ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປີ 2024 ແລະ ທ່າອ່ຽງ 2025 ຂຶ້ນໃນ ວັນທີ 27 ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຕິກວິຊາການຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີບັນດາທ່ານຜູ້ຕາງໜ້າຈາກບັນດາຂະແໜງການກ່ຽວຂ້ອງ ພາກລັດ, ພາກເອກະຊົນ, ມະຫາວິທະຍາໄລແຫ່ງຊາດ, ບັນດາສະຖານທູດປະຈຳສປປ ລາວ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ເຂົ້າຮ່ວມຫຼາຍວ່າ 60 ທ່ານ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີຜົນການປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວໃນປີ 2024 ແລະ ທ່າອ່ຽງເສດຖະກິດປີ 2025 ຈາກທ່ານ ນາງ ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (MRI) ເຊິ່ງສະແດງໃຫ້ຮູ້ວ່າ ສະພາບເສດຖະກິດມະຫາພາກ ເຫັນວ່າ ມີສະຖຽນລະພາບຂຶ້ນ ເນື່ອງຈາກວ່າ ອັດຕາເງິນເຟີ້ ໄດ້ຄ່ອຍເລີ່ມສະລໍຕົວລົງ ແລະ ການເໜັງຕີງຂອງອັດຕາແລກປ່ຽນມີຄວາມສະຫງົບຂຶ້ນ ໂດຍສະເພາະ ໃນທ້າຍປີ 2024 ເປັນຕົ້ນມາ ຍ້ອນການຈັດຕັ້ງປະຕິບັດຫຼາຍມາດຕະການສໍາຄັນຂອງລັດຖະບານ.

ອັດຕາການເຕີບໂຕເສດຖະກິດ (GDP) ໃນປີ 2024 ຢູ່ໃນລະດັບ 4.3% ເພີ່ມຂຶ້ນເລັກນ້ອຍຈາກ4.2% ໃນປີ 2023 ເຊິ່ງຂະແໜງການສົ່ງອອກ ເປັນຕົວຂັບເຄື່ອນຕົ້ນຕໍ່ທີ່ສໍາຄັນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດລາວ ໂດຍສະເພາະ ການສົ່ງອອກພະລັງງານໄຟຟ້າ, ສິນຄ້າປະເພດອຸດສາຫະກຳ ແລະ ພືດ. ໃນຂະນະດຽວກັນ, ການນຳເຂົ້າສິນຄ້າ ໄດ້ສະລໍຕົວລົງ ຕາມທ່າອ່ຽງຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະຄວາມຕ້ອງການພາຍໃນ ຈາກການປະຕິບັດນະໂຍບາຍຮັດກຸມທາງດ້ານການເງິນ-ເງິນຕາຂອງລັດຖະບານ. ເຖິງຢ່າງໃດກໍຕາມ, ເສດຖະກິດມະຫາພາກຂອງ ສປປ ລາວ ຍັງຢູ່ໃນສະພາບທີ່ມີຄວາມບອບບາງ ແລະ ປະເຊີນກັບ ·ຄວາມຫຍຸ້ງຍາກ ຍ້ອນອັດຕາເງິນເຟີ້ ແລະ ລາຄາສິນຄ້າ ຍັງຢູ່ໃນລະດັບສູງ ໃນຂະນະທີ່ ລາຍໄດ້ຕົວຈິງຍັງບໍ່ທັນເພີ່ມຂຶ້ນຢ່າງສົມສ່ວນ ແລະ ພາລະໜີ້ສາທາລະນະຍັງຢູ່ໃນລະດັບສູງ.

ໃນຕໍ່ໜ້າ, ເສດຖະກິດຂອງ ສປປ ລາວ ຍັງຈະປະເຊີນກັບສະພາບຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະ ຄວາມຂັດແຍ່ງດ້ານການຄ້າ ແລະ ຄວາມບໍ່ສະຫງົບໃນຂົງເຂດຕາເວັນອອກກາງ ເຊິ່ງຄາດວ່າ ຈະສົ່ງຜົນໃຫ້ເສດຖະກິດຂອງສາກົນ ເຕີບໂຕຊ້າລົງ, ອັດຕາເງິນເຟີ້ ມີທ່າອ່ຽງເພີ່ມສູງຂຶ້ນ ແລະ ຄ່າເງິນຂອງຫຼາຍປະເທດມະຫາອໍານາດມີທ່າອ່ຽງເພີ່ມຂຶ້ນ. ອີງຕາມທ່າອ່ຽງດັ່ງກ່າວ, ສວສສຊ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະເຕີບໂຕຊ້າລົງ ຢູ່ໃນລະດັບ 3.9% ໃນປີ 2025 ແລະ 4.0% ໃນປີ 2026.

ຜ່ານການຮັບຟັງການນຳສະເໜີຂອງ ທ່ານ ນ. ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (MRI), ຜູ້ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ສົນທະນາແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເຊິ່ງໂດຍລວມແມ່ນເຫັນດີຕໍ່ກັບການຕີລາຄາຂອງທີມງານ. ກອງປະຊຸມດັ່ງກ່າວ ແມ່ນດໍາເນີນເປັນເວລາເຄິ່ງວັນ ເຊິ່ງຜູ້ເຂົ້າຮ່ວມ ກໍໄດ້ປຶກສາຫາລື ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ດ້ວຍບັນຍາກາດທີຮ່ຟົດຟື້ນ ເຊີ່ງເຮັດໃຫ້ກອງປະຊຸມ ປະສົບຜົນສໍາເລັດ ຕາມລະດັບຄາດໝາຍ ທີ່ໄດ້ກໍານົດໄວ້.