທີ່ກ່າວມາຂ້າງເທິ່ງນັ້ນ. ຊຶ່ງເລີ່ມ ເເຕ່ວັນທີ 14 ກໍລະກົດ 2025 ຫາ 24 ສິງຫາ 2025 (ພາຍໃນ 42 ວັນ).

ສະນັ້ນ, ຈຶ່ງຂໍຄວາມຮ່ວມມືນຳ ພໍ່-ແມ່ ປະຊາຊົນ, ຜູ້ນຳໃຊ້ລົດ ນຳໃຊ້ຖະໜົນ ຈົ່ງມີຄວາມລະມັດລະວັງ ການຂັບຂີ່ໃນເຂດກໍ່ສ້າງດັ່ງກ່າວ. ມອບໃຫ້ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ປະສານສົມທົບ ກັບ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ຫ້ອງການຈະລາຈອນເມືອງ, ອໍານາດການປົກຄອງເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ