ພິທີຖະແຫຼງຂ່າວ ກຽມຈັດງານ ວັດທະນະທໍາຊົນເຜົ່າ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ75ປີ (13 ສິງຫາ 1950 – 13 ສິງຫາ 2025) ມີຂຶ້ນໃນວັນທີ 4 ກໍລະກົດ 2025 ທີ່ສວນບັນດາເຜົ່າ ບ້ານດ່ານຊີ ເມືອງນາຊາຍທອງ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ຜູ້ປະຈຳການ ທັງເປັນ ຫົວໜ້າຄະນະຊີ້ນໍາລວມ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າປະທານ ແລະ ປະທານ ສວນບັນດາເຜົ່າ ເຂົ້າຮ່ວມມີ ປະທານ ສະພາການຄ້າ ນະຄອນຫຼວງວຽງຈັນ, ແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ພູວົງ ພະມີສິດ ປະທານ ສວນບັນດາເຜົ່າ ກ່າວວ່າ: ໂດຍຜັນຂະຫຍາຍມະຕິຕົກລົງຂອງ ແນວລາວສ້າງຊາດ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆສຳລັບສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ.

ທາງສວນບັນດາເຜົ່າ ເປັນກຽດຢ່າງສູງທີ່ໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດ ໜຶ່ງໃນ 9 ກິດຈະກຳ ທີ່ ແນວລາວສ້າງຊາດກຳນົດໄວ້. ກິດຈະກຳ ທີ່ສວນບັນດາເຜົ່າໄດ້ຮັບກຽດນັ້ນແມ່ນ ງານວັດທະນະທໍາຊົນເຜົ່າ, ສຳລັບສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ . ກິດຈະກໍານີ້ແມ່ນຢູ່ພາຍໃຕ້ການຊີ້ນໍາ ຂອງ ທ່ານ ຮອງປະທານ ຜູ້ປະຈໍາການ ສນຊ ແລະ ແມ່ນກົມຊົນເຜົ່າເປັນຜູ້ລົງນໍາພາຈັດຕັ້ງປະຕິບັດຕົວຈິງ, ເຊີ່ງຈະໄດ້ເລີ່ມຕົ້ນແຕ່ວັນທີ 8 – 12 ສິງຫາ 2025.

ທ່ານກ່າວວ່າ: ຈຸດປະສົງຫຼັກຂອງງານຄັ້ງນີ້ແມ່ນ: ເພື່ອເຕົ້າໂຮມຄວາມສາມະຄີ, ສ້າງຄວາມເປັນປຶກແຜ່ນ ແລະ ຄວາມເອກະພາບພາຍໃນ ຂອງ 50 ຊົນເຜົ່າ ຢູ່ ສປປ ລາວ ໄດ້ມາສະແດງອອກໃນງານພົບປະ, ສະແດງສີລະປະ ແລະ ກິດຈະກຳອຶ່ນໆຮ່ວມກັນ; ເພື່ອເປັນການຟື້ນຟູ, ສົ່ງເສີມ ແລະ ອານຸລັກຮັກສາວັດທະນະທຳ, ຮີດຄອງ – ປະເພນີ, ສິລະປະວັນນະຄະດີ, ສິລະປະການສະແດງ, ບົດຂັບລຳ, ເຄື່ອງດົນຕຣີ ແລະ ເຄື່ອງໃຊ້ສອຍໃນຊີວິດປະຈໍາວັນ ຂອງ 50 ຊົນເຜົ່າ ໃຫ້ມີຢູ່ຄຽງຄູ່ກັບຊາດລາວ. ເພື່ອເປັນການເຜີຍແຜ່ ແລະ ນໍາສະເໜີໃຫ້ພໍ່ແມ່ປະຊາຊົນນະຄອນຫຼວງວຽງຈັນ, ກໍຄືທົ່ວປະເທດໄດ້ຮູ້ – ໄດ້ເຫັນ -ໄດ້ສຳພັດ ຄວາມຈິງວ່າ ສວນບັນດາເຜົ່າ ແຫ່ງນີ້ ທີ່ເປັນແຫຼ່ງທ່ອງທ່ຽວ ແລະ ສູນການຮຽນຮູ້ ດ້ານວິຖີຊີວິດ, ວັດທະນະທຳ, ຮີດຄອງປະເພນີ, ຊຸດອາພອນ, ເຄື່ອງໃຊ້, ເຮືອນຢູ່, ບ່ອນຢູ່ອາໄສ ແລະ ອຶ່ນໆ ຂອງ 50 ຊົນເຜົ່າ.

ສໍາລັບກິດຈະກໍາພາຍໃນງານ ງານວັດທະນະທໍາຊົນເຜົ່າຄັ້ງນີ້ປະກອບດ້ວຍກິດຈະກຳແຕ່ລະມື້ດັ່ງນີ້: ການເຂົ້າຢ້ຽມຊົມຫໍວາງສະແດງມູນເຊື້ອບັນດາເຜົ່າ; ທ່ຽວຊົມ-ຊື້ສິນຄ້າຢູ່ໃນຮ້ານວາງສະແດງຜະລິດຕະພັນຂອງບັນດາເຜົ່າ ເຊັ່ນ ເຄື່ອງນຸ່ງຫົ່ມເຄື່ອງຫັດຖະກຳ, ເຄື່ອງໃຊ້ ແລະ ອາຫານຂອງຊົນເຜົ່າຕ່າງໆ ທີ່ ມີລັກສະນະສະເພາະເຜົ່າ; ຊົມການເດີນແບບຜ້າລາຍນາກ, ຊົມສິລະປະລຳວົງລາວ, ຮັບຟັງສິລະປະສຽງແຄນລາວ ເຊິງສິລະປະດັ່ງກ່າວໄດ້ຖືກຮັບຮອງເປັນມໍລະດົກໂລກມາແລ້ວແລະນອກຈາກນັ້ນຈະໄດ້ ຮັບຊົມການສະແດງສິລະປະຂອງແຕ່ລະຊົນເຜົ່າ,

ຮັບຊົມໜ່ວຍສິລະປະ ຂອງສວນບັນດາ ເຜົ່າ ແລະ ໜ່ວຍສິລະປະຂອງ ໂຮງຮຽນປະຖົມ – ມັດທະຍົມຈາກເມືອງນາຊາຍທອງ ອີກດ້ວຍ; ຢ້ຽມຊົມເຮືອນຊົນເຜົ່າ ແລະ ຊີມອາຫານທີ່ເປັນເອກະລັກຂອງບັນດາຊົນເຜົ່າຄື: ຊົນເຜົ່າລາວ, ຊົນເຜົ່າກຶມມຸ, ຊົນເຜົ່າມົ້ງ, ຊົນເຜົ່າລື້, ຊົນເຜົ່າຜູ້ໄທ, ຊົນເຜົ່າບຣູ, ຊົນເຜົ່າກະຕູ, ຊົນເຜົ່າອາຄາ, ຊົນເຜົ່າໄຕດຳ, ຊົນເຜົ່າຫໍ້ ແລະ ອື່ນໆ… ທີ່ ສະແດງໃຫ້ເຫັນວິຖີຊີວິດ ຂອງ ພີ່ນ້ອງຊົນເຜົ່າ; ຮ່ວມພິທີບາສີສູຂັວນ ແລະ ລຳວົງສາມັກຄີຕາມປະເພນີຊົນເຜົ່າລາວ(ຢູ່ໃນສະໂມສອນ);

ໃນວັນທີ 11 ສິງຫາ 2025 ພິທີເປີດງານເປັນທາງການຈະມີຂະບວນການແຫ່ສັນຍະລັກ / ວັດທະນະທໍາ ຂອງບັນດາເຜົ່າທົ່ວປະເທດຄື: ຊົນເຜົ່າລາວ, ຊົນເຜົ່າກຶມມຸ, ຊົນເຜົ່າມົ້ງ, ຊົນເຜົ່າລື້, ຊົນເຜົ່າຜູ້ໄທ, ຊົນເຜົ່າບຣູ, ຊົນເຜົ່າກະຕູ, ຊົນເຜົ່າອາຄາ, ຊົນເຜົ່າໄຕດຳ ໄຕແດງຊົນເຜົ່າຫໍ້ ແລະ ອື່ນໆອີກຫຼາຍຊົນເຜົ່າ. ຊົມການເດີນແບບ ທີ່ມີອາພອນເຄື່ອງນຸ່ງຫົ່ມຂອງ 50 ຊົນເຜົ່າ.

ໃນນາມປະທານສວນບັນດາເຜົ່າ ແລະ ໃນນາມຄະນະຮັບຜິດຊອບຈັດງານດັ່ງກ່າວນີ້,ຈຶ່ງຂໍເຊີນຊວນ ພໍ່ແມ່ພີ່ນ້ອງ – ປະຊາຊົນ – ທະຫານ -ຕໍາຫຼວດ – ນ້ອງນັກຮຽນ ຢູ່ບ້ານຕ່າງໆ ອ້ອມຂ້າງເມືອງນາຊາຍທອງ, ເມືອງຕ່າງໆພາຍໃນນະຄອນຫຼວງວຽງຈັນ, ແຂວງອ້ອມຂ້າງ ແລະ ທົ່ວປະເທດ ຈົ່ງໄດ້ສະຫຼະເວລາມາທ່ຽວຊົມ, ມາເຊຍ ແລະ ຊື້ສິນຄ້າເອກະລັກສະເພາະຂອງຊົນເຜົ່າ. ງານນີ້ເປັນຄັ້ງທຳອິດ ທີ່ ລວມເອົາບັນດາຊົນເຜົ່າຕ່າງໆ ມາຮ່ວມກັນສະແດງຄວາມສາມະຄີ – ຄວາມອາດສາມາດ ແລະ ຄວາມເປັນເອກະລັກຢູ່ແຫ່ງດຽວກັນ ທີ່ ສວນບັນດາເຜົ່າ ບ້ານ ດານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.

ທ່ານໃດຍັງຕ້ອງການຂໍ້ມູນເພີ່ມເຕີມ ຫຼື ສອບຖາມ ແມ່ນຕິດຕໍ່ໄດ້ ທີ່:ຫ້ອງການ ຂອງສວນບັນດາເຜົ່າ ໃນໂມງ ລັດຖະການ ທ່ານ ນາງ ລັດສະໝີ ໄຊຍະວົງ 020 55448899 ແລະ ທ່ານ ນາງ ຄໍາຫຼ້າ ລໍເບຣຍຍ່າວ 020 96 899 684.