ກອງປະຊຸມສະໄໝວິສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດຳເນີນລະຫວ່າງ ວັນທີ 9 – 26 ມິຖຸນາ 2025 ໄດ້ພ້ອມພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ ໂດຍໄດ້ອອກເປັນມະຕິ ຈໍານວນ 15 ສະບັບ.
ວັນທີ 26 ມິຖຸນາ 2025 ກອງປະຊຸມສະໄໝວິສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ບາງຕອນກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນມາແຕ່ວັນທີ 9 ມິຖຸນາ 2025, ມາຮອດມື້ນີ້ ໄດ້ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ.
ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີການແກ້ໄຂບັນຫາສະພາບການປະລະການຮຽນ, ປັບ ປຸງຄຸນນະພາບການສຶກສາ, ຕິດຕາມ, ຊຸກຍູ້ການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ, ສາທາລະນະ ສຸກ ໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ – ລັດໃຫ້ຄວາມເອົາໃຈໃສ່; ເພີ່ມ ຄວາມເຂັ້ມງວດ, ເດັດຂາດ ໃນການຄຸ້ມ ຄອງຮ້ານບັນເທິງ; ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ, ຕອບສະໜອງໄດ້ຕະຫຼາດແຮງ ງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບ ຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕາມ ຄາດໝາຍ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.
ພາຍຫຼັງສຳເລັດກອງປະຊຸມ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ ໂດຍໄດ້ອອກເປັນມະຕິສະພາແຫ່ງຊາດ ຈໍານວນ 15 ສະບັບ ດັ່ງນີ້:
1). ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025.
2). ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່.
3). ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້າ.
4). ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ.
5). ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
ມະຕິຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ
ໃນນີ້, ກົດໝາຍສ້າງໃໝ່ ຈໍານວນ 5 ສະບັບ ຄື:
1). ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ.
2). ກົດໝາຍວ່າດ້ວຍ ສັງຄົມສົງເຄາະ.
3). ກົດໝາຍວ່າດ້ວຍ ສາມັນສຶກສາ.
4). ກົດໝາຍວ່າດ້ວຍ ການປູກຝັງ.
5). ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ.
ກົດໝາຍປັບປຸງ ມີ 5 ສະບັບ ຄື:
1). ກົດໝາຍວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ສານປະຊາຊົນ ( ປັບປຸງ ).
2). ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ( ປັບປຸງ ).
3). ກົດໝາຍວ່າດ້ວຍ ຊົນລະປະທານ ( ປັບປຸງ ).
4). ກົດໝາຍວ່າດ້ວຍ ອາກອນລາຍໄດ້ ( ປັບປຸງ ).
5). ກົດໝາຍວ່າດ້ວຍ ປ້າຍ ( ປັບປຸງ ).