ຈະສຶກສາສຳຫຼວດ ຄວາມເປັນໄປໄດ້ ລົງທຶນປູກ ບຣູເບີຣີ ຢູ່ເມືອງປາກຊ່ອງ

12 Jul 2025

ຄລິກແຊຣ໌ 0 Facebook WhatsApp

ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນໂຄງການປຸກບຣູເບີຣີ ຢູ່ 3 ບ້ານ ຂອງເມືອງປາກຊ່ອງ ແຂວງຈໍາປາສັກ ຄື: ບ້ານໜອງແລະ, ບ້ານໜອງກາລິ ແລະ ບ້ານຫ້ວຍຊັນ ໃນເນື້ອທີ່ ( ເພີ່ມຕື່ມ ) 100 ເຮັກຕາ ລະຫວ່າງ ອົງການປົກຄອງແຂວງ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ເອພີ ແອນຟີ ພັດທະນາກະສິກຳ ແລະ ການຄ້າ ຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ມີຂຶ້ນໃນອາທິດຜ່ານມາ.

ພະແນກແຜນການ ແລະ ການລົງທຶນແຂວງ ລົງນາມໂດຍ ທ່ານ ວັນນະສິນ ຊາດຕະກຸນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຝ່າຍບໍລິສັດ ລົງນາມໂດຍ ທ່ານ ໂພໄຊ ພົມເຂ ອໍານວຍການ ບໍລິສັດ ເອພີ ແອນຟີ ພັດທະນາກະສິກຳ ແລະ ການຄ້າ ຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ. ໂດຍການເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ.

ບໍລິສັດ ເອພີແອນຟີ ພັດທະນາກະສິກຳ ແລະ ການຄ້າ ຂາເຂົ້າ – ຂາອອກ ຈຳກັດ ເປັນບໍລິສັດພັດທະນາກະສິກຳ ແລະ ແປຮູບເປັນສິນຄ້າ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ມີຈຸດປະສົງຂໍສໍາປະທານເນື້ອທີ່ດິນ ເພື່ອພັດທະນາໂຄງການປູກບຣູເບີຣີ ຮ່ວມກັບ ບໍລິສັດ ຄອສຕ້າ ເບີຣີ ຈາກ ອົດສະຕຣາລີ ທີ່ເປັນບໍລິສັດຊ່ຽວຊານໃນການປູກມາຫຼາຍກວ່າ 30 ປີ ໃນຂອບເຂດທົ່ວໂລກ ແລະ ຕໍ່ໄປ ລາວກໍຈະໄດ້ຮັບການຈັດເຂົ້າເປັນປະເທດທີ່ບໍລິສັດມາລົງທຶນ.

ສໍາລັບການປູກບຣູເບີຣີໃນລາວ ຈະເປັນໂອກາດໃນການຈໍາໜ່າຍພາຍໃນ ແລະ ສົ່ງອອກໄປປະເທດໃນຂອບເຂດອາຊຽນ ເຊິ່ງເປັນການນໍາໃຊ້ເຕັກນິກການປູກໃນເຮືອນຮົ່ມ ແລະ ໃຫ້  ນໍ້າ – ຝຸ່ນ ແບບອັດຕະໂນມັດ ໂດຍນໍາໃຊ້ເຕັກນິກການຜະລິດສະອາດ, ບໍ່ມີຜົນກະທົບຕໍ່ສິ່ງແວວລ້ອມ.

ໃນສົກປີ 2024 – 2025 ເປັນໄລຍະທໍາອິດຂອງໂຄງການທີ່ກະກຽມປູກແມ່ນ 17 ເຮັກຕາ ເນື້ອທີ່ບຸກເບີກແລ້ວ 50 ເຮັກຕາ ແລະ ຈະວາງແຜນປູກເພີ່ມຂຶ້ນເລື້ອຍໆໃນແຕ່ລະປີ. ຍ້ອນແນວນັ້ນ ອົງການປົກຄອງແຂວງ ຈຶ່ງອະນຸຍາດໃຫ້ບໍລິສັດ ໄດ້ສຶກສາສໍາຫຼວດຄວາມເປັນໄປໄດ້ຂອງໂຄງການ ໃນເນື້ອທີ່ເພີ່ມຕື່ມ 100 ເຮັກຕາ, ໄລຍະເວລາໃນການສຶກສາສໍາຫຼວດ 12 ເດືອນ.

ຂ່າວ – ຮູບ: ທູນທອງໃຈ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ