ວິທີການປູກຜັກກາດຂຽວກວາງຕຸ້ງ ຫຼື ຜັກກາດຊອມ

0
23

ຜັກກາດຂຽວກວາງຕຸ້ງ ຫຼື ລາວເຮົາເອີ້ນຜັກກາດຊອມ ໃຊ້ບໍລິໂພກພາກສ່ວນໃບ ແລະ ກ້ານ ລັກສະນະກ້ານໃບໜາກົມ ສີຂຽວ ປາຍໃບມົນ ມີຖິ່ນກຳເນີດໃນທະວີບອາຊີຕາເວັນອອກສຽງໃຕ້ ປູກຫຼາຍໃນມົນທົນກວາງຕຸ້ງ ຂອງປະເທດຈີນ, ຮົງກົງ, ໄຕ້ຫວັນ, ໄທ ແລະ ລາວ.

▶ ລັກສະນະທົ່ວໄປ: ຜັກກາດກວາງຕຸ້ງ ຫຼື ຜັກກາດຊອມ ເປັນພືດຜັກທີ່ຢູ່ໃນຕະກຸນ Crucrferae ມີຊື່ທາງວິທະຍາສາດວ່າ Brassica Chinensis Juslvar Para Chinensis ( Baileg ) Tsenlee ຜັກກາດກວາງຕຸ້ງ ເປັນພືດອາຍຸປີດຽວ ສາມາດຈະເລີນເຕີບໂຕໄດ້ດີໃນດິນທຸກຊະນິດທີ່ມີ ( pH ) 5.8 – 6.5, ດິນມີຄວາມຊຸ່ມດີ, ມີແສງສະຫວ່າງສະໝໍ່າສະເໝີຕະຫຼອດມື້ ອຸນຫະພູມທີ່ເໝາະສົມ 20 – 25 ອົງສາ ອາຍຸຕັ້ງແຕ່ຫວ່ານເຖິງເກັບກ່ຽວ ປະມານ 35 – 45 ມື້.

+ ແນວພັນ: ຜັກກາດ ກວາງຕຸ້ງ ຫຼື ຜັກກາດຊອມ ຍັງບໍ່ມີການລະບຸຄວາມແຕກຕ່າງຂອງລັກສະນະແນວພັນ ນອກຈາກຜັກກາດຂຽວ ກວາງຕຸ້ງແລ້ວ ມີຜັກກວາງຕຸ້ງ 3 ຊະນິດ ຄື: ຜັກກາດຂຽວກວາງຕຸ້ງ, ຜັກກາດຮ່ອງເຕ້ ແລະ ຜັກກາດດອກ.

+ ການກຽມດິນ: ການກຽມດິນຄວນໄຖ – ຂຸດເລິກ ປະມານ 15 – 20 ແມັດ ປະໄວ້ປະມານ ມື້ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍດີແລ້ວໃຫ້ຫຼາຍ ພວນດິນໃຫ້ລະອຽດຍົກເປັນໜານ.

▶ ການປູກ: ຜັກກາດຂຽວກວາງຕຸ້ງ ຫຼື ຜັກກາດຊອມ ສາມາດປູກໄດ້ 2 ວິທີ ຄື: ການປູກແບບໂຮຍເມັດເປັນແຖວ ແຕ່ວິທີທີ່ນິຍົມແມ່ນການປູກແບບກ້າ ເພາະປູກແບບວິທີກ້ານີ້ ເປັນການປະຢັດແນວພັນ.

+ ການບົວລະບັດຮັກສາ ການໃສ່ຝຸ່ນ: ພືດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນ, ດັ່ງນັ້ນຈຶ່ງແນະນໍາການໃສ່ຝຸ່ນ N.P.K ສູດ 20-11-11 ຫຼື 16-08-08 ຫຼື ສູດໃກ້ຄຽງນີ້ ໃນຈໍານວນ 300 ກໍໂລກຣາມຕໍ່ເຮັກຕາ ໂດຍແບ່ງເປັນ 2 ເທື່ອ, ເທື່ອທີ 1 ໃຫ້ໃສ່ເຄິ່ງໜຶ່ງ ເພື່ອເປັນການຮອງພື້ນ. ຫຼັງຈາກປູກແລ້ວພວນດິນປົກ, ເທື່ອທີ 2 ໃສ່ຝຸ່ນ ເມື່ອຜັກມີອາຍຸ 10 – 20 ວັນ ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍ 60 ກິໂລກຣາມຕໍ່ເຮັກຕາ ເພື່ອເລັ່ງການຈະເລີນເຕີບໂຕຂອງຜັກ.

▶ ການໃຫ້ນໍ້າ: ຄວນໃຫ້ຢ່າງພຽງພໍ ແຕ່ຢ່າປຽກເກີນໄປ ໂດຍຫຼຸດຜ່ອນຄວາມຊຸ່ມໃນໜານປູກ ໃຫ້ຊຸ່ມຢ່າງສະໝໍ່າສະເໝີ.

■ ການພວນດິນກໍາຈັດຫຍ້າ: ຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນບໍ່ແໜ້ນ, ລະບາຍອາກາດ ແລະ ນໍ້າໄດ້ດີ ພ້ອມກັບການກຳຈັດຫຍ້າໄປພ້ອມ.

ສ່ວນການເກັບກ່ຽວ: ອາຍຸການເກັບກ່ຽວຜັກກາດຂຽວກວາງຕຸ້ງມີປະມານ 35 – 45 ມື້ ເຊິ່ງການເກັບກ່ຽວແມ່ນອີງຕາມຄວາມເໝາະສົມ ຫຼື ຈຸດປະສົງຂອງການເກັບໃນແຕ່ລະທ້ອງຖິ່ນ.

ຂໍ້ມູນ: ຫຼັກສູດໂຮງຮຽນກະສິກຳ ແລະ ປ່າໄມ້ ຊັ້ນກາງ

LEAVE A REPLY

Please enter your comment!
Please enter your name here