ແນໃສ່ຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຫາງານ ຊື່ງເປັນກົດໝາຍທີ່ໄດ້ຮັບການສ້າງຂື້ນໃໝ່ ໃນປີ 2023 ທີ່ໄດ້ກຳນົດກ່ຽວກັບການສະຫງວນອາຊີບໄວ້ໃຫ້ພົນລະເມືອງລາວ ໃນມາດຕາ 16, ໝວດທີ 1, ຂອງພາກທີ II ແລະ ມາດຕາ 7 ປະເພດອາຊີບສະຫງວນໃຫ້ພົນລະເມືອງລາວ (ມີ 29ອາຊີບ)ເພື່ອເປັນການຮັກສາອາຊີບໃດໜຶ່ງໄວ້ໃຫ້ພົນລະເມືອງລາວ .
ໃນວັນທີ 23 ມິຖຸນາ 2025 ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ກົມການຈັດຫາງານ ກະຊວງແຮງງານ ແລະສະຫວັດດີການ-ສັງຄົມ ໄດ້ຈັດກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ. ໃຫ້ກຽດກ່າວເປີດໂດຍທາ່ນ ພົງໄຊສັກ ອີນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ມີບັນດາທ່ານ ຫົວໜ້າ/ ຮອງຫົວໜ້າ ຫ້ອງການ, ບັນດາກົມ, ສະພາແຫ່ງຊາດ, ບັນດາກະຊວງທີ່ກຽ່ວຂ້ອງ, ທະນາຄານແຫ່ງ ສປປ ລາວ, ສະມາຄົມ, ກຸ່ມທຸລະກິດ, ພ້ອມຄະນະພະແນກ ແລະ ວິຊາການ ຈາກກະຊວງຮສສເຂົ້າຮວ່ມ.

ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮວ່ມທັງໝົດ ຍັງໄດ້ພ້ອມກັນປະກອບຄຳເຫັນ ເພື່ອປັບປຸງເນື້ອໃນ ແຕ່ລະໝວດ ແລະ ມາດຕາ ໂດຍສະເພາະ ໝວດທີ 2 ອາຊີບທີ່ສະຫງວນໄວ້ໃຫ້ພົນລະເມືອງລາວ, ໃນມາດຕາ 7 ປະເພດອາຊີບທີ່ສະຫງວນໃຫ້ພົນລະເມືອງລາວ ໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງ ກັບ ກົດໝາຍ ກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ຢ່າງເປັນລະບົບ ແລະ ມີປະສິດທິພາບ ແນໃສ່ສະຫງວນອາຊີບໄວ້ໃຫ້ພົນລະເມືອງລາວມີວຽກເຮັດງານທໍາ ພາຍໃນປະເທດ, ສາມາດປະກອບອາຊີບອິດສະລະ ແລະ ມີລາຍໄດ້ທີ່ໝັ້ນຄົງ ເພື່ອຮັກສາເອກະລັກ ແລະ ວັດທະນະທໍາ ພູມປັນຍາທີ່ເປັນຮີດຄອງປະເພນີ ໄວ້ໃຫ້ພົນລະເມືອງລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ; ລວມທັງອາຊີບທີ່ີມີກຳລັງແຮງງານລາວພຽງພໍ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອໃຫ້ອາຊີບເຫຼົ່ານັ້ນໄດ້ຢູ່ຄູ່ກັບຄົນລາວ ທັງເປັນການຊ່ວຍໃຫ້ແຮງງານລາວ ມີໂອກາດສູງຂຶ້ນໃນການມີວຽກເຮັດງານທໍາ ແລະ ສ້າງລາຍໄດ້ທີ່ໝັ້ນຄົງ.
(ທີ່ມາ: ຂ່າວສານຮສສ)