ອິນເດຍ ອະນຸມັດໂຄງການ ເພື່ອຊຸກຍູ້ການຈ້າງງານ

0
33

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະລັດຖະມົນຕີຂອງ ອິນເດຍ ໄດ້ອະນຸມັດໂຄງການແຮງຈູງໃຈດ້ານການຈ້າງງານ ( ELI ) ໃນວັນທີ 1 ກໍລະກົດຜ່ານມາ ໂດຍມີງົບປະມານ 1 ພັນຕື້ຣູປີ ( 11.7 ຕື້ໂດລາສະຫະລັດ ) ເພື່ອສ້າງວຽກເຮັດງານທຳປະມານ 35 ລ້ານຕຳແໜ່ງ ໃນໄລຍະ 2 ປີ ໂດຍຜ່ານການມອບເງິນອຸດໜູນໃຫ້ແກ່ນາຍຈ້າງ ແລະ ພະນັກງານ.

ໂຄງການ ELI ແມ່ນສ່ວນໜຶ່ງຂອງນະໂຍບາຍທີ່ກວ້າງຂວາງ ເພື່ອແນໃສ່ສ້າງວຽກເຮັດງານທໍາ, ພັດທະນາທັກສະ ແລະ ໃຫ້ໂອກາດແກ່ໄວໜຸ່ມ ປະມານ 41 ລ້ານຄົນ ເຊິ່ງປະກາດຄັ້ງທໍາອິດ ໃນເດືອນກໍລະກົດ 2024.

ພາຍໃຕ້ໂຄງການດັ່ງກ່າວ, ຜູ້ທີ່ເປັນພະນັກງານຄັ້ງທໍາອິດ ຈະໄດ້ຮັບເງິນອຸດໜູນເດືອນໜຶ່ງສູງເຖິງ 15,000 ຣູປີ ( 175 ໂດລາ ), ໃນຂະນະທີ່ນາຍຈ້າງຈະໄດ້ຮັບເງິນອຸດໜູນສູງເຖິງ 3,000 ຣູປີຕໍ່ເດືອນເປັນເວລາສອງປີ ສໍາລັບການຈ້າງງານພະນັກງານເພີ່ມແຕ່ລະຄົນ ແລະ ຕ້ອງຈ້າງຕໍ່ເນື່ອງຢ່າງໜ້ອຍຫົກເດືອນ. ຂະນະທີ່ຂະແໜງການຜະລິດຈະໄດ້ຮັບຜົນປະໂຫຍດດັ່ງກ່າວ ເພີ່ມອີກ 2 ປີ.

ຜົນປະໂຫຍດຂອງໂຄງການນີ້ ກວມເອົາການຈ້າງງານໃນລະຫວ່າງເດືອນສິງຫາ ຫາ ເດືອນກັນຍາ 2025 ເຖິງເດືອນກໍລະກົດ ປີ 2027 ໂດຍຄາດວ່າຈະມີຜູ້ເຂົ້າສູ່ຕະຫຼາດແຮງງານຄັ້ງທໍາອິດ ປະມານ 19.2 ລ້ານຄົນ ທີ່ຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here