ກອງປະຊຸມເປີດບັ້ນກວດ ສອບການເຊົ່າ-ສຳປະທານ ແລະການຄຸ້ມຄອງໂຄງການ ລົງທຶນຂອງລັດປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2025 ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໂດຍການ ໃຫ້ກຽດເປັນປະທານຂອງ ທ່ານ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະ ເຂດ ແລະທ່ານ ອຸໄພວັນ ໄຊ ຍະວົງ ປະທານອົງການກວດ ສອບປະຈຳພາກກາງ 2 ແຂວງ ສະຫວັນນະເຂດ, ມີພະແນກ ການທີ່ກ່ຽວຂ້ອງຂອງແຂວງ ທີ່ຢູ່ໃນເປົ້າໝາຍຖືກກວດສອບ, ຄະນະທີມງານກວດສອບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ຂອງປະທານອົງການກວດ ສອບແຫ່ງລັດວ່າດ້ວຍການ ແຕ່ງຕັ້ງຜູ້ຊີ້ນຳ ແລະຄະນະ ກວດສອບສະບັບເລກທີ 1138/ອກສລ, ລົງວັນທີ 6/6/2025, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດ ວ່າດ້ວຍການ ແຕ່ງຕັ້ງຜູ້ຊີ້ນຳລວມ ແລະຄະ ນະປະສານງານຂັ້ນແຂວງ ຮ່ວມເຮັດວຽກກັບຄະນະກວດສອບແຫ່ງລັດປະຈຳປີ 2025 ຂອງແຂວງ ເລກທີ 1187/ຈຂ, ລົງວັນທີ 24/6/2025.

ຕໍ່ຈາກນັ້ນ, ທ່ານ ຈັນສະ ໝອນ ຫົວໜ້າຄະນະກວດສອບ ການເຊົ່າ-ສຳປະທານ ແລະ ການຄຸ້ມຄອງໂຄງການລົງທຶນ ຂອງລັດປະຈຳປີ 2024ຂອງ ແຂວງສະຫວັນນະເຂດ ໄດ້ ຂຶ້ນຜ່ານແຜນການກວດສອບ ໂດຍລວມການເຊົ່າ-ສຳປະ ທານ ແລະການຄຸ້ມຄອງໂຄງ ການລົງທຶນຂອງລັດປະຈຳປີ 2024 ຂອງແຂວງ ເຊິ່ງໄດ້ ຍົກໃຫ້ຮູ້ວ່າ: ສຳລັບເນື້ອໃນ ທີ່ຈະດໍາເນີນການກວດສອບ ແມ່ນຈະລົງເລິກກວດສອບ ການຄຸ້ມຄອງການເຊົ່າ-ສໍາປະ ທານເປັນຕົ້ນ: ຂັ້ນຕອນການ ອະນຸມັດ, ການເກັບລາຍຮັບ ຄ່າເຊົ່າ, ການມອບພັນທະເຂົ້າ ງົບປະມານ, ການດໍາເນີນກິດ ຈະການຕາມຈຸດປະສົງຂອງ ໂຄງການ, ການກຳນົດອັດຕາ ຄ່າເຊົ່າ, ເນື້ອທີ່, ອາຍຸສັນຍາ ແລະກວດສອບການຄຸ້ມຄອງ ໂຄງການລົງທຶນຂອງລັດເປັນ ຕົ້ນການຈັດຕັ້ງປະຕິບັດໂຄງ ການ, ການຢັ້ງຢືນໜ້າວຽກ ສໍາເລັດ, ການຊຳລະມູນຄ່າ ໂຄງການ ແລະການນໍາໃຊ້ ເງິນຄຸ້ມຄອງບໍລິຫານໂຄງ ການ, ສຳລັບເປົ້າໝາຍທີ່ຈະດຳ ເນີນການກວດສອບໃນຄັ້ງນີ້ ປະກອບມີ 7 ພາກສ່ວນຄື: ພະແນກແຜນການ ແລະການ ລົງທຶນ, ພະແນກຊັບພະຍາກອນ ທຳມະ ຊາດ ແລະສິ່ງແວດລ້ອມ, ພະແນການເງິນ (ຂະແໜງຄຸ້ມ ຄອງຊັບສິນແຫ່ງລັດ), ພະ ແນກພະລັງງານ ແລະບໍ່ແຮ່, ພະແນກກະສິກຳ ແລະປ່າໄມ້, ພະແນກໂຍທາທິການ ແລະຂົນ ສົ່ງ ແລະພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີກຳນົດເວລາກວດສອບແມ່ນ 25 ວັນ ເລີ່ມແຕ່ວັນທີ 2 ກໍລະ ກົດ.
ກອງປະຊຸມ ຍັງໄດ້ຜ່ານ ຮ່າງບົດບັນທຶກຜົນການຕິດ ຕາມ, ຊຸກຍູ້ການແກ້ໄຂຜົນການ ກວດສອບຂອງແຂວງສະຫວັນນະເຂດນຳອີກ./.