ພິທີປະກາດຮັບຮອງຜະລິດຕະພັນປາແດກຕົ້ມສຸກສຳເລັດຮູບກາ 3 ດາວ ເປັນຫົວໜ່ວຍສິນຄ້າໂອດັອບ ( ODOP ) ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂອງເມືອງປາກຊັນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 30 ມິຖຸນາ 2025 ຜ່ານມານີ້ ທີ່ໂຮງງານດັ່ງກ່າວ ບ້ານຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄຳໄຊ, ເຂົ້າຮ່ວມໂດຍ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮັກສາການຮອງເຈົ້າເມືອງປາກຊັນ, ທ່ານ ນາງ ມະນີທອງ ອ້ວນລາສີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຜູ້ປະກອບການທຸລະກິດ, ຕາງໜ້າພະແນກການເຂົ້າຮ່ວມ.

ທ່ານ ນາງ ວິໄລວັນ ພູນສະລິດ ເຈົ້າຂອງທຸລະກິດໂຮງງານປາແດກຕົ້ມສຸກສຳເລັດຮູບກາ 3 ດາວ ກ່າວວ່າ: ປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ໄດ້ຊຸກຍູ້ສົ່ງເສີມການຜະລິດທຸລະກິດຕາມກົນໄກຕະຫຼາດ ແລະ ຫັນເປັນອຸດສາຫະກຳທັນສະໄໝ, ຕົນເອງ ຈຶ່ງໄດ້ເລີ່ມສຶກສາ ພ້ອມຂຽນບົດວິພາກເສດຖະກິດ ໄດ້ຮັບອະນຸຍາດສ້າງຕັ້ງໂຮງງານໃນປີ 2023 ໄດ້ຮັບທະບຽນວິສາຫະກິດ ແລະ ຢັ້ງຢືນການຂຶ້ນທະບຽນອາຫານ ປີ 2024 ພ້ອມທັງເລີ່ມຜະລິດໂດຍມີພະນັກງານວິຊາການ ແລະ ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນບາດກ້າວຂັ້ນຕອນຂະບວນການຜະລິດ ໂດຍການຜະລິດຄັ້ງ 1 ຈຳນວນ 2,000 ລິດ, ບັນຈຸໄດ້ປະມານ 5,714 ກວດ ເທົ່າກັບ 476 ແພັກ, ແພັກລະ 12 ກວດ, ໃນປະລິມານກວດລະ 360 ມິນລີລິດ, ລັກສະນະຂອງຜະລິດຕະພັນປາແດກຕົ້ມສຸກ ເປັນນໍ້າເຂັ້ມຂຸ້ນ ເໝາະແກ່ການປຸງອາຫານ. ສຳລັບວັດຖຸດິບທີ່ສະໜອງນຳເຂົ້າຂະບວນການຜະລິດແມ່ນ ນຳໃຊ້ປາເກັດສົດຈາກທຳມະຊາດ ໂດຍມີແມ່ຄ້າພາຍໃນແຂວງສະໜອງໃຫ້ ປະມານ 800 ກິໂລຕໍ່ວັນ, ການຈຳໜ່າຍແມ່ນສົ່ງຕາມຮ້ານຄ້າທ້ອງຕະຫຼາດ ແລະ ຮ້ານສະດວກຊື້ພາຍໃນແຂວງ ແລະ ສົ່ງອອກຕ່າງແຂວງຈຳນວນໜຶ່ງ; ປະກອບມີ 2 ສູດ ຝາແດງ ແລະ ຝາເຫຼືອງ, ປັດຈຸບັນມີການຜະລິດຢ່າງຕໍ່ເນື່ອງ, ສັງຄົມມີຄວາມຕ້ອງການຫຼາຍ, ມີຕະຫຼາດຮັບຮອງ ຄື: ຕະຫຼາດພາຍໃນເມືອງ, ພາຍໃນແຂວງ 25%, ຕະຫຼາດຕ່າງແຂວງ 75%.
ຜ່ານການເກັບກຳຂໍ້ມູນຂອງອຸດສາຫະກຳ ແລະ ການຄ້າ ເມືອງປາກຊັນ ໂດຍອີງໃສ່ບົດວິພາກເສດຖະກິດ, ການຜະລິດ ແລະ ການຈຳໜ່າຍ ມີຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຈົ້າເມືອງປາກຊັນ ຈຶ່ງໄດ້ຕົກລົງຮັບຮອງຫົວໜ່ວຍໂຮງງານປາແດກຕົ້ມສຸກສຳເລັດຮູບກາ 3 ດາວ ເປັນຜະລິດຕະພັນທີ່ໄດ້ຮັບກາໜາຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ເປັນຫົວໜ່ວຍທີ 3 ຂອງເມືອງປາກຊັນ, ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮັກສາການຮອງເຈົ້າເມືອງປາກຊັນ.