ສ້າງຂະບວນການ ບໍລິການເກັບເງິນເຖິງທີ່ ນຳພໍ່ແມ່ປະຊາຊົນ 4 ບ້ານ ເມືອງສີໂຄດຕະບອງ

0
71

ວັນທີ 28 ມິຖຸນາ 2025 ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ1 ນໍາພາໂດຍຄະນະສາຂາ ພ້ອມດ້ວຍ 3ອົງການຈັດຕັ້ງມະຫາຊົນ ສາຂານະຄອນຫຼວງ1 ຈຳນວນ 63 ຄົນ ໄດ້ເຂົ້າສ້າງຂະບວນການ ວຽກລະດົມ ເກັບເງີນເຖິງທີ່ ນຳພໍ່ແມ່ປະຊາຊົນຜູ້ຊົມໃຊ້ໄຟຟ້າ ເພື່ອໃຫ້ບັນລຸເປົ້າໝາຍຕາມແຜນສູ້ຊົນ ພ້ອມທັງໄດ້ເປີດຈຸດບໍລິການຮັບເງິນເຄື່ອນທີ່ ຢູ່ບ້ານດົງນາໂຊກເໜືອ-ໃຕ້ ແລະ ບ້ານ ໜອງແຕ່ງເໜືອ-ໃຕ້ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ .ເພື່ອໃຫ້ລູກຄ້າມີຄວາມສະດວກມາຊຳລະເງິນຄ່າກະແສໄຟຟ້າໃຫ້ທ່ວງທັນໃນບ້ານດັ່ງກ່າວ ແລະ ທາງສາຂານະຄອນຫລວງ1ກໍ່ຈະສ້າງຂະບວນການລັກຊະນະນີ້ໄປຕາມແຕ່ລະບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນທີ່ບໍ່ທັນຊຳລະຕາມກຳນົດເວລາໄດ້ມີຄວາມສະດວກຂື່ນກ່ອນເກົ່າ.

ການຊຳລະເງິນຄ່າກະແສໄຟຟ້າແມ່ນສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ ພ້ອມທັງຊຳລະເງິນໃຫ້ທັນກັບເວລາທີ່ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here