ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນ

04 Jul 2025

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມໂອເປັກພລັສ ( OPEC+ ) ເຊິ່ງເປັນພັນທະມິດດ້ານນ້ຳມັນໃຫຍ່ທີ່ສຸດຂອງໂລກ ກຽມເພີ່ມປະລິມານການຜະລິດນໍ້າມັນ 411,000 ບາເຣລຕໍ່ວັນ ໃນເດືອນສິງຫາ ຈະມາເຖິງນີ້ ໂດຍມີເປົ້າໝາຍເພື່ອຟື້ນຟູສ່ວນແບ່ງຕະຫຼາດທີ່ສູນເສຍໄປໃຫ້ກັບຄືນມາ.

ເຖິງວ່າຈະມີຂໍ້ຕົກລົງທີ່ຈະເພີ່ມປະລິມານການຜະລິດໃນລະດັບກຸ່ມກໍຕາມ, ແຕ່ມາຮອດປັດຈຸບັນ OPEC+ ຍັງບໍ່ສາມາດບັນລຸເປົ້າໝາຍໄດ້ ເນື່ອງຈາກບາງປະເທດຍັງຢູ່ໃນລະຫວ່າງການຊົດເຊີຍການຜະລິດທີ່ເຄີຍເກີນໂກຕາຜ່ານມາ, ໃນຂະນະທີ່ບາງປະເທດ ຍັງຕ້ອງການເວລາເພື່ອຟື້ນຟູລະບົບການຜະລິດທີ່ຢຸດສະງັກ.

ຫາກການເພີ່ມປະລິມານການຜະລິດຮອບໃໝ່ນີ້ ໄດ້ຮັບການອະນຸມັດຈາກສະມາຊິກ ຈະສົ່ງຜົນໃຫ້ການຜະລິດທັງໝົດ ເພີ່ມຂຶ້ນ 1.78 ລ້ານບາເຣລຕໍ່ວັນ ໃນປີ 2025 ກວມເອົາຫຼາຍກວ່າ 1.5% ຂອງຄວາມຕ້ອງການນ້ຳມັນທົ່ວໂລກ.

ທ່ານ ວະລາເມຍ ປູຕິນ ປະທານາທິບໍດີຣັດເຊຍ ເປີດເຜີຍວ່າ: ກຸ່ມ OPEC+ ປະເມີນວ່າ ຄວາມຕ້ອງການນ້ຳມັນທົ່ວໂລກ ໂດຍສະເພາະໃນລະດູຮ້ອນຈະເພີ່ມຂຶ້ນ ເຊິ່ງອາດເປັນປັດໄຈເຮັດໃຫ້ກຸ່ມສືບຕໍ່ເພີ່ມການຜະລິດໃນໄລຍະໃກ້ໆນີ້.

ສຳລັບ 8 ປະເທດສະມາຊິກ ທີ່ມີບົດບາດສຳຄັນໃນແຜນການເພີ່ມປະລິມານການຜະລິດຄັ້ງນີ້ແມ່ນ ຊາອຸດິດ ອາຣັບບີ, ຣັດເຊຍ, ກູເວດ, ອີຣັກ, ສະຫະລັດ ອາຣັບ ເອມິເຣດ, ກາຊັກສະຖານ, ໂອມານ ແລະ ອານເຊຣີ ໂດຍທັງໝົດຈະເຂົ້າຮ່ວມກອງປະຊຸມໃນວັນທີ 6 ກໍລະກົດນີ້ ເພື່ອປຶກສາຫາລືກ່ຽວກັບຂັ້ນຕອນຕໍ່ໄປ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ