ຜັກບົວລະພາ ເປັນພືດລົ້ມລຸກຊະນິດໜຶ່ງ, ເປັນພືດຜັກສວນຄົວ ທີ່ຄົນນິຍົມນຳມາປຸງແຕ່ງອາຫານ ຫຼື ນຳມາເປັນຜັກກັບ ເຊິ່ງນອກຈາກຈະສາມາດນຳມາປຸງແຕ່ງອາຫານໄດ້ແລ້ວ ຜັກບົວລະພາ ຍັງເປັນສະໝຸນໄພຮັກສາອາການໄດ້ຫຼາຍຢ່າງອີກ.
■ ລັກສະນະຜັກບົວລະພາ: ມີໃບຄ້າຍຄືກັບຜັກອີຕູ່ ຫຼື ນາງຕູ່, ລັກສະນະລຳຕົ້ນກໍຄືກັນ ແຕ່ມີກິ່ນຫອມແຕກຕ່າງກັນ ເຊິ່ງຜັກບົວລະພາແມ່ນສາມາດນຳໄປປະກອບອາຫານໄດ້ຫຼາຍເມນູ ບໍ່ວ່າຈະເປັນຂົ້ວ, ແກງ ແລະ ເປັນປະເພດຜັກກັບກໍໄດ້ຂຶ້ນກັບຜູ້ມັກ.

ສຳລັບການປູກຜັກບົວລະພາ ແມ່ນປູກງ່າຍບໍ່ໄດ້ມີການຮັກສາບົວລະບັດຍາກ ຄືກັບປະເພດຜັກຊະນິດອື່ນ ແຕ່ຈະມັກດິນປະເພດທີ່ເກັບນໍ້າໄດ້ດີສ່ວນດ້ານຜົນຜະລິດ ກໍສາມາດເກັບກ່ຽວຜົນໄດ້ເກືອບ 7 – 9 ເດືອນ, ດັ່ງນັ້ນຂັ້ນຕອນການກະກຽມໜານປູກ ຈຶ່ງມີ ຄວາມສຳຄັນ ( ໂດຍສະເພາະຜູ້ຈະປູກເປັນສິນຄ້າ ) ກ່ອນອື່ນແມ່ນຈະຕ້ອງມີການຮອງພື້ນດ້ວຍປຸ໋ຍໝັກ ຫຼື ປຸ໋ຍຄອກໃຫ້ໄດ້ທີ່ ຈະເຮັດໃຫ້ຜັກບົວລະພາໃບໃຫຍ່ງາມ ແລະ ແຕກກິ່ງຫງ່າຫຼາຍ ຍິ່ງປູກໃກ້ແຫຼ່ງນໍ້າ ຫຼື ເຂດດິນຊຸ່ມຍິ່ງງາມ.
ການກະກຽມໜານປູກ: ບົວລະພາ ເປັນພືດຊະນິດຮາກບໍ່ເລິກປານໃດ, ການກຽມດິນແມ່ນອາດຈະຂຸດ ຫຼື ໄຖ ເລິກປະມານ 20 – 30 ຊັງຕີແມັດ ຈາກນັ້ນກໍຕາກດິນໄວ້ 7 – 9 ມື້ແລ້ວຈຶ່ງໄຖຄາດອີກ ເພື່ອຍ່ອຍດິນໃຫ້ລະອຽດ ເກັບເສດວັດສະພືດອອກໃຫ້ໝົດ ຫຼັງຈາກນັ້ນຍົກໜານໃຫ້ສູງ ຫຼື ຄູໜານຂຶ້ນສູງປະມານ 10 – 15 ຊັງຕີແມັດ, ຮອງພື້ນດ້ວຍປຸ໋ຍໝັກ ຫຼື ປຸ໋ຍຄອກ ກ່ອນປູກ ອັດຕາ 800 ກິໂລກຣາມຕໍ່ໜຶ່ງໄລ່ ຈາກນັ້ນກໍຄົນໃຫ້ເຂົ້າກັນກັບດິນ.

■ ຂັ້ນຕອນການປູກ: ສຳລັບການປູກແມ່ນມີ 2 ວິທີ ຄື: 1. ນຳກິ່ງຫງ່າແກ່ຂອງຜັກບົວລະພາ ໄປປັກລົງໜານທີ່ກຽມໄວ້ ແລ້ວນຳ ຂີ້ແກບ ຫຼື ເຟືອງມາປົກໄວ້ ແລ້ວຫົດນໍ້າປົກກະຕິເຊົ້າ – ແລງ ຈົນອາຍຸໄດ້ 30 – 40 ມື້ ກໍສາມາດເກັບຜົນຜະລິດໄດ້ ແລະ ວິທີທີ່ 2. ແມ່ນນຳແກ່ນມາຫວ່ານລົງໜານສະເພາະກຽມເບ້ຍ ຈາກນັ້ນຫົດນໍ້າປົກກະຕິເຊົ້າ – ແລງ ປະມານ 20 – 25 ມື້ ຕົ້ນອ່ອນຂອງຜັກບົວລະພາຈະໃຫຍ່ ສູງຂຶ້ນປະມານ 10 – 15 ຊັງຕີແມັດ ກໍກຽມຍ້າຍລົງປູກທີ່ໜານກຽມໄວ້ນັ້ນ ໂດຍປູກໃຫ້ຫ່າງກັນ 20 – 30 ຊັງຕີແມັດ ຫຼັງຈາກນັ້ນກໍໃຫ້ຫົດນໍ້າສະໝໍ່າສະເໜີ ເຊົ້າ – ແລງ.
ຫຼັງຈາກປູກແລ້ວ ປະມານ 30 – 40 ມື້ ກໍຈະສາມາດເກັບກ່ຽວຜົນຜະລິດໄດ້ ເຊິ່ງວິທີເກັບໃຫ້ໃຊ້ມີດຕັດ ຫຼື ມີດຄົມໆຕັດເອົາ ໂດຍໃຫ້ເອົາຍາວຈາກຍອດລົງມາປະມານ 10 – 15 ຊັງຕີແມັດ, ຫຼັງຈາກຕັດຊຸດທີ 1 ແລ້ວ ຕົ້ນຜັກບົວລະພາກໍຍິ່ງຈະແຕກກິ່ງຫງ່າອອກຫຼາຍກວ່າເກົ່າ ໂດຍໃຫ້ຕື່ມປຸ໋ຍລົງ ແລະ ສືບຕໍ່ຫົດນໍ້າສະໝໍ່າສະເໝີ ຫຼັງຈາກຕັດຊຸດທີ 1 ແລ້ວ ຫາກຈະຕັດຊຸດທີ 2 ແມ່ນຫ່າງກັນ 15 – 20 ມື້ ແລະ ເກັບໄປຈົນເຖິງອາຍຸ 7 – 8 ເດືອນ.
ຂໍ້ມູນ: Eto.ku.ac