ເສັ້ນທາງ 13 ໃຕ້ ສໍາເລັດ 100% ແຕ່ບໍລິສັດຮັບເໝົາຕ້ອງບູລະນະຮັກສາໄປອີກ 7 ປີ (2031)

24 Jun 2025

ຄລິກແຊຣ໌ 0 Facebook WhatsApp

      ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ແມ່ນເລີ່ມແຕ່ ກມ 71 ຫາ ກິໂລແມັດທີ 346 ມີລວງຍາວ 275 ກິໂລແມັດ ໄດ້ເລີ່ມກໍ່ສ້າງໃນປີ 2021 ມາຮອດປະຈຸບັນການກໍ່ສ້າງ ປັບປຸງ ສໍາເລັດ 100% ເຖິງວ່າການກໍ່ສ້າງຈະສຳເລັດແຕ່ບໍລິສັດຜູ້ຮັບເໝົາຍັງຕ້ອງເບິ່ງແຍງ, ສ້ອມແປງບູລະນະເສັ້ນທາງດັ່ງກ່າວໄປອີກ 7 ປີ ກໍຄືເຖິງປີ 2031.

      ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງແມ່ນສຳເລັດແລ້ວ 100% ປະຈຸບັນແມ່ນກ້າວເຂົ້າສູ່ໄລຍະບູລະນະຮັກສາ ໂດຍແມ່ນບໍລິສັດຜູ້ຮັບເໝົາ ໃນແຕ່ລະຕອນທາງເປັນຜູ້ຮັບຜິດຊອບ ຈົນຮອດ ປີ 2031 ລວມໄລຍະສັນຍາ ແມ່ນ 10 ປີ ແລະ ເພື່ອໃຫ້ສາມາດຮັບນໍ້າໜັກການບັນ ທຸກຕາມມາດຕະຖານຂອງອາຊຽນ ຄື 11 ໂຕນຕໍ່ເພົາ (ຂອງລາວແມ່ນ 9,1 ໂຕນຕໍ່ເພົາ).

       ສໍາລັບຮູບແບບສັນຍາໃນການຈັດຕັ້ງປະຕິບັດແມ່ນນໍາໃຊ້ຮູບແບບສັນຍາແບບມອບເໝົາ OPBRC ປັບປຸງກໍ່ສ້າງ 2-3 ປີ ບູລະນະຮັກສາ 7-8 ປີ ລວມໄລຍະສັນຍາ 10 ປີ ເຊິ່ງຖືໄດ້ວ່າເປັນຮູບແບບສັນຍາໃໝ່ ທີ່ໄດ້ຈັດຕັ້ງປະຕິບັດເປັນໂຄງການທີ 2 ຖັດຈາກ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ (ສີເກີດ-ໂພນໂຮງ). ຕອນທາງດັ່ງກ່າວ ຈະມີຜູ້ຮັບຜິດຊອບໃນການບູລະນະຮັກສາຕະຫຼອດໄລຍະຂອງສັນຍາ ໂດຍຜູ້ຮັບເໝົາຈະຕ້ອງໄດ້ປະຕິບັດໃຫ້ໄດ້ຕາມລະດັບບໍລິການ (Service Level) ທີ່ໄດ້ກຳນົດໄວ້ໃນສັນຍາ.

      ສຳລັບຜູ້ຮັບເໝົາຈະໄດ້ຮັບຜິດຊອບຕາມສັນຍາປະກອບມີ ການອະນາໄມຖາງຫຍ້າແຄມທາງ, ອະນາໄມໜ້າທາງ, ອະນາໄມທໍ່ລອດທາງ ແລະ ລວມເຖີງ ການສ້ອມແປງຕາບຂຸມຕ່າງໆທີ່ອາດຈະເກີດຂຶ້ນ ແລະ ຍັງມີຫຼາຍໜ້າວຽກອີກທີ່ລະບຸໄວ້ໃນສັນຍາ.

      ທ່ານ ສຸກສາກົນ ແຫວນວົງສົດ ໄດ້ກ່າວຕື່ມວ່າ: ພັກ-ລັດຖະບານ ກໍຄື ກະຊວງໂຍທາທິການ ແລະ ຂົນສົ່ງ ຍາມໃດກໍເອົາໃຈໃສ່ປັບປຸງ ແລະ ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດໃນຂອບເຂດທົ່ວປະເທດ ເວົ້າລວມ. ເວົ້າສະເພາະ ກໍແມ່ນ ເສັ້ນທາງ 13 ໃຕ້ ນີ້ ທີ່ຫາກໍ່ປັບປຸງກໍ່ສ້າງສໍາເລັດ ຮຽກຮ້ອງມາທຸກຄົນ ທີ່ນໍາໃຊ້ເສັ້ນທາງດັ່ງກ່າວ ໃຫ້ປະຕິບັດຕາມກົດຈາລະຈອນ ແລະ ປ້າຍສັນຍານຈາລະຈອນຕ່າງໆທີ່ໄດ້ກຳນົດ. ໂດຍສະເພາະການຂັບຂີ່ດ້ວຍຄວາມບໍ່ປະມາດ ແລະ ຂັບຂີ່ໄວເກີນກຳນົດ ທັງນີ້ກໍເພື່ອຮັບປະກັນຄວາມປອດໄພທາງດ້ານຊັບສິນ ແລະ ຊີວິດ ຂອງຕົວທ່ານເອງ ສະເໜີໃຫ້ບັນດາທ່ານ ມີນໍ້າໃຈສູງໃນການປົກປັກຮັກສາຢ່າໄດ້ທໍາລາຍ ສິ່ງປະກອບຂອງທາງຕ່າງໆ ເພາະການທີ່ທໍາລາຍ ນັ້ນ ກໍປຽບເໝືອນ ການທໍາລາຍເຮືອນຊານບ້ານຊ່ອງຂອງຕົວເອງ ເພາະເງິນທີ່ເອົາມາກໍ່ສ້າງເສັ້ນທາງກໍລ້ວນແລ້ວແຕ່ເປັນພາສີຂອງໝົດທຸກຄົນພາຍໃນຊາດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ