ເຊັນບົດບັນທຶກການຮ່ວມມືດ້ານວິຊາການ ເພີ່ມປະສິດທິພາບໃນວຽກງານກວດກາສຸຂະພາບປະຈຳປີຂອງຜູ້ອອກແຮງງານ

0
62

ພິທີເຊັນບົດບັນທຶກການຮ່ວມມືດ້ານວິຊາການ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ຮ່ວມກັບ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ສູນການແພດນະຄອນຫລວງວຽງຈັນ-ປັກກິ່ງ ຈຳກັດ ເພື່ອເປັນບາດກ້າວພື້ນຖານທີ່ສໍາຄັນ ລະຫວ່າງພາກລັດ ແລະ ພາກເອກະຊົນ ກໍ່ຄືການເຮັດໜ້າທີ່ຊ່ວຍພາກລັດໃນວຽກງານກວດກາສຸຂະພາບປະຈຳປີ ຂອງຜູ້ອອກແຮງງານ.

   ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເມື່ອວັນທີ 4 ກໍລະກົດ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໃຫ້ກຽດລົງນາມສັນຍາຮ່ວມມືດ້ານວິຊາການໂດຍ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັນດີການສັງຄົມ ແລະ ທ່ານ ຊ້າຍ ຕ້າລຸນ ອໍານວຍການສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ສູນການແພດນະຄອນຫຼວງວຽງຈັນ-ປັກກິ່ງ ຈໍາກັດ ໂດຍມີບັນດາແຂກຈາກອົງການແຕ່ລະຝ່າຍ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

   ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັນດີການສັງຄົມ ກ່າວວ່າ: ການຮ່ວມມືດັ່ງກ່າວນີ້ ແມ່ນເປັນບາດກ້າວ ພື້ນຖານທີ່ສໍາຄັນ ລະຫວ່າງພາກລັດ ແລະ ພາກເອກະຊົນ ກໍ່ຄືການເຮັດໜ້າທີ່ຊ່ວຍພາກລັດໃນວຽກງານກວດກາສຸຂະພາບປະຈຳປີ ຂອງຜູ້ອອກແຮງງານ ທີ່ເຮັດວຽກຢູ່ຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ, ໂຄງການຕ່າງໆ ເພື່ອແນ່ໃສ່ການເບິ່ງແຍງດູແລຮັກສາສຸຂະພາບຂອງຜູ້ອອກແຮງງານໃຫ້ມີສຸຂະພາບທີ່ດີ, ແຂງແຮງ, ເປັນການປ້ອງກັນ, ສະກັດກັ້ນການເກີດພະຍາດອາຊີບ, ການຕິດເຊື້ອ ທີ່ອາດຈະເກີດຂຶ້ນຈາກການເຮັດວຽກ ຂອງຜູ້ອອກແຮງງານໃນການປະກອບສ່ວນເຂົ້າໃນການອອກແຮງງານ ໃຫ້ນັບມື້ນັບດີຂຶ້ນ.

   “ ບັນຫາ ການກວດສຸຂະພາບຂອງປະຈຳປີໃຫ້ຜູ້ອອກແຮງງານກໍເປັນວຽກບູລິມະສິດໜຶ່ງທີ່ນອນຢູ່ ໃນແຜນຍຸດທະສາດ, ແລະແຜນພັດທະນາວຽກ ຮສສ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງໃນ 5 ປີຕໍ່ໜ້າ (2026-2030), ຄາດໝາຍສູ້ຊົນ ຕ້ອງໃຫ້ຜູ້ອອກແຮງງານໄດ້ຮັບການກວດສຸຂະພາບ ປະຈຳປີ ຫຼື ກວດຕາມປັດໃຈສ່ຽງ ທີ່ເຮັດວຽກຢູ່ໃນຫົວໜ່ວຍງານຂະໜາດໃຫ່ຍ (280 ຫົວໜ່ວຍ) ເຊິ່ງ ມັນຮຽກຮ້ອງໃຫ້ອົງການສາມຝ່າຍ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ຕ້ອງໄດ້ເອົາໃຈໃສ່ໃນ ການຈັດຕັ້ງປະຕິບັດ ເພື່ອຮັບປະກັນໃຫ້ຜູ້ອອກ ແຮງງານມີສຸຂະພາບດີໃນການເຮັດວຽກ ” ທ່ານ ພົງສະຫວັນ ໄຊໂກສີ ກ່າວ.

ຂະນະດຽວກັນ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ຮສສ ໃຫ້ກຽດໂອລົມວ່າ: ພາຍຫຼັງທີ່ທັງສອງຝ່າຍໄດ້ມີສັນຍາຮ່ວມມືດ້ານວິຊາການກັນແລ້ວ ຂ້າພະເຈົ້າຮຽກຮ້ອງມາຍັງທັງສອງຝ່າຍໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຕາມສິດ ແລະ ພາລະບົດບາດຂອງຕົນເອງຕາມທີ່ໄດ້ກຳນົດໄວ້ໃນສັນຍາເຊັ່ນ:

  1. ສູນຕ້ອງໄດ້ປະຕິບັດນິຕິກຳ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບວຽກງານວິຊາສະເພາະຂອງສູນຕາມທີ່ລັດຖະບານໄດ້ວາງອອກຢ່າງເຂັ້ມງວດ;
  2. ສູນກວດສຸຂະພາບແຮງງານເອງ ກໍ່ຕ້ອງເອົາໃຈໃສ່ໃນການປະຕິບັດບັນດາສິດ, ໜ້າທີ່ ແລະ ຂໍ້ຫ້າມ ຕາມເນື້ອໃນຂອງສັນຍາຢ່າງເຂັ້ມງວດ ໂດຍສະເພາະ ການລາຍງານຂໍ້ມູນຕົວເລກຂອງການກວດສຸຂະພາບຂອງຜູ້ອອກແຮງງານ ໃຫ້ແກ່ພາກລັດຖະບານ ກໍຄືກົມຄຸ້ມຄອງແຮງງານ ຢ່າງເປັນປົກກະຕິ;
  3. ປະກອບສ່ວນເຂົ້າໃນການສ້າງຖານເກັບກຳຂໍ້ມູນ, ປັບປຸງ ແລະ ພັດທະນາລະບົບການກວດສຸຂະພາບແຮງງານ ໃນແຕ່ລະໄລຍະ;
  4. ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ພາກລັດຖະບານໃນການຕິດຕາມ, ຊຸກຍູ້ ແລະ ກວດການເຄື່ອນໄຫວຂອງສູນກວດສຸຂະພາບຕາມພາລະບົດ ແລະ ບັນຫາອື່ນໆ;

ຂ່າວ-ຮູບ: Larhcreators Chanel

LEAVE A REPLY

Please enter your comment!
Please enter your name here