ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສົມທົບກັບ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໂພນທອງ ໄດ້ເຄື່ອນໄຫວຕິດຕັ້ງກັບດັກແສງໄຟ ( Light trap ) ຢູ່ບ້ານອຸປະຫຼາດ ເມືອງໂພນທອງ ແຂວງຈຳປາສັກ ເມື່ອບໍ່ດົນມານີ້.
ການຕິດຕັ້ງນີ້ ເປັນແຂວງທີ 8 ໃນລາວ ແລະ ເປັນຈຸດທໍາອິດຂອງແຂວງຈໍາປາສັກ ເພື່ອຕິດຕາມເຝົ້າລະວັງແມງໄມ້ສັດຕູພືດທີ່ແຂວງຈໍາປາສັກ ເຊິ່ງຢູ່ໃນແຜນການຈັດຕັ້ງປະຕິບັດຂອງໂຄງການຮ່ວມມືຫ້ອງແລບ ລາວ – ຈີນ ( Lao – China, IPPCAAS ) ແລະ ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານຈາກສະຖາບັນຄົ້ນຄວ້າວິທະຍາສາດປ້ອງກັນຟົດ ສປ ຈີນ ( IPPCAAS ).
ເຂົ້າຮ່ວມຂອງ ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ, ທ່ານ ສົມໝາຍ ຈັນທະວິລາດ ຮອງຫົວໜ້າຂະແໜງປູກຝັງ, ມີຊ່ຽວຊານຈາກໂຄງການ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ, ແຂວງ ແລະ ເມືອງໂພນທອງ ເຂົ້າຮ່ວມ.
ທ່ານ ບຸນຊູ ສຸດມາລີ ກ່າວວ່າ: ກັບດັກແສງໄຟ ເປັນເຄື່ອງມືຊະນິດໜຶ່ງທີ່ມີຄວາມສໍາຄັນ ແລະ ມີບົດບາດໃນການຕິດຕາມເຝົ້າລະວັງ, ພະຍາກອນການເຄື່ອນຍ້າຍ, ອົບພະຍົບຂອງແມງໄມ້ບາງຊະນິດໄດ້ດີ ແລະ ເປັນທາງເລືອກໜຶ່ງທີ່ຊາວກະສິກອນ ມັກໃຊ້ໃນການເຝົ້າລະວັງການລະບາດຂອງສັດຕູພືດ ເຊິ່ງສາມາດຄໍານວນຈໍານວນປະຊາກອນຂອງແມງໄມ້ຊະນິດຕ່າງໆ ທີ່ມີຄວາມສ່ຽງທີ່ຈະເຂົ້າມາທໍາລາຍພືດ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ.
ສູນປ້ອງກັນພືດ ເປັນສູນໜຶ່ງທີ່ມີພາລະບົດບາດໃນການຕິດຕາມເຝົ້າລະວັງສັດຕູພືດຕ່າງແດນ ແລະ ສັດຕູພືດ ພາຍໃນທີ່ເຂົ້າມາທໍາລາຍພືດ ແລະ ແຜ່ລະບາດ ໃນ ສປປ ລາວ ເພື່ອຊອກຫາວິທີທາງໃນການປ້ອງກັນກຳຈັດໃຫ້ຖ່ວງທັນກັບສະພາບການ.
ການຕິດຕັ້ງກັບດັກແສງໄຟ ກໍເປັນອີກວິທີໜຶ່ງທີ່ຊ່ວຍໃນການຕິດຕາມເຝົ້າລະວັງສັດຕູພືດຂອງເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໄມ້ໃຫ້ໝາກ ໂດຍໄດ້ເນັ້ນໃສ່ 20 ຊະນິດ, ສັດຕູພືດທີ່ສໍາຄັນ ຄື: ບົ້ງຝູງສາລີ, ບົ້ງເຈາະຝ່າຍ, ບົ້ງກັດຄໍຮວງເຂົ້າ, ບົ້ງຝູງຢາສູບ, ບົ້ງຮໍາໃບ, ບົ້ງເຈາະໝາກທຸລຽນ, ເພ້ຍຈັກຈັ່ນສີນໍ້າຕານ, ຕັກແຕນຝູງໄມ້ປ່ອງ ແລະ ອື່ນໆ ໂດຍການຕິດຕັ້ງກັບດັກແມງໄມ້ ເພື່ອຕິດຕາມເກັບກຳຂໍ້ມູນຊ່ວຍເຝົ້າລະວັງສັດຕູພືດ ທີ່ສໍາຄັນດັ່ງກ່າວເພາະຈະໄດ້ຮູ້ຊະນິດ ແລະ ຈຳນວນປະຊາກອນຂອງແມງໄມ້ທີ່ເຂົ້າມາຕິດກັບດັກແສງໄຟ ພ້ອມທັງຈຳແນກຫາຊະນິດທີ່ເປັນສັດຕູພືດສໍາຄັນຂອງພືດ ເຊັ່ນ: ເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໄມ້ໃຫ້ໝາກ ເຫຼົ່ານີ້ເປັນຕົ້ນ.

ທ່ານຮອງຫົວໜ້າກົມປູກຝັງ ກ່າວຕື່ມວ່າ: ຈຸດປະສົງໃນການຕິດຕັ້ງກັບດັກແສງໄຟ ເຂົ້າໃນການຕິດຕາມເຝົ້າລະວັງສັດຕູພືດທີ່ສໍາຄັນຂອງເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໝາກໄມ້ ກໍເພື່ອເກັບກຳຂໍ້ມູນ, ເກັບຕົວຢ່າງມາວິໄຈຫາຊະນິດສັດຕູພືດທີ່ສໍາຄັນຂອງເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໝາກໄມ້ ທັງຊອກຫາວິທີທາງໃນການປ້ອງກັນ ແລະ ກຳຈັດໃຫ້ຖ່ວງທັນກັບສະພາບການ.
[ ຂ່າວ – ຮູບ: ທູນທອງໃຈ ]