ວັນທີ 3 ກໍລະກົດຜ່ານມາ, ງານຮັດແໜ້ນຄວາມສຳພັນໃນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ລາວ ແລະ ສະແຫວງຫາຄວາມຈະເລີນຮຸ່ງເຮືອງໃນພູມມິພາກ ໄດ້ຈັດຂຶ້ນຢ່າງສຳເລັດຜົນທີ່ນະຄອນຫຼວງວຽງຈັນ. ໃນຖານະເປັນຜູ້ຈັດງານວາງສະແດງ, ບໍລິສັດYuxi High-tech Zone Rongchuang lnvestment Co.,Ltd ໄດ້ນໍາວິສະຫະກິດຫລາຍຫົວໜ່ວຍເຂົ້າຢ້ຽມຊົມໂຄງການຕົ້ນເເບບຄວາມສໍາເລັດຂອງການຮ່ວມມື ລາວ-ຈີນ, ນັ້ນກໍເເມ່ນເຂດພັດທະນາກວມລວມໄຊເຊດຖາ ນະຄອນຫລວງວຽງຈັນ, ພ້ອມທັງຈັດກອງປະຊຸມໂຄງການໂຄງສ້າງພື້ນຖານຢ່າງສໍາເລັດຜົນ, ໄດ້ສ້າງພະລັງ ແລະ ແຮງຂັບເຂື່ອນໃຫ້ການຮ່ວມມືຂອງທັງສອງປະເທດ.

ພາຍໃຕ້ການຈັດຕັ້ງຂອງບໍລິສັດ Yuxi High-tech Zone, ຕົວເເທນວິສະຫະກິດໄດ້ຍ້ຽມຊົມເຂດພັດທະນາກວມລວມໄຊເຊດຖາ ນະຄອນຫລວງວຽງຈັນ ໂຄງການນີ້ຖືເປັນໂຄງການທີ່ສຳຄັນທີ່ສະແດງໃຫ້ເຫັນເຖິງການຮ່ວມມືລາວ-ຈີນ. ບໍ່ພຽງແຕ່ປະສົບຜົນສຳເລັດຢ່າງໂດດເດັ່ນ ຂອງການກໍ່ສ້າງເຂດອຸດສາຫະກໍາກາກບອນຕໍ່າທີ່ເປັນແບບຢ່າງເທົ່ານັ້ນ ຍັງນຳໃຊ້ເທັກໂນໂລຊີສີຊຽວຢ່າງແຜ່ຫລາຍເຊັ່ນ: ໄຟເຍືອງທາງທີ່ນຳໃຊ້ພະລັງແສງອາທິດທີ່ຜະລິດໂດຍ ສປຈີນ, ລະບົບຄົມມະນາຄົມຂົນສົ່ງທີ່ໃຊ້ພະລັງງານທົດແທນ ແລະ ອຸປະກອນຕິດຕາມສິ່ງແວດລ້ອມ, ແຕ່ຍັງຮູ້ສຶກເລິກເຊິ່ງເຖິງບາດກ້າວອັນໜັກແໜ້ນລະຫວ່າງຈີນ ແລະ ລາວໃນການກ້າວໄປທາງໜ້າຮ່ວມກັນໃນດ້ານການກໍ່ສ້າງໂຄງສ້າງພື້ນຖານອີກດ້ວຍ.

ຜູ້ຮັບຜິດຊອບບໍລິສັດ Yuxi High-tech Zone ເນັ້ນໜັກວ່າ: ພື້ນຖານໂຄງສ້າງທີ່ມີມາດຕະຖານສູງ “ 5 ການເຊື່ອມຕໍ່ 1 ລະດັບພຽງ ” (ເຊື່ອມ ຖະໜົນ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການລະບາຍ ແລະ 1 ພື້ນທີ່ພຽງລຽບ) ຂອງເຂດໄຊເສດຖາ ໄດ້ວາງພື້ນຖານອັນໜັກແໜ້ນໃຫ້ແກ່ການປະຕິບັດຢ່າງສອດຄ່ອງ ແລະ ພາໃຫ້ພັດທະນາຂະແໜງອຸດສາຫະກໍາຢ່າງເຂັ້ມແຂງ ພ້ອມທັງມອບໂອກາດຢ່າງບໍ່ມີຂີດຈຳກັດສຳລັບການຮ່ວມມືລະຫວ່າງສອງປະເທດອີດດ້ວຍ.

ໃນນມື້ດຽວກັນນັ້ນ, ກອງປະຊຸມພົບປະໂຄງການໂຄງສ້າງພື້ນຖານຈີນ-ລາວ ໄດ້ຖືກຈັດຂຶ້ນທີ່ໂຮງເເຮມ Landmark ນະຄອນຫຼວງວຽງຈັນ, ເຊິ່ງເປັນວາລະທີ່ສໍາຄັນຂອງງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືການຄ້າ ຈີນ-ລາວ (ນະຄອນຫຼວງວຽງຈັນ) ປະຈໍາປີ 2025. ໄດ້ດຶງດູດເອົາພາກສ່ວນຫົວໜ່ວຍທຸລະກິດຈີນ-ລາວ ແລະ ໜ່ວຍງານຈາກລັດຖະບານທີ່ກ່ຽວຂ້ອງເຂົ້າມາຮ່ວມງານຢ່າງຫຼວງຫຼາຍ.
ໃນກອງປະຊຸມຄັ້ງນີ້ ມີຕົວແທນຈາກບໍລິສັດຈີນ 5 ຫົວໜ່ວຍ ໄດ້ແກ່: Zhonghui Electric Equipment, Tongbian Electric, Dongzheng Electric, Rongsheng Technology ແລະ Haiyuan Refrigeration Equipment ໄດ້ຜັດປ່ຽນກັນຂຶ້ນເວທີເພື່ອນໍາສະເໜີສັກກະຍາພາບ, ຄວາມສາມາດໃນການປະດິດສ້າງເຕັກໂນໂລຊີ ພ້ອມທັງສະເເດງຄວາມປາຖະໜາຢ່າງໜັ້ກແໜ້ນໃນການສະແຫວງຫາການຮ່ວມມືກັບບໍລິສັດຢູ່ ສປປ ລາວໃນອະນາຄົດ.

ຂ່າວ ເສດຖະກິດ ການຄ້າ