5 ເດືອນປີນີ້ ອິນໂດເນເຊຍ ດຶງດູດນັກທ່ອງທ່ຽວຕ່າງປະເພດ ເພີ່ມຂຶ້ນ 7.44%

0
22

ສຳນັກງານສະຖິຕິແຫ່ງຊາດຂອງ ອິນໂດເນເຊຍ ( BPS ) ເປີດເຜີຍໃນວັນທີ 1 ກໍລະກົດ ວ່າ: ອິນໂດເນເຊຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1.31 ລ້ານເທື່ອຄົນ ໃນເດືອນພຶດສະພາ ປີ 2025 ເພີ່ມຂຶ້ນ 14.01% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນັກທ່ອງທ່ຽວສ່ວນໃຫຍ່ ມາຈາກມາເລເຊຍ 18.26%, ຖັດມາແມ່ນອົດສະຕຣາລີ 11.31% ແລະ ສິງກະໂປ 9.68%.

ບົດລາຍງານລະບຸວ່າ: ໃນເດືອນພຶດສະພາຜ່ານມາ ນັກທ່ອງທ່ຽວຕ່າງປະເທດສ່ວນຫຼາຍ ເຂົ້າມາໂດຍຜ່ານສະໜາມບິນ I Gusti Ngurah Rai ຂອງເກາະບາຫຼີ ໂດຍນັກທ່ອງທ່ຽວຈາກອົດສະຕຣາລີ, ອິນເດຍ ແລະ ຈີນ ເດີນທາງເຂົ້າຮ່ວມງານບຸນ ແລະ ກິດຈະກໍາຕ່າງໆ ເຊັ່ນ: Bali Spirit Festival ແລະ Bali Training Ultra trail run.

ໃນຂະນະດຽວກັນ, ການທ່ອງທ່ຽວພາຍໃນປະເທດ ບັນລຸ 97.67 ລ້ານເທື່ອຄົນໃນເດືອນພຶດສະພາ ເພີ່ມຂຶ້ນ 17.81% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ລວມຍອດຈຳນວນນັກທ່ອງທ່ຽວຕ່າງປະເທດ ທີ່ມາຢ້ຽມຢາມ ອິນໂດເນເຊຍ ແຕ່ເດືອນມັງກອນ ຫາ ເດືອນພຶດສະພາ ມີ 5.63 ລ້ານເທື່ອຄົນ ເພີ່ມຂຶ້ນ 7.44% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສ່ວນນັກທ່ອງທ່ຽວພາຍໃນມີທັງໝົດ 508.67 ລ້ານຄົນ ເພີ່ມຂຶ້ນ 16.13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

LEAVE A REPLY

Please enter your comment!
Please enter your name here