ສຳເລັດກອງປະຊຸມ ສະໄໝວິສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ພ້ອມພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ

26 Jun 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມສະໄໝວິສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX (ທີ່ດຳເນີນລະຫວ່າງວັນທີ 9-26 ມິຖຸນາ 2025) ມາຮອດໃນວັນທີ 26 ມິຖຸນາ 2025 ກໍໄດ້ສຳເລັດພ້ອມປິດລົງຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ໂດຍການເປັນປະທານກອງປະຊຸມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາການນຳ-ອະດີດການນຳຂັ້ນສູງ ແລະ ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດຊຸດທີ IX   ບາງຕອນກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນມາແຕ່ ວັນທີ 9 ມິຖຸນາ 2025, ມາຮອດມື້ນີ້ ໄດ້ບັນລຸຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສຳຄັນຈຳນວນໜຶ່ງ ດັ່ງນີ້:

1) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ທີ່ໄດ້ນຳໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຊຶ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 4,5%; ການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2025; ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ;

2 ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີການແກ້ໄຂບັນຫາສະພາບການປະລະການຮຽນ, ປັບ ປຸງຄຸນນະພາບການສຶກສາ, ຕິດຕາມ, ຊຸກຍູ້ການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ, ສາທາລະນະ ສຸກ ໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈໃສ່; ເພີ່ມຄວາມເຂັ້ມງວດ, ເດັດຂາດ ໃນການຄຸ້ມ ຄອງຮ້ານບັນເທິງ; ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ, ຕອບສະໜອງໄດ້ຕະຫຼາດແຮງ ງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບ ຄົວທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ; ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ ລັດຖະບານທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕາມ ຄາດໝາຍ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບ ຮຽບຮ້ອຍ ໂດຍພື້ນຖານ.

 2) ກອງປະຊຸມໄດ້ປະກອບຄຳເຫັນ ຢ່າງກົງໄປກົງມາ ຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງ ທີ X (2026-2030) ເຊິ່ງກອງປະຊຸມ ເຫັນດີເປັນເອກະພາບ ໂດຍພື້ນຖານຕໍ່ການສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX(2021-2025), ເຖິງຢ່າງໃດກໍຕາມຜູ້ແທນ ຍັງສະແດງຄວາມ ເປັນຫ່ວງ ຕໍ່ບາງບັນຫາ ເປັນຕົ້ນ ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ບໍ່ທັນລະອຽດຈະ ແຈ້ງ, ການພັດທະນາຕາມທິດ 3 ສ້າງ ຍັງບໍ່ທັນປະຕິບັດຢ່າງຕໍ່ເນື່ອງ, ການປະຕິບັດກົດໝາຍຍັງບໍ່ເຂັ້ມງວດ ແລະ ການຕິດຕາມກວດກາຍັງບໍ່ທັນໂລ່ງລ່ຽນ; ພ້ອມກັນນັ້ນ, ບັນດາຜູ້ແທນ ໄດ້ສະເໜີບາງຄຳເຫັນ ຕໍ່ການ ວາງແຜນການ ເປັນຕົ້ນ ໃຫ້ຄົ້ນຄວ້າຄືນວິໄສທັດ ແລະ ຍຸດທະສາດຂອງການພັດທະນາ ໃຫ້ເປັນເອກະສານ ສະເພາະ ແລະ ກວດກາຄືນຄວາມສອດຄ່ອງການກໍານົດເປົ້າໝາຍ, ຄາດໝາຍ ແລະ ຕົວຊີ້ບອກຂອງແຕ່ລະ ແຜນການ, ແຜນງານຈຸດສຸມ ໃຫ້ຈະແຈ້ງ ແລະ ຊັດເຈນ. ກອງປະຊຸມ ສະເໜີໃຫ້ກຳນົດເອົາຂະເເໜງກະສິກໍາ ແລະ ປຸງແຕ່ງຜະລິດຕະພັນກະສິກຳ ເປັນບູລິ ມະສິດ, ຜັນຂະຫຍາຍແນວທາງການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ດ້ວຍບາດກ້າວບຸກທະລຸ ໂດຍຕິດພັນກັບເສດຖະກິດດີຈີຕອນໃຫ້ຈະແຈ້ງ, ຄົ້ນຄວ້າທ່າແຮງໃນການສ້າງລາຍຮັບ ຈາກໂຄງການລົງທຶນ ຂະໜາດໃຫຍ່; ການສ້າງຂະແໜງໄຟຟ້າ ແລະ ພະລັງງານທົດແທນ ເພື່ອສະໜອງຕອບໃຫ້ແກ່ການພັດທະນາ ແລະ ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າໃຫ້ເໝາະສົມ; ສ້າງແຜນພັດທະນາພື້ນຖານໂຄງລ່າງ ໂດຍສະ ເພາະ ການກໍ່ສ້າງ-ສ້ອມແປງເສັ້ນທາງຢູ່ແຂວງຕ່າງໆ ຢ່າງມີຈຸດສຸມ, ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນ ການຈັດສັນປ່າໄມ້ ແລະ ທີ່ດິນໃຫ້ເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບ ເພື່ອສະດວກ ໃນການຄຸ້ມຄອງທີ່ດິນ; ພ້ອມກັນນັ້ນ, ໃຫ້ສືບຕໍ່ຄົ້ນຄວ້າປັບປຸງບາງເນື້ອໃນ ຂອງແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ ແລະ ເປັນລະບົບ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມ ຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດ ຊຸດທີ X.

3) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມ ແປງທາງໄລຍະໃໝ່ ເຊິ່ງກອງປະຊຸມ ເຫັນດີໃນດ້ານຫຼັກການ ຕໍ່ນະໂຍບາຍດັ່ງກ່າວ ຕາມການສະເໜີຂອງລັດຖະບານ, ຊຶ່ງເປັນຄວາມຄິດລິເລີ່ມທີ່ດີໃນການກໍ່ສ້າງ ແລະສ້ອມແປງເສັ້ນທາງໃນສະພາບປະເທດເຮົາ ທີ່ຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ແຕ່ບັນດາທ່ານສະມາຊິກສະພາແຫ່ງຊາດ ມີຄວາມເປັນຫ່ວງ ແລະ ສະເໜີໃຫ້ຈັດຕັ້ງປະຕິບັດເປັນໂຄງການແບບທົດລອງ ຫຼື ໂຄງການຕົວແບບ ໂດຍສຸມໃສ່ເສັ້ນທາງສຳຄັນຈຳນວນໜຶ່ງ, ມີການກຳນົດໄລຍະເວລາການຈັດຕັ້ງປະຕິບັດທີ່ຊັດເຈນ, ມີການຕິດຕາມກວດກາຢ່າງເປັນປົກກະຕິ, ຫຼັງຈາກນັ້ນຈຶ່ງມີການຖອດຖອນບົດຮຽນຜົນໄດ້ຮັບ ແລະ ຜົນເສຍຕໍ່ການນຳໃຊ້ນະໂຍບາຍດັ່ງກ່າວ.

4).) ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ເຊິ່ງກອງປະຊຸມ ໄດ້ເຫັນດີເປັນເອກະພາບ ຕໍ່ເນື້ອໃນບົດລາຍງານ ຂອງລັດຖະບານ, ແຕ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນຫາດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ມີ ຜົນປະໂຫຍດສູງສຸດໃຫ້ປະເທດຊາດ, ກອງປະຊຸມສະເໜີໃຫ້ລັດຖະບານມີການກວດກາ ແລະ ປະເມີນຄືນ ການດໍາເນີນໂຄງການພະລັງງານໄຟຟ້າ ແລະ ມີມາດຕະການ ຢ່າງເຂັ້ມງວດ ຕໍ່ກັບໂຄງການທີ່ໄດ້ຮັບອະນຸຍາດ ແຕ່ບໍ່ມີການພັດທະນາ ຫຼື ດໍາເນີນບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ໃຫ້ມີແຜນການລະອຽດ ໃນການກຳນົດເຂດພັດທະນາພະລັງງານໄຟຟ້າ ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ, ພະລັງງານ ເເສງຕາເວັນ ແລະ ອື່ນໆ; ໃຫ້ມີການແບ່ງຂັ້ນຄຸ້ມຄອງ ຢ່າງລະອຽດ, ຈະແຈ້ງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ມີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດພັນທະດ້ານການເງິນ, ການປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ; ໃຫ້ຄົ້ນຄວ້າກຳນົດອັດຕາອາກອນກຳໄລ, ຄ່າພາກຫຼວງ ຈາກໂຄງການພະລັງງານໄຟຟ້າ ແລະ ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນການປະຕິບັດບາງມາດຕາ ຂອງກົດ ໝາຍ ທີ່ພົວພັນກັບພັນທະດ້ານພາສີ ແລະ ອາກອນຕ່າງໆ ເຊິ່ງຈະເຮັດໃຫ້ລັດຖະບານເສຍລາຍຮັບ; ໃຫ້ລັດຖະບານມີການພິຈາລະນາຄົ້ນຄວ້າຄືນກ່ຽວກັບໂຄງສ້າງລາຄາໄຟຟ້າ ເພື່ອແກ້ໄຂຜົນກະທົບ ໂດຍກົງ ຕໍ່ຊີວິດການເປັນຢູ່ຂອງພະນັງງານ-ລັດຖະກອນ ກໍຄືຜູ້ປະກອບການ. ວາງແຜນການພັດທະນາພະລັງ ງານໄຟຟ້າ ໃຫ້ສອດຄ່ອງກັບການພັດທະນາ ຂອງຂະແໜງການ ທີ່ກ່ຽວຂ້ອງ; ພິຈາລະນາການລົງທຶນ ແລະ ລະດົມທຶນ ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງໃຫ້ເປັນລະບົບ; ສືບຕໍ່ຄົ້ນຄວ້າປັບປຸງຍຸດທະສາດການພັດ ທະນາພະລັງງານໄຟຟ້ານໍ້າຕົກ ໃຫ້ມີຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ການປົກປັກຮັກ ສາສິ່ງແວດລ້ອມ ແລະ ສັງຄົມ; ຄົ້ນຄວ້າການຫຼຸດຜ່ອນ ກ້າວໄປເຖິງການຢຸດຕິການກໍ່ສ້າງເຂື່ອນໄຟຟ້າພະລັງ ງານນໍ້າ ໂດຍສະເພາະແມ່ນຂະໜາດນ້ອຍ ແລະ ຫັນໄປສູ່ພະລັງງານທົດແທນໃນຮູບແບບອື່ນ; ປະເມີນຄືນ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໂດຍສະເພາະ ກົດໝາຍ ວ່າດ້ວຍໄຟຟ້າໃຫ້ສອດຄ່ອງ ກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ; ພ້ອມກັນນັ້ນ, ໃຫ້ສ້າງ ແລະ ຍົກ ລະດັບບຸກຄະລາກອນ ໃນຂະແໜງການໄຟຟ້າ ໃຫ້ເປັນມືອາຊີບ ເພື່ອຮອງຮັບຄວາມພ້ອມດ້ານຕ່າງໆໃນການ ຄຸ້ມຄອງ ແລະ ບໍລິຫານຈັດການບັນດາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະຖືກສົ່ງຄືນມອບໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສຳປະທານໂຄງການ.

5) ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງ ແຜນການໃນຕໍ່ໜ້າ; ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ ລັດຖະບານ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳທຸກ ພາກສ່ວນໃນສັງຄົມ ເປັນເຈົ້າການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ເຊິ່ງສ້າງລາຍຮັບໃຫ້ຜູ້ປະກອບທຸລະກິດ ການທ່ອງທ່ຽວ, ເຊິ່ງສາມາດສ້າງວຽກເຮັດງານທຳ, ປະກອບສ່ວນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນເປັນກ້າວໆ, ແຕ່ເຖິງຢ່າງໃດກໍ່ຕາມ ຜູ້ແທນ ຍັງສະແດງຄວາມເປັນຫ່ວງ ແລະ ສະເໜີໃຫ້ເອົາໃຈ ໃສ່ບາງດ້ານເພີ່ມຕື່ມ ເປັນຕົ້ນ ໃຫ້ສືບຕໍ່ສ້າງ, ປັບປຸງນິຕິກຳ ແລະ ນະໂຍບາຍຕ່າງໆ ເພື່ອເປັນເຄື່ອງມືໃນການ ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂຶ້ນ, ຄົ້ນ ຄວ້າກຳນົດບັນດາຈຸດສຸມແຫຼ່ງທ່ອງທ່ຽວ ທີ່ເປັນບູລິມະສິດ ຕິດພັນກັບການທ່ອງທ່ຽວທຳມະຊາດ, ປະຫວັດ ສາດ, ວັດທະນະທໍາອັນດີງາມ ແລະ ວິຖີຊີວິດ ຂອງປະຊົນບັນດາເຜົ່າ ແລະ ອື່ນໆ; ຄົ້ນຄ້ວາ ພິຈາລະນານະໂຍ ບາຍຍົກເວັ້ນວິຊາເຂົ້າ ສປປລາວ ສຳລັບຈາກ 8 ສ້າງ, ປັບປຸງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ການບໍລິການດ້ານຕ່າງໆ ໃຫ້ມີຄຸນນະພາບດີຂຶ້ນ; ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂລະບົບການ ບໍລິການດ້ານການທ່ອງທ່ຽວ ໃຫ້ມີຄວາມຮັບປະກັນ, ສະດວກວ່ອງໄວ ສ້າງຄວາມປະທັບໃຈ ແລະ ດຶງດູດໃຫ້ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວປະເທດເຮົາໃຫ້ຫຼາຍຂຶ້ນ; ພ້ອມກັນນັ້ນ, ສະເໜີການບຳລຸງສ້າງບຸກຄະລາ ກອນ ກ່ຽວກັບການນຳທ່ຽວ ໃຫ້ເປັນມືອາຊີບ, ສືບຕໍ່ໂຄສະນາເຜີຍແຜ່ວຽກງານການທ່ອງທ່ຽວ ໂດຍຜ່ານສື່ ຕ່າງໆໃຫ້ກວ້າງຂວາງ ແລະ ປັບປຸງກົນໄກການປະສານສົມທົບກັບທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ, ຄຸ້ມຄອງ ເປັນເອກະພາບທົ່ວປະເທດໃນວຽກງານທ່ອງທ່ຽວ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ເເລະ ມີຄວາມ ປອດໄພ.

6) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ທົ່ວປະເທດ ເຊິ່ງກອງປະຊຸມຕີລາຄາສູງ ຕໍ່ ການສະຫຼຸບຕີລາຄາວຽກງານການໂຄສະນາ ເຜີຍແຜ່ກົດໝາຍ ແລະ ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ຈັດຕັ້ງປະຕິບັດການໂຄສະນາ ເຜີຍແຜ່ກົດໝາຍ ຢ່າງແຂງແຮງ. ກອງປະຊຸມໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມໃນການຊີ້ນຳບັນດາກະຊວງ, ອົງການທີ່ເປັນເຈົ້າຂອງກົດ ໝາຍ ເພີ່ມທະວີການໂຄສະນາ ເຜີຍແຜ່ກົດໝາຍ ໃຫ້ເຂົ້າເຖິງເປົ້າໝາຍຕ່າງໆ ໂດຍສະເພາະ ປະຊາຊົນເຂດ ຫ່າງໄກສອກຫຼີກ; ສະເໜີໃຫ້ມີການກໍ່ສ້າງ, ຍົກລະດັບບຸກຄະລາກອນກ່ຽວຂ້ອງ ໃຫ້ມີຄວາມຊຳນິຊຳນານ ແລະ ເປັນມືອາຊີບ, ຄັດເລືອກເອົາເນື້ອໃນ-ຮູບການ ທີ່ຈະນຳລົງໄປເຜີຍແຜ່ໃຫ້ສອດຄ່ອງກັບສະພາບການຕົວ ຈິງ ແລະ ເໝາະສົມກັບເປົ້າໝາຍຕ່າງໆ; ສະເໜີໃຫ້ຄົ້ນຄວ້າເພີ່ມງົບປະມານໃສ່ວຽກງານໂຄສະນາ ເຜີຍແຜ່ ກົດໝາຍ ແລະ ການສ້າງປຶ້ມຄູ່ມື ເພື່ອເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ ແນໃສ່ສ້າງສະຕິເຄົາລົບກົດໝາຍຂອງສັງ ຄົມໃຫ້ສູງຂຶ້ນ.

7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10ຂອງສະພາແຫ່ງຊາດ ຊຸດທີ IX ; ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ການສະຫຼຸບຕີລາຄາການເຄື່ອນ ໄຫວວຽງກງານຂອງສະພາແຫ່ງຊາດ ໃນໄລຍະຜ່ານມາ; ກອງປະຊຸມ ສະເໜີໃຫ້ເອົາໃຈໃສ່ການສ້າງ ແລະ ປັບ ປຸງກົດໝາຍ ໃຫ້ເປັນລະບົບ, ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ; ສູ້ຊົນໃຫ້ການຕົກລົງ ບັນຫາສຳຄັນພື້ນຖານຂອງຊາດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ. ຊຸກຍູ້ການໂຄສະນາເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ, ເອົາໃຈໃສ່ການຕິດຕາມກວດກາ ແລະ ຊຸກຍູ້ການແກ້ໄຂຜົນ 5 ການຕິດຕາມກວດກາ ບັນຫາເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ບັນຫາຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ເເລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ, ບັນຫາຢາເສບຕິດ ແລະ ອື່ນໆ; ເອົາໃຈໃສ່ການລົງ ພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ, ຄວາມຂັດຂ້ອງ, ຂໍ້ສະເໜີຕ່າງໆຂອງປະຊາຊົນ ແລ້ວ ນໍາມາຄົ້ນຄວ້າຮ່ວມກັບບັນດາອົງການອຳນາດລັດ ເພື່ອຊອກຫາວິທີພິຈາລະນາແກ້ໄຂ; ເອົາໃຈໃສ່ຄົ້ນ ຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ແລະ ກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III.

7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10ຂອງສະພາແຫ່ງຊາດ ຊຸດທີ IX;

 8). ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີ(2026-2030) ຂອງສະພາແຫ່ງຊາດ ຊຸດທີ X, ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານ, ຄະ ນະປະຈຳສະພາແຫ່ງຊາດ ທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມບັນດາກົດໝາຍທີ່ຈະສ້າງໃໝ່ ແລະ ຈະປັບປຸງໃນ 5 ປີຕໍ່ໜ້າ ເພື່ອໃຫ້ມີຄວາມພ້ອມເປັນເອກະພາບແຕ່ຫົວທີຕາມຂັ້ນຕອນ ຂອງກົດໝາຍ ວ່າດ້ວຍ ການສ້າງນິຕິກຳ ແລະ ໃຫ້ສອດຄ່ອງ ກັບແນວທາງຂອງພັກ, ລັດຖະທຳມະນູນ ສະບັບປີ 2025; ພ້ອມກັນ ນີ້, ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນຳກະຊວງ, ອົງການທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການແຕ່ຫົວທ່ີ ໃນການສ້າງ ແລະ ປັບປຸງກົດໝາຍໃນຄວາມຮັບຜິດຊອບຂອງຕົນ; ເພີ່ມທະວີການປະສານ ສົມທົບກັບກຳມາທິການທີ່ກ່ຽວ ຂ້ອງຂອງສະພາແຫ່ງຊາດ ເພື່ອກວດກາຄວາມພ້ອມສຸດທ້າຍ ຂອງກົດໝາຍ ກ່ອນ ຈະດຳເນີນການສະເໜີຕາມຂັ້ນຕອນ ແລະ ສາມາດນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງປະຖົມມະ ລືກ ຂອງສະພາເເຫ່ງຊາດ ຊຸດທີ X ໃນປີ 2026.

 9) ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ, ໃນ ນີ້ ມີກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ; ກົດໝາຍວ່າດ້ວຍ ສັງຄົມ ສົງເຄາະ; ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ; ກົດໝາຍວ່າດ້ວຍ ສາມັນສຶກສາ; ກົດໝາຍວ່າ ດ້ວຍ ການປູກຝັງ ແລະ ກົດໝາຍສະບັບປັບປຸງ 5 ສະບັບຄື: ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການ ແພດ; ກົດໝາຍວ່າດ້ວຍ ອາກອນລາຍໄດ້; ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ ແລະ ກົດໝາຍວ່າດ້ວຍການປັບປຸງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ ໂດຍມີການພິຈາລະນາຮັບຮອງ ເອົາ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

 10) ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄຳຊັກຖາມ ຂອງທ່ານນາຍົກລັດຖະມົນຕີ ແລະ ບັນດານ ທ່ານໃນຄະນະລັດຖະບານ ທັງໝົດ 6 ທ່ານ ຊຶ່ງເປັນບັນຫາເຄັ່ງຮ້ອນຂອງສັງຄົມ.

11) ກອງປະຊຸມ ໄດ້ຮັບຟັງການລາຍງານຂອງທ່ານເລຂາທິການສະພາແຫ່ງຊາດ ກ່ຽວກັບຜົນ ການຕົກລົງຂອງກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ໃນການຍົກຍ້າຍ, ແຕ່ງຕັ້ງ ການພັກການ-ຮັບອຸດໜູນບຳນານຂອງສະມາຊິກລັດຖະບານ ຈຳນວນ 13 ທ່ານ ຕາມການ ຄືນໃໝ່ ແລະ ສະເໜີຂອງທ່ານ ນາຍົກລັດຖະມົນຕີ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ