ໜີ້ສິນສາທາລະນະທົ່ວໂລກ ເພີ່ມຂຶ້ນເປັນ 102,000 ຕື້ໂດລາສະຫະລັດ

0
24

ກອງປະຊຸມການຄ້າ ແລະ ການພັດທະນາ ອົງການສະຫະປະຊາຊາດ ປະກາດບົດລາຍງານວ່າ: ໜີ້ສິນສາທາລະນະທົ່ວໂລກໃນປີ 2023 ແມ່ນ 97,000 ຕື້ໂດລາສະຫະລັດ, ປີ 2024 ໄດ້ເພີ່ມຂຶ້ນຮອດ 102,000 ຕື້ໂດລາສະຫະລັດ ສ້າງສະຖິຕິສູງສຸດໃນປະຫວັດສາດ.

ໃນນັ້ນ, ປະເທດທີ່ກຳລັງພັດທະນາ ຖືກກະທົບຢ່າງໜັກໜ່ວງກວ່າໝູ່. ໃນບົດລາຍງານ “ ໜີ້ສິນໂລກ ” ສະບັບຫຼ້າສຸດຊີ້ອອກວ່າ: ນັບແຕ່ປີ 2010 ເປັນຕົ້ນມາ ຈັງຫວະເພີ່ມຂຶ້ນຂອງໜີ້ສິນສາທາລະນະ ຂອງປະເທດທີ່ກຳລັງພັດທະນາ ແມ່ນ 2 ເທົ່າ ຂອງປະເທດເສດຖະກິດພັດທະນາ, ໃນປີ 2024 ມີເຖິງ 31,000 ຕື້ໂດລາສະຫະລັດ.

ນອກນັ້ນ, ປະເທດທີ່ກຳລັງພັດທະນາ ຍັງຕ້ອງແບກຫາບຕົ້ນທຶນໜີ້ສິນທີ່ສູງເກີນໄປ, ດອກເບ້ຍຂອງໜີ້ສິນ ໃນປີ 2024 ມີເຖິງ 921 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2023.

ລາຍງານຍັງລະບຸວ່າ: ໂຄງປະກອບການທະນາຄານສາກົນ ຈໍາເປັນຕ້ອງໄດ້ຮັບການປະຕິຮູບ ເພື່ອຊ່ວຍເຫຼືອປະເທດຕ່າງໆ ໂດຍສະເພາະປະເທດທີ່ກຳລັງພັດທະນາ ຫ້າງຫາທຶນການພັດທະນາອະນາຄົດ ດ້ວຍຮູບແບບທີ່ຍືນຍົງກວ່າເກົ່າ ແລະ ຖືກກວ່າ.

LEAVE A REPLY

Please enter your comment!
Please enter your name here