ກຽມຄວາມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນລະດູຝົນ

0
44

ເພື່ອຮັບປະກັນການກຽມ ຄວາມພ້ອມຮັບມື ກັບສະພາບເຫດການໄພພິບັດທີ່ອາດເກີດຂຶ້ນໃນຊ່ວງລະດູຝົນ ປີ 2025 ໃຫ້ທັນກັບສະພາບການ ແລະ ມີປະສິດທິຜົນສູງ, ວັນທີ 18 ມິຖຸນາ 2025 ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ອອກແຈ້ງການແນະນໍາ ມາຍັງບັນດາທ່ານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນະຄອນຫຼວງ, ບັນດາທ່ານ ຮອງປະທານ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ດັ່ງນີ້:

ຂະແໜງອຸດສາຫະກໍາ ແລະ ການຄ້າ ຊີ້ນໍາພາກສ່ວນຄຸ້ມຄອງເຂື່ອນ ບໍລິຫານຈັດການນໍ້າຂອງ ບັນດາເຂື່ອນໃຫ້ເປັນລະບົບ ເພື່ອບໍ່ໃຫ້ປ່ອຍນໍ້າອອກຈາກເຂື່ອນເປັນປະລິມານນໍ້າຫຼາຍ ອັນຈະເຮັດໃຫ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ທີ່ອາໄສຢູ່ໃຕ້ເຂື່ອນ. ພ້ອມກັນນັ້ນ, ກໍຮັບປະກັນໃນການສະໜອງພະລັງງານໄຟຟ້າ ໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ ແລະ ນໍາໃຊ້ໄດ້ໃນໄລຍະສຸກເສີນ.
ໃນແຈ້ງການແນະນຳ ຍັງເນັ້ນໃຫ້ຂະແໜງການຕ່າງໆ ກະກຽມຄວາມພ້ອມຕາມພາລະບົດບາດ ແລະ ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ ທັງໝົດກໍເພື່ອຈັດຕັ້ງປະຕິບັດການກຽມຄວາມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນ ໃຫ້ມີຜົນສໍາເລັດແຕ່ລະໄລຍະ.

ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ( ແຕ່ສູນກາງຮອດທ້ອງຖິ່ນ ) ໂດຍສະເພາະບັນດາເມືອງທີ່ມີຄວາມສ່ຽງສູງ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ກຽມພ້ອມຕອບໂຕ້ໄພພິບັດທີ່ຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2025 ນີ້, ໃຫ້ມີການກະກຽມຮັບມືກັບສະພາບໄພນໍ້າຖ້ວມ, ນໍ້າປ່າໄຫຼຊຸ, ລົມພາຍຸ, ພະຍາດລະບາດ ( ໄຂ້ຍຸງ ), ສັດຕູພືດ, ພະຍາດຕາມລະດູການ ແລະ ອື່ນໆ ໂດຍໃຫ້ສ້າງ ແລະ ທົບທວນຄືນ ແຜນກຽມພ້ອມຕອບໂຕ້ໄພພິບັດປະຈໍາປີຂອງຕົນ, ກໍານົດບັນດາມາດຕະການ ການປ້ອງກັນ, ການຄວບຄຸມ ( ການຕອບໂຕ້ສຸກເສີນ ) ແລະ ການຟື້ນຟູຄືນຫຼັງໄພພິບັດ, ກໍານົດລະອຽດແຜນວຽກ, ແຜນງົບປະມານ, ແຜນຄົນ ລວມທັງການກຽມພ້ອມດ້ານພາຫະນະ ແລະ ວັດຖຸ – ອຸປະກອນ, ເຄື່ອງອຸປະໂພກ – ບໍລິໂພກ ໃຫ້ສາມາດນໍາໃຊ້ເຂົ້າໃນການຕອບໂຕ້ສຸກເສີນທັນກັບສະພາບການ.

ໃຫ້ກວດກາຄືນ ການກະກຽມຄວາມພ້ອມ ທ່າແຮງດ້ານຕ່າງໆຂອງຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ໂດຍສະເພາະແມ່ນດ້ານງົບປະມານ, ພາຫະນະຮັບໃຊ້, ກໍາລັງພົນ, ວັດຖຸອຸປະກອນ, ກໍານົດຈຸດໃຈກາງປະສານງານ ແຕ່ລະໜ້າວຽກຈຸດປະສານງານລວມ ເພື່ອຮອງຮັບກໍລະນີໄພພິບັດເກີດຂຶ້ນ ຖ້າຫາກໄພພິບັດເກີດຂຶ້ນຢູ່ທ້ອງຖິ່ນໃດ ຕ້ອງໄດ້ມີການຕອບໂຕ້ທັນສະພາບການ ແລະ ເຂົ້າເຖິງໃຫ້ການຊ່ວຍເຫຼືອ, ການຕອບໂຕ້ສຸກເສີນ ໃຫ້ທັນສະພາບການ.

ຄຽງຄູ່ກັບການກະກຽມຄວາມພ້ອມຕອບໂຕ້ຕໍ່ໄພພິບັດນັ້ນ, ກໍໃຫ້ເອົາໃຈໃສ່ເພີ່ມທະວີວຽກງານປ້ອງກັນ, ການຫຼຸດຜ່ອນຄວາມສ່ຽງ ແລະ ກຽມພ້ອມຮັບມືກັບໄພພິບັດ ໂດຍໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນທ້ອງຖິ່ນ ແຂວງ – ນະຄອນຫຼວງ ແລະ ເມືອງ ລົງຮອດບ້ານ ສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນກຽມພ້ອມຕອບໂຕ້ສຸກເສີນໃນຂະແໜງການຂອງຕົນ ພ້ອມທັງຈັດຕັ້ງຂະບວນການຝຶກຊ້ອມຕາມສະພາບເງື່ອນໄຂຕົວຈິງ.

ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມສະພາບອາກາດ, ລະດັບນໍ້າຂອງ ແລະ ສາຂາແມ່ນໍ້າຂອງຢູ່ໃນ 29 ສະຖານນີ ເພື່ອແຈ້ງເຕືອນຢູ່ພື້ນທີ່ ທີ່ມີຄວາມສ່ຽງ ຂອງແຕ່ລະແຂວງ ແລະ ອອກອາກາດທາງວິທະຍຸ, ໂທລະພາບ, ຂໍ້ຄວາມທາງໂທລະສັບ ແລະ ສື່ສັງຄົມອອນລາຍເປັນປົກກະຕິ; ພ້ອມທັງກວດກາຄືນ ບັນດາພາຫະນະ – ອຸປະກອນ, ຈັກສູບນໍ້າ, ລະບົບຊົນລະປະທານ, ແນວພັນພືດ, ສັດ, ໃຫ້ຂໍ້ມູນຂ່າວສານ ເພື່ອຮັບມືກັບສະພາບໄພພິບັດທີ່ອາດຈະເກີດຂຶ້ນກັບຊາວກະສິກອນ.

ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ກໍາລັງຊາວໜຸ່ມ, ອົງການມະຫາຊົນ ທັງສູນກາງ ແລະ ທ້ອງຖິ່ນ ກະກຽມຄວາມພ້ອມທາງດ້ານແຜນການ, ພາຫະນະ, ອຸປະກອນ, ກໍາລັງ, ດໍາເນີນການຝຶກຊ້ອມ ເພື່ອໃຫ້ການຊ່ວຍເຫຼືອສຸກເສີນ ກອບກູ້ຜູ້ປະສົບໄພໃຫ້ທັນເວລາ.

LEAVE A REPLY

Please enter your comment!
Please enter your name here