ສົກຮຽນ 2024-2025 ທົ່ວ ນວ ມີໂຮງຮຽນເປີດສອນເພີ່ມຂຶ້ນ 24 ແຫ່ງ,ເລີ່ມຫຼັກສູດວິຊາຊີບ 3 ວິຊາຄື: ເສີມສວຍ, ປຸງແຕ່ງ ແລະ ຕັດຫຍິບ

07 Jul 2025

ຄລິກແຊຣ໌ 0 Facebook WhatsApp


ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2025 ກ່ຽວກັບວຽກງານວັດທະນະທໍາ-ສັງຄົມ ວ່າ:
ດ້ານສຶກສາທິການ ແລະ ກິລາ.
ໄດ້ສຸມໃສ່ຂະຫຍາຍຕາໜ່າງການສຶກສາໃຫ້ທົ່ວເຖິງ, ເຊິ່ງໃນສົກຮຽນ 2024-25 ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນເປີດສອນເພີ່ມຂຶ້ນຈາກສົກຜ່ານມາ 24 ແຫ່ງ ຊຶ່ງໄດ້ເຮັດໃຫ້ຕາໜ່າງການສຶກສາ ມີການຂະຫຍາຍຕົວໄດ້ທົ່ວເຖິງຍິ່ງຂຶ້ນ; ໄດ້ເລີ່ມນຳໃຊ້ຫຼັກສູດພັກສິ້ນປີຮຽນ ໂດຍຝຶກອົບຮົມວິຊາຊີບໃຫ້ແກ່ຊາວໜຸ່ມ 15-35 ປີ ຢູ່ສູນການສຶກສານອກ (ໂຮງຮຽນ ນາຊາຍທອງ) ໃນ 3 ວິຊາຮຽນ ຄື: ເສີມສວຍ, ປຸງແຕ່ງ ແລະ ຕັດຫຍິບ. ພ້ອມກັນນັ້ນ, ໂຮງຮຽນພາກເອກະຊົນ ກໍ່ໄດ້ລິເລີ່ມມີສ່ວນຮ່ວມໃນການສ້າງຫ້ອງສາມັນວິຊາຊີບ ແລະ ຝຶກອົບຮົມວິຊາຊີບ. ສໍາລັບສະພາບການປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃນສົກຮຽນນີ້ ເຫັນວ່າ ຍັງມີທ່າອ່ຽງສູງຂື້ນ ຍ້ອນສະພາບເສດຖະກິດ-ສັງຄົມ ແລະ ຍ້ອນບັນຫາຂອງນັກຮຽນເອງ ເຊັ່ນ: ນັກຮຽນຕິດຫຼິ້ນ, ຕິດຢາເສບຕິດ, ບໍ່ຕັ້ງໃຈຮຽນ ເຮັດໃຫ້ມີຜົນການຮຽນອ່ອນ, ມັກຂາດໂຮງຮຽນ ເຮັດໃຫ້ບໍ່ມີສິດສອບເສັງ, ເສັງບໍ່ຜ່ານ ແລະ ກໍ່ປະລະການຮຽນ; ຍ້ອນນັກຮຽນຈໍານວນໜຶ່ງ ຫັນໄປອອກແຮງງານ ເພື່ອແບ່ງເບົາພາລະຄອບຄົວ ຈິ່ງເຮັດໃຫ້ມີການປະລະໄປອອກແຮງງານ ຢູ່ປະເທດເພື່ອນບ້ານຈຳນວນຫຼາຍ, ສ່ວນໜຶ່ງກໍ່ເຮັດວຽກໃນເຂດເສດຖະກິດພິເສດ, ຕາມໂຮງຈັກ, ໂຮງງານ. ນອກຈາກນີ້, ກໍ່ຍັງມີຜົນກະທົບຈາກສະພາບບັນຫາພໍ່ແມ່ຢ່າຮ້າງກັນ ລູກຢູ່ກັບ ປູ່ຍ່າ ຫຼື ພໍ່ຕູ້ແມ່ຕູ້ ເຮັດໃຫ້ບໍ່ມີຜູ້ສົ່ງເສີມໃຫ້ຮໍ່າຮຽນ; ບາງຄອບຄົວກໍ່ມີລູກຫຼາຍຄົນ ເຮັດໃຫ້ບໍ່ສາມາດສົ່ງເສີມໃຫ້ຮໍ່າຮຽນໄດ້ໝົດທຸກຄົນ.
ພວກເຮົາໄດ້ສຸມໃສ່ການເປັນເຈົ້າພາບ ຈັດງານມະຫະກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ ຢ່າງຕັ້ງໜ້າ, ເຊິ່ງມາດຮອດປັດຈຸບັນ ກໍ່ໄດ້ມີການກະກຽມວຽກໄປຈໍານວນໜຶ່ງແລ້ວ.

ຢ່າງໃດກໍຕາມ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2025 ດ້ານວັດທະນະທໍາ-ສັງຄົມ ມີດັ່ງນີ້:
8.1 ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການສຶກສາແຫ່ງຊາດ, ສ້າງສັງຄົມແຫ່ງການຮຽນຮູ້ ແລະ ແຂ່ງຂັນດ້ານສະຕິປັນຍາ; ເອົາໃຈໃສ່ປະຕິບັດບັນດາຄາດໝາຍ ດ້ານການສຶກສາ ທີ່ມີຄວາມຄືບໜ້າຊ້າ ໂດຍສະເພາະແມ່ນ ບັນຫາການປະລະການຮຽນ; ກະກຽມຄວາມພ້ອມດ້ານຕ່າງໆ ກ່ຽວກັບການເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII; ກວດກາ ແລະ ປະເມີນຄືນບັນດາໂຮງຮຽນທີ່ໄດ້ຮັບນາມມະຍົດ ເປັນໂຮງຮຽນປອດຢາເສບຕິດ ໃນໄລຍະຜ່ານມາ, ຕິດພັນກັບການ ກວດກາບັນດາຮ້ານອາຫານ, ຮ້ານກິນດື່ມ ທີ່ເປີດຢູ່ໃນ ແລະ ຢູ່ໃກ້ສະຖານການສຶກສາ ຫ້າມຂາຍເຄື່ອງດື່ມ ທີ່ມີທາດເຫຼົ້າ.
8.2 ປະສານສົມທົບກັບ ກະຊວງ ສາທາລະນະສຸກ ໃນການຄຸ້ມຄອງລະບົບຖານຂໍ້ມູນສາທາລະນະສຸກ (DHIS2) ຢູ່ໂຮງໝໍສູນກາງ, ໂຮງໝໍພາກເອກະຊົນ; ຊຸກຍູ້ໃຫ້ປະກັນໄພພາກເອກະຊົນ ໃຫ້ມີການລາຍງານຂໍ້ມູນປະກັນສຸຂະພາບ ແລະ ສະເໜີ ກະຊວງ ສາທາລະນະສຸກ ເພື່ອຂະຫຍາຍລະບົບປະກັນສຸຂະພາບແຫ່ງຊາດ ຢູ່ນະຄອນ ຫຼວງວຽງຈັນ; ປັບປຸງການບໍລິການປິ່ນປົວຕາມນະໂຍບາຍ 5 ດີ 1 ພໍໃຈ ໃຫ້ມີຄຸນນະພາບ; ຕິດຕາມຊຸກຍູ້ການສ້າງເຂດປອດຄັວນຢາສູບຢູ່ສະຖານທີ່ຕ່າງໆ ເພື່ອກະກຽມເຂົ້າແຂ່ງຂັນຊິງລາງວັນ ເຂດປອດຄວັນຢາສູບອາຊ່ຽນ; ເອົາໃຈໃສ່ ຈັດຕັ້ງປະຕິບັດມາດຕະການ ຄວບຄຸມການລະບາດ ຂອງພະຍາດຕາມລະດູການ ຮັບປະກັນ ບໍ່ໃຫ້ແຜ່ລາມ ແລະ ບໍ່ໃຫ້ມີກໍລະນີເສຍຊີວິດ;
8.3 ປະກາດນໍາໃຊ້ລະບົບຖານຂໍ້ມູນຂ່າວສານ ໃນການພັດທະນາສີມືແຮງງານ ເພື່ອສະໜອງຂໍ້ມູນແຮງງານທີ່ມີສີມືໃຫ້ແກ່ຕະຫຼາດແຮງງານ ຕາມຂະແໜງການເສດຖະກິດ ແລະ ການສ້າງແຜນການພັດທະນາສີມືແຮງງານຕາມຄວາມຮຽກຮ້ອງຕ້ອງການ, ສຸມໃສ່ການສ້າງມາດຕະຖານ, ຫຼັກສູດ ແລະ ຝຶກສີມືແຮງງານ ຕາມສາຂາອາຊີບຕ່າງໆ ໃຫ້ຫຼາຍຂຶ້ນ;
8.4 ສຸມໃສ່ໂຄສະນາ ແລະ ດຶງດູດການທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ຕິດພັນກັບການຊຸກຍູ້ສົ່ງເສີມ ແລະ ຮ່ວມມືກັບພາກທຸລະກິດການທ່ອງ ທ່ຽວ ໃນການສ້າງກິດຈະກຳການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ, ສ້າງຕາຕະລາງທ່ອງທ່ຽວປະຈໍາປີ, ສ້າງເຂດການທ່ອງທ່ຽວໃຫມ່ ເປັນຕົ້ນ: ຣາຕີວຽງຈັນ, ທ່ອງທ່ຽວຕາມລໍານໍ້າຂອງ-ລໍານໍ້າງື່ມ, ຊຸກຍູ້, ສົ່ງເສີມດ້ານການບໍລິການ ຂອງທຸລະກິດການທ່ອງທ່ຽວ ໃຫ້ມີຄຸນນະພາບ ແລະ ມາດຕະຖານທີ່ດີ;
8.5 ສືບຕໍ່ສົ່ງເສີມ ແລະ ປົກປັກຮັກສາວັດທະນາທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ສຸມໃສ່ສໍາຫຼວດ, ຂຶ້ນທະບຽນມໍລະດົກລະດັບທ້ອງຖິ່ນ, ຊຸກຍູ້ການສ້າງບ້ານວັດທະນະທໍາ ແລະ ຄອບຄົວວັດທະນະທໍາ ໃຫ້ບັນລຸຕາມແຜນທີ່ກໍານົດໄວ້.
8.6 ເອົາໃຈໃສ່ປັບປຸງລະບົບ ການໂຄສະນາຕ່າງໆ ເປັນຕົ້ນ: ປ້າຍໂຄສະນາ, ໂທລະພາບ, ວິທະຍຸ, ໜັງສືພິມ ໃຫ້ມີຄຸນນະພາບ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ