ເຈົ້າແຂວງສະຫວັນນະເຂດ ແລະ ຮັກສາການ ເຈົ້ານະຄອນໄກສອນພົມວິຫານ ລົງຊຸກຍູ້ການປູກຜັກອິນຊີ ເປັນສິນຄ້າ ທີ່ບ້ານໂພນສິມ

0
36

ການຕິດຕາມຊຸກຍູ້ ກຸ່ມປູກຜັກ ເພື່ອສະໜອງຕະຫຼາດ ທົດແທນການນໍາເຂົ້າຍັງຄົງເປັນຄວາມຮັບຜິດຊອບ ຂອງຄະນະນໍາຂັ້ນທ້ອງຖິ່ນ ແລະ ພະແນກການກ່ຽວຂ້ອງ ເພື່ອໃຫ້ມີພືດຜັກໄດ້ຕາມຄວາມຕ້ອງການ ໃນແຕ່ລະວັນ; ສະນັ້ນ ໃນຕອນບ່າຍວັນທີ 27 ມິຖຸນາ 2025 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ເລຂາຄະນະບໍລິຫານງານພັກ ນະຄອນໄກສອນພົມວິຫານ ຮັກສາການເຈົ້ານະຄອນໄກສອນ ພົມວິຫານ ໄດ້ລົງຕິດຕາມຊຸກຍູ້ກຸ່ມປູກພືດຜັກອິນຊີເປັນສິນຄ້າ ຢູ່ບ້ານໂພນສິມ ນະຄອນໄກສອນພົມວິຫານ ເພື່ອສົ່ງເສີມການພັດທະນາກະສິກໍາໃນທ້ອງຖິ່ນ ຮ່ວມຕ້ອນຮັບ ແລະ ນໍາພາຕິດຕາມກຸ່ມການຜະລິດ ໂດຍທ່ານ ປອ.ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ.

ກຸ່ມປູກພືດຜັກອິນຊີເພື່ອເປັນສິນຄ້າ ບ້ານໂພນສິມ ເລີ່ມປູກປີ2012 ມີສະມາຊິກ ປະມານ 12ຄອບຄົວ ໄດ້ເຮັດເຮືອນຮົ່ມປູກໃນດິນລວມຂອງບ້ານ ໃນເນື້ອທີ່ 5 ເຮັກຕາ ມີ 9 ເຮືອນຮົ່ມ ຫຼື 9 ຫຼັງ ມີ 36 ໜານ ຜັກທີ່ປູກສ່ວນໃຫຍ່ ກໍເປັນພືດຜັກທີ່ ຄົນເຮົານິຍົມບໍລິໂພກ ເປັນຕົ້ນ ຜັກຫອມບົ່ວ, ຜັກກາດ, ຜັກສະຫຼັດ, ຜັກເສີມ, ຜັກຊີ, ຜັກຫອມປ້ອມ, ຫອມເປ, ຜັກບົ້ົົົົົົົງ ເປັນພືດທີ່ອາຍຸສັ້ນ ປະມານ 25 ວັນ ກໍສາມາດເກັບຂາຍໄດ້ ແຕ່ຈໍານວນຜັກທີ່ປູກປັດຈຸບັນ ບໍ່ສາມາດສະໜອງຕະຫຼາດໄດ້ຢ່າງຕໍ່ເນື່ອງ ເພາະ ຈໍານວນໜານຜັກທີ່ປູກ ກໍຄືເຮືອນຫົ່ມ ຍັງມີໜ້ອຍ ການເກັບຜັກ ຫຼັງຈາກເກັບຈາກໜານທີ່ປູກ ຍັງບໍ່ສາມາດເກັບຕໍ່ໆ ແບບໝູນວຽນໃນແຕ່ລະວັນ ຕ້ອງໄດ້ຖ້າຜັກໃຫຍ່ ໃນໜານທີ່ເກັບແລ້ວ ຈຶ່ງສາມາດຂາຍຕໍ່ໄດ້ອີກ ອັນໄດ້ເປັນສາເຫດເຮັດໃຫ້ການຜະລິດ ຍັງເປັບແບບດັ້ງເດີມ ບໍ່ສາມາດມາດຫັນເປັນສິນຄ້າໄດ້; ສະນັ້ນ ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ແນະນໍາ ຄະນະກຸ່ມການຜະລິດ ພ້ອມຂະແໜງການກ່ຽວຂ້ອງ ຕ້ອງເລີ່ມຊອກຫາວິທີແກ້ໄຂ ເພື່ອໃຫ້ເພີ່ມຈໍານວນສະມາຊິກກຸ່ມ ຢ່າງໜອ້ຍ 50ຄອບຄົວ ຫາ 100ຄອບຄົວ ຈໍານວນໜານຜັກທີ່ປູກ ກໍໃຫ້ເພີ່ມໃຫ້ໄດ້ 6 ໜ້ອຍໜານ ຈຶ່ງສາມາດສ້າງລາຍຮັບໄດ້ 600ລ້ານກີບ ຕໍ່ຊຸດທີ່ເກັບຜັກຂາຍ ຫຼື ຈໍາໜ່າຍຜັກໃຫ້ໄດ້ 12,055 ໂຕນຕໍ່ປີ ເພື່ອສະໜອງຕະຫຼາດພາຍໃນແຂວງ ສໍາຄັນ ອີກຕ້ອງມີສາງເຢັນ ສໍາລັບເກັບຮັກສາຜັກເພື່ອຈໍາໜ່າຍ ເພື່ອຊຸກຍູ້ກຸ່ມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ທ່ານເຈົ້າແຂວງໄດ້ມອບແນວພັນພືດຜັກ,ຜ້າຢາງສໍາລັບເຮັດເຮືອນຫົ່ມ ມູນຄ່າ7,700,000ກີບ; ພ້ອມນັ້ນ ຈະໄດ້ ແກ້ໄຂຄວາມຈໍາເປັນຂອງຊາວສວນ ໂດຍຈະໄດ້ຈັດຊື້ຈັກພວນດິນ ໃຫ້ກຸ່ມປູກພືດຜັກ ຈໍານວນ 1ເຄື່ອງ ມູນຄ່າປະມານ50ລ້ານກີບ ໃຫ້ກຸ່ມປູກພືດຜັກບ້ານໂພນສິມ ເພື່ອເພີ່ມຕື່ມໃຫ້ 1ເຄື່ອງທີ່ມີ ເພື່ອໃຫ້ມີຄວາມສະດວກວ່ອງໄວຂຶ້ນຕື່ມ ໃນການຜະລິດຂອງແຕ່ລະຄອບຄົວ. ຂະນະດຽວກັນ ເຂດບ້ານໂພນສິມ ຍັງໄດ້ວາງແຜນ ປູກຜັກອິນຊີ ເພີ່ມອີກ ໂດຍມີສວນຂະຫຍາຍເຮືອນຫົ່ມ ເນື້ອທີ່28ເຮັກຕາກວ່າ ປັດຈຸບັນ ບຸກເບີກໄດ້ແລ້ວ ປະມານ 10ເຮັກຕາ ຊຶ່ງຕ້ອງມີການສະໜອງນໍ້າໃນເຂດດັ່ງກ່າວ ໂດຍໄດ້ວາງແຜນ ເຈາະນໍ້າບາດານໃນເຂດດັ່ງກ່າວ.

ສ່ວນຢູ່ທີ່ສູນພັດທະນາບໍລິການກະສິກໍາ ແລະ ປ່າໄມ້ໜອງເຕົ່າ ຊຶ່ງເປັນໂຄງການຮ່ວມມື ລະຫວ່າງລາວ-ໄທ ຖ້າຫາກສູນແຫ່ງນີ້ ຖືກມອບ ໃຫ້ແຂວງສະຫວັນນະເຂດ ໂດຍກົງ ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຊີ້ນໍາໃຫ້ ທາງຄະນະສູນ ກໍຄື ພະແນກການກ່ຽວຂ້ອງ ຕ້ອງຮັບປະກັນຄວາມຍືນຍົງ ກໍຄື ມີຜົນຜະລິດກະສິກໍາ ຕອບສະໜອງສັງຄົມ ຊຶ່ງອັນຮີບດ່ວນສຸດ, ການລົງຕິດຕາມ ຊີ້ນໍາ ຂອງທ່ານເຈົ້າແຂວງ ຄັ້ງນີ້ ແມ່ນກວດກາຕົວຈິງ ການສະໜອງແນວພັນປາ ແລະ ແນວພັນສັດນໍ້າ ໃຫ້ຊາວກະສິກອນ ຊຶ່ງໂດຍລວມແລ້ວ ແນວພັນສັດນໍ້າ ກໍຄື ແນວພັນປາ ຈັງມີຈໍາກັດ ຜ່ານມາ ທາງສູນເຂົ້າໃຈພຽງແຕ່ ສ້າງສູນແຫ່ງນີ້ ເພື່ອເປັນສູນການຮຽນຮູ້ ຊຶ່ງຕໍ່ໜ້າໜ້າ ຕ້ອງວາງແຜນຄວບຄູ່ກັນໄປ ນອກຈາກເປັນສູນການຮຽນຮູ້ ແລ້ວ ຕ້ອງເປັນສູນສ້າງເສດຖະກິດ ໂດຍສະເພາະ ການຈໍາໜ່າຍແນວພັນປາ,ແນວພັນກົບ ກໍຄື ແນວພັນສັດນໍ້າ ແລະ ແນວພັນພືດກະສິກໍາອື່ນໆ ໃຫ້ພຽງພໍຂອງສັງຄົມ ກາຍເປັນສະຖານທີ່ໃຫ້ຂໍ້ມູນດ້ານການປູກ-ການລ້ຽງ.

ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນໃຫ້ທິດຊີ້ນຳວ່າ: ຄວາມຈຳເປັນຂອງຕະຫຼາດປັດຈຸບັນ ແມ່ນຄວາມຕ້ອງການຜັກສົດໃນຕະຫລາດມີແນວໂນ້ມເພີ່ມຂື້ນຢ່າງຕໍ່ເນື່ອງ, ການເພີ່ມການຜະລິດຜັກໃນທ້ອງຖິ່ນຈະຊ່ວຍຫຼຸດຜ່ອນການເພິ່ງພາການນຳເຂົ້າຈາກພາຍນອກ ແລະ ຍັງສາມາດສະໜອງຜັກສົດ ແລະ ປອດໄພ ໃຫ້ແກ່ຜູ້ບໍລິໂພກ,ທາງພາກສ່ວນອົງການທີ່ກ່ຽວຂ້ອງ ກໍ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ສະໜັບສະໜູນການພັດທະນາກຸ່ມປູກພືດຜັກອິນຊີ ເປັນຕົ້ນແມ່ນການໃຫ້ຄຳແນະນຳດ້ານເຕັກນິກການປູກ, ການສ້າງຊ່ອງທາງການຂາຍ, ການເຊື່ອມໂຍງກັບຕະຫລາດທີ່ໃຫຍ່ຂື້ນ ແລະ ຫວັງວ່າ ໂຄງການນີ້ຈະສົ່ງຜົນດີຕໍ່ ການເພີ່ມລາຍໄດ້ໃຫ້ແກ່ຄອບຄົວ, ປັບປຸງຄຸນະພາບຊີວິດຂອງປະຊາຊົນ, ພັດທະນາເສດຖະກິດທ້ອງຖິ່ນ, ການຮັບປະກັນສຸຂະພາບອາຫານໃນຊຸມຊົນ.

LEAVE A REPLY

Please enter your comment!
Please enter your name here