ຫາລືການປະເມີນ ວຽກງານຄົ້ນຄວ້າວິທະຍາສາດ ສັງຄົມຂອງ ສປປລາວ

0
82

ສະຖາບັນອຸດສາຫະກໍາ  ແລະ ພະລັງງານ ກະຊວງ ອຸດສາຫະກໍາ ແລະ ການຄ້າ(ອຄ) ຈັດກອງປະຊຸມ ປືກສາ ຫາລືການປະເມີນ ວຽກງານຄົ້ນຄວ້າວິທະຍາສາດ ສັງຄົມຂອງ ສປປລາວ ຂຶ້ນໃນວັນທີ 4 ກໍລະກົດ 2025 ທີ່ ກະຊວງ ອຄ ເປັນປະທານຂອງທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າ ສະຖາບັນອຸດສາຫະກໍາ  ແລະ ພະລັງງານ ເຂົ້າຮ່ວມມີບັນດານັກຄົ້ນຄວ້າ  ຜູ້ຕ່າງໜ້າຈາກຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວຽງສະຫວ່າງ ທິບພະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນໃນການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການວິເຄາະຄວາມສຳຄັນທາງດ້ານການຄົ້ນຄວ້າ (Doing Research Analysis) ຢູ່ ສປປ ລາວໂຄງການນີ້ໄດ້ຮັບການສະໜັບສະໜູນມາຈາກສະຖາບັນເຄື່ອຄ່າຍເພື່ອການພັດທະນາສາກົນ (Global Development Network “GDN”). ເຊິ່ງໃນໄລຍະຜ່ານມາມີຫຼາຍປະເທດໃນອາຊຽນທີ່ໄດ້ມີການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຊັ່ນ: ອິນໂດເນເຊ, ມຽນມາ ແລະ ຫວຽດນາມ ສຳລັບ ສປປ ລາວ ເຮົາແມ່ນເປັນຄັ້ງທໍາອິດ.

ຈຸດປະສົງຂອງໂຄງການແມ່ນເພື່ອສຳຫຼວດ ແລະລາຍງານສະພາບການ ນຳໃຊ້ຜົນການຄົ້ນຄວ້າທາງດ້ານວິທະຍາສາດສັງຄົມ ຂອງ ສປປ ລາວ. ຜົນໄດ້ຮັບຂອງໂຄງການດັ່ງກ່າວ ແມ່ນຈະຊ່ວຍສ້າງບົດບາດຂອງນັກຄົ້ນຄວ້າໃນຂະແໜງວິທະຍາສາດສັງຄົມໃຫ້ເປັນທີ່ຮັບຮູ້ໃນເວທີສາກົນ ແລະ ຊ່ວຍເຊື່ອມສານກັບຜູ້ວາງນະໂຍບາຍ ໂດຍການສ້າງຂໍ້ສະເໜີແນະທາງດ້ານນະໂຍບາຍຈາກຜົນການຄົ້ນຄວ້າຂອງນັກຄົ້ນຄວ້າຂອງພວກເຮົາ.ຜ່ານມາ ບັນດາສະຖາບັນການສຶກສາ ແລະ ຄົ້ນຄວ້າຕ່າງໆພາຍໃນປະເທດ ແມ່ນໄດ້ເຮັດບົດຄົ້ນຄວ້າຫຼາຍຫົວຂໍ້ໃນຂົງເຂດວິທະຍາສາດສັງຄົມ ແຕ່ການນໍາໃຊ້ຜົນການຄົ້ນຄວ້າ ກໍຄືການຜັນຂະຫຍາຍເຂົ້າໃນນະໂຍບາຍ ແລະ ແຜນຍຸດທະສາດໃນຂັ້ນຕ່າງໆຍັງບໍ່ທັນຫຼາຍເທົ່າທີ່ຄວນ. ຢ່າງໃດກໍດີ ໃນໄລຍະຜ່ານມາເຫັນວ່າ ພັກ ແລະ ລັດຖະບານ ແມ່ນໄດ້ເອົາໃຈໃສ່ຫຼາຍຕໍ່ວຽກງານຄົ້ນຄວ້າໃນຂົງເຂດວິທະຍາສາດສັງຄົມ ໂດຍສະເພາະແມ່ນການສ້າງຕັ້ງກອງທຶນວິທະຍາສາດເຕັກໂນໂລຊີ ເພື່ອສະໜັບສະໜູນງົບປະມານການຄົ້ນຄວ້າຂອງຂົງເຂດນີ້ ແລະ ສະນັ້ນ ການວິເຄາະກ່ຽວກັບຄວາມສໍາຄັນຂອງວຽກງານຄົ້ນຄວ້າວິທະຍາສາດສັງຄົມ ຈະຊ່ວຍໃຫ້ລັດຖະບານເຫັນໄດ້ສະພາບການນໍາໃຊ້ຜົນການຄົ້ນຄວ້າໃນໄລຍະຜ່ານມາ, ຄວາມສາມາດຂອງນັກຄົ້ນຄວ້າ, ການປະກອບສ່ວນຂອງສະຖາບັນ, ອົງການຈັດຕັ້ງພາຍໃນ ແລະ ສາກົນ.

ນອກນັ້ນຍັງສາມາດເປັນຂໍ້ມູນວິທະຍາສາດເພື່ອອ້າງອີງໃນການຍາດແຍ່ງການຊ່ວຍເຫຼືອ ແລະ ຮ່ວມມືກັບສາກົນດ້ານວຽກງານຄົ້ນຄວ້າວິທະຍາສາດສັງຄົມຂອງປະເທດ. ການຈັດປະຕັ້ງປະຕິບັດໂຄງການນີ້ຈຶ່ງຖືວ່າຈະມີຜົນປະໂຫຍດຫຼາຍທັງໃນດ້ານການສົ່ງເສີມຄຸນນະພາບຂອງວຽກງານຄົ້ນຄວ້າແລະ ໃນດ້ານການຮ່ວມມືກັບສາກົນ.ສັງລວມແລ້ວ ຜົນການຈັດຕັ້ງປະຕິບັດໂຄງການນີ້ຈະຊ່ວຍໃຫ້ການສ້າງມາດຕະການສົ່ງເສີມວຽກງານຄົ້ນຄວ້າຂອງປະເທດໃຫ້ເຂັ້ມແຂງ ແລະ ຍັງເຮັດໃຫ້ວຽກງານຄົ້ນຄວ້າວິທະຍາສາດສັງຄົມຂອງປະເທດໄດ້ຮັບການຮັບຮູ້ຈາກສາກົນຫຼາຍຂຶ້ນ. ຢ່າງໃດກໍດີ ເພື່ອເຮັດໃຫ້ຜົນການວິເຄາະທາງດ້ານວຽກງານຄົ້ນຄວ້າຂອງປະເທດເຮົາມີຄວາມຊັດເຈນ ແລະ ຖືກຕ້ອງຫຼາຍທີ່ສຸດ ຂ້າພະເຈົ້າຈຶງຂໍສະເໜີເຖິງບັນດາທ່ານຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນ, ບໍລິສັດທີ່ປຶກສາ, ລວມໄປເຖິງນັກຄົ້ນຄວ້າ ທີ່ເຂົ້າຮ່ວມກອງປະຊຸມມື້ນີ້ ຊ່ວຍແບ່ງປັນຂໍ້ມູນ ແລະ ປະສົບການເຮັດວຽກຄົ້ນຄວ້າໃນຂະແໜງການຂອງທ່ານ ກັບພວກເຮົາດ້ວຍ.ອີກເທື່ອໜຶ່ງຂ້າພະເຈົ້າ ຂໍສະແດງຄວາມຂອບໃຈທີ່ບັນດາທ່ານໄດ້ເສຍສະລະເວລາເຂົ້າຮ່ວມກອງປະຊຸມໃນມື້ນີ້ ແລະ ຫວັງວ່າຈະໄດ້ຮັບການແລກປ່ຽນຂໍ້ມູນຈາກທ່ານດ້ວຍຄວາມມິດຕະພາບ ແລະ ເປັນກັນເອງ.

LEAVE A REPLY

Please enter your comment!
Please enter your name here