ງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ປະຈຳປີ

0
59

ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານສະເຫຼີມສະຫຼອງ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ປະຈຳປີ 2025 ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2025, ທີ່ໂຮງແຮມຮໍລິເດອິນ, ນະຄອນຫຼວງວຽງຈັນ. ອີງຕາມຍັດຕິ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະບັບເລກທີ A/RES/71/276, ລົງວັນທີ 11 ເມສາ 2017 ໄດ້ກຳນົດເອົາວັນທີ 27 ມິຖຸນາ ຂອງທຸກໆປີ ເປັນວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ຫຼື International MSME Day ແລະ ໄດ້ເຊີນຊວນໃຫ້ປະເທດສະມາຊິກ ສະເຫຼີມສະຫຼອງຕາມ ເຫັນສົມຄວນ. ສຳລັບ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນດັ່ງກ່າວມາແລ້ວຈຳນວນ 06 ຄັ້ງ ພາຍໃຕ້ການກຳນົດ ຫົວຂໍ້ຈາກອົງການສະຫະປະຊາຊາດ ໃນແຕ່ລະປີ.

ສຳລັບປີ 2025 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເຫລິີມສະຫລອງວັນດັ່ງກ່າວ ພາຍໃຕ້ຫົວຂໍ້ “ຜົນງານການຈັດຕັ້ງປະຕິບັດວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025” ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຊຶ່ງມີແຂກເຂົ້າຮ່ວມທັງໝົດປະມານ 150 ທ່ານ ທີ່ມາຈາກພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຜູ້ສະໜັບສະໜູນ, ສື່ມວນຊົນຕ່າງໆ, ສະມາຄົມທຸລະກິດ, ສູນບໍລິການ ຈນກ ແຂວງ, ທະນາຄານ, ສະຖາບັນການເງິນ ແລະ ຜູ້ປະກອບກິດຈະການ ຈນກ ທີ່ໄດ້ຮັບທຶນຈາກກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ.

ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອເປັນການສ້າງຄວາມຮັບຮູ້ໃນສັງຄົມກ່ຽວກັບການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຂອງພາກລັດ ກໍ່ຄືການສົ່ງເສີມຜູ້ປະກອບກິດຈະການ ໂດຍຜ່ານບັນດານະໂຍບາຍຕ່າງໆຂອງແຜນພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) 2021-2025, ເພື່ອສະຫຼຸບຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ໃນໄລຍະ 5 ປີຜ່ານມາ.

ພ້ອມທັງ ເປັນການປຸກລະດົມ ໃຫ້ທົ່ວສັງຄົມເຂົ້າໃຈເຖິງຄວາມສຳຄັນ ແລະ ຫັນມາເປັນຜູ້ປະກອບກິດຈະການ ໂດຍສອດຄ່ອງກັບ ນະໂຍບາຍການສົ່ງເສີມ ຈນກ ຂອງລັດຖະບານໃນການສ້າງປະຊາກອນທຸລະກິດໃຫ້ເພີ່ມຂຶ້ນ ຊຶ່ງພາຍໃນງານມີການວາງ ສະແດງຮູບພາບການເຄື່ອນໄຫວ ວຽກງານສົ່ງເສີມ ຈນກ, ການເສວະນາປຶກສາຫາລືແລກປ່ຽນຂໍ້ມູນຂອງພາກລັດ ແລະ ພາກທຸລະກິດ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ໃນໄລຍະ 5 ປີ ຜ່ານມາ.

LEAVE A REPLY

Please enter your comment!
Please enter your name here