ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9ຂອງສະພາປະຊາຊົນ ນວ, ພິຈາລະນາຫຼາຍບັນຫາສໍາຄັນໂດຍສະເພາະ ພິຈາລະນາ ກ່ຽວກັບການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025

0
52

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ຢ່າງເປັັນທາງການໃນຕອນເຊົ້າຂອງວັນທີ 7 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງວຽງຈັນ, ປະທານສະພາສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ, ພ້ອມດ້ວຍບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ, ແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

   ໂອກາດດັ່ງກ່າວ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງວຽງຈັນ, ປະທານສະພາສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການວ່າ:  ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຄັ້ງນີ້ ຈະໄດ້ສຸ່ມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ  ດັ່ງນີ້:

  1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 06 ເດືອນຕົ້ນປີ, ຕິດພັນກັບ ການປະເມີນຕີລາຄາໂດຍສັງເຂບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025); ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງການລະດັບຊາດ, ໂຄງການປິ່ນອອ້ອມ ທີ່ກໍານົດໃນແຜນການ 5 ປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025 ຂອງນະ ຄອນຫຼວງວຽງຈັນ.
  • ພິຈາລະນາ ກ່ຽວກັບການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ;
  • ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຂອງອົງການປົກຄອງ  ຕາມການສະເໜີຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ;
  • ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ;
  • ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ II ແລະ ແຜນການເຄື່ອນໄຫວພົບຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະ ຄອນຫຼວງ ຊຸດທີ II;
  • ພິຈາລະນາ ແລະ ປະກອບຄໍາເຫັນໃສ່ ແຜນພັດທະນາວຽກງານ ສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ໄລຍະປີ 2026-2030.
  • ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນ ຕາມການສະເໜີຂອງຄະນະປະຈໍາ ສະ ພາປະຊາຊົນ ຄື:
  1. ຮັບຟັງການລາຍງານ ການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທິງ;
  2. ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມ ແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ເຂດບ້ານໂຄກສີວິໄລເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງຶ່ມ ນະຄອນຫຼວງ;
  3. ຮັບຟັງການລາຍງານ ກ່ຽວກັບວິທີການ ແລະ ມາດຕະການແກ້ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫຼວງວຽງຈັນ;
  4. ຮັບຟັງການລາຍງານ ກ່ຽວກັບສະພາບການເກີດອັກຄີໄພ ແລະ ວິທີການ-ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ.

       ນອກຈາກບັນດາເນື້ອໃນທີ່ກ່າວມາຂ້າງເທິງນີ້, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ-ຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ທີ່ຕັ້໊ງຂຶ້ນໃນກອງປະຊຸມ ຈາກສະມາຊິກອົງການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here