ພາຍຫຼັງທີ່ໄດ້ໂຮມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກໍາ ແລະ ປ່າໄມ້ ມາເປັນກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ຈາກນັ້ນ, ກໍ່ໄດ້ມີການປັບປຸງກົງຈັກການຈັດຕັ້ງພາຍໃນກະຊວງໃໝ່ ຈຸດປະ ສົງກໍ່ເພື່ອເຮັດໃຫ້ກົງຈັກການຈັດຕັ້ງ ມີຄວາມເໝາະສົມ, ສອດຄ່ອງ, ກົມກຽວ ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ແລະ ໃຫ້ມີຄວາມພ້ອມໃນການຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນ ສະພາບຄວາມບໍ່ແນ່ນອນຂອງພາກພື້ນ ແລະ ສາກົນ, ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະພາບອື່ນໆ ໃນປັດຈຸບັນ. ດັ່ງນັ້ນ, ໃນວັນທີ 4 ກໍລະກົດ 2025 ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ຜູ້ເກົ່າ, ທ່ານ ປອ. ອານົງສອນ ພົມມະຈັນ ຫົວໜ້າຫ້ອງການກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຜູ້ເກົ່າ ແລະ ທ່ານ ນາງ ທອງຈັນ ອະຄະມາເຂດ ຫົວໜ້າຫ້ອງການກະ ຊວງກະສິກໍາ ແລະ ສິ່ງແວດລ້ອມ ຜູ້ໃໝ່; ທ່ານ ນາງ ທອງຈັນ ອະຄະມາເຂດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຜູ້ເກົ່າ ແລະ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຜູ້ໃໝ່; ທ່ານ ປອ. ທັດສະກາ ສະພັງທອງ ຫົວໜ້າກົມກວດກາ ຜູ້ເກົ່າ ແລະ ທ່ານ ສົມແພງ ໄຊຍະແສງ ຫົວໜ້າກົມກວດກາຜູ້ໃໝ່; ທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ຜູ້ເກົ່າ ແລະ ທ່ານ ປອ. ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ຜູ້ໃໝ່ ຂຶ້ນ, ທີ່ສະໂມສອນກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ໂດຍການເປັນປະທານຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະ ມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ຊຶ່ງມີບັນດາທ່ານຫົວໜ້າຫ້ອງການ, ກົມ, ຮອງຫົວໜ້າຫ້ອງການ, ກົມ ແລະ ທຽບເທົ່າ, ບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານຫຼັກແຫຼ່ງຂອງ ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ກົມແຜນການ ແລະ ການຮ່ວມມື ເຂົ້າຮ່ວມທັງໝົດ 117 ທ່ານ, ຍິງ 38 ທ່ານ.

ໃນພິທີ ໄດ້ຮັບຟັງ ການຜ່ານບົດສະຫຼຸບການຈັດຕັ້ງປະຕິວຽກງານໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ ເປັນ ຕົ້ນແມ່ນ ວຽກງານເປັນເສນາທິການໃຫ້ກັບຄະນະນໍາກະຊວງ ໃນການຈັດຕັ້ງປະຕິບັດວຽກງານ, ການຄຸ້ມຄອງບໍລິຫານກົມກອງ, ການນໍາໃຊ້ເຕັກໂນໂລຊີ ແລະ ລະບົບທັນສະໄໝ ໃນການບໍລິຫານ ແລະ ເຄື່ອນໄຫວວຽກງານຂອງຂະແໜງການ, ວຽກງານຄຸ້ມຄອງ ກວດກາພັກ-ກວດກາລັດ, ການຕ້ານການສໍ້ລາດບັງຫຼວງ, ວຽກງານຄຸ້ມຄອງແຜນການ, ຄຸ້ມຄອງໂຄງການ, ການລົງທຶນ, ການຮ່ວມມືກັບພາກພື້ນ-ສາກົນ ແລະ ວຽກງານອື່ນໆ ທີ່ຕິດພັນກັບທັງ 4 ພາກສ່ວນ ທີ່ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ໃນໂອາດ ທີ່ມີຄວາມໝາຍສໍາຄັນນີ້ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະ ຊວງກະສິກໍາ ແລະ ສິ່ງແວດ ລ້ອມ ໄດ້ສະເໜີໃຫ້ຫົວໜ້າຫ້ອງການ ແລະ ຫົວໜ້າກົມ ຜູ້ໃໝ່ ເອົາໃຈໃສ່ ຊີ້ນໍາ-ນໍາພາ ບັນດາວຽກຈຸດສຸມ ດັ່ງນີ້: 1). ພາຍ ຫຼັງ ມອບ-ຮັບ ແລ້ວ ໃຫ້ຮີບຮ້ອນມາປະຈໍາການ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບພາຍໃນຄະນະ ໃຫ້ລະອຽດ ແລະ ປະ ຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ; 2). ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ລັດ ຖະກອນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີ, ເຮັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອຍສູງ, ກໍາ ແໜ້ນແນວທາງນະໂຍບາຍຂອງພັກ ແລະ ການບໍລິຫານຄຸ້ມຄອງລັດ ໃນໄລຍະໃໝ່ ບົນຈິດໃຈຫ້າວຫັນ, ມີຈັນຍາບັນໃນໜ້າທີ່, ມີນໍ້າໃຈບໍລິການຮັບໃຊ້, ມີແບບແຜນວິທີເຮັດວຽກ ຢ່າງຖືກຕ້ອງຕາມຫຼັກການ, ກ້າຄິດ-ກ້າເຮັດ ແລະ ກ້າຮັບຜິດຊອບ; 3). ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ; 4). ເອົາໃຈໃສ່ ລົງເລິກ ຕິດຕາມກວດກາການຈັດຕັ້ງປະຕິບັດ ແຜນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; 5). ສືບຕໍ່ ຈັດຕັ້ງປະຕິບັດ ການເຜີຍແຜ່ເອກະສານ 3 ວັນປະຫວັດສາດ; 6). ນໍາພາ-ຊີ້ນໍາ ພະນັກງານ-ລັດຖະກອນ ສ້າງຂະບວນການ ຕິດພັນກັບການປະຕິ ບັດວຽກງານວິຊາສະເພາະ; 7). ເອົາໃຈໃສ່ ຮັກສາຄວາມສາມັກຄີ ເປັນເອກະພາບພາຍໃນຄະນະ, ໃຫ້ສົ່ງເສີມ ແລະ ຍຶດຖືຜົນປະໂຫຍດລວມ ແລະ ຍາວນານຂອງຊາດ ແລະ ປະຊາຊົນເປັນກົກ.