ຫຼາຍຄົນອາດຈະລຳຄານທີ່ແມງໄມ້, ເພ້ຍ ແລະ ບົ້ງຕ່າງໆ ທີ່ມາເກາະ ຫຼື ມາທຳລາຍພືດຜັກ ແລະ ຕົ້ນໄມ້ຂອງທ່ານ. ແຕ່ສາມາດກຳຈັດດ້ວຍພິກໄທດຳ ເນື່ອງຈາກພິກໄທດຳ ມີສານຈຳພວກ ອັລຄາໄລນ ທີ່ຊື່ວ່າໄປເປີລິນ ( piperine ) ມີຜົນຕໍ່ການກົດປະສາດໃນລະບົບປະສາດສ່ວນກາງ ຊ່ວຍລົດໄຂ້, ຫຼຸດອາການອັກເສບ ຫຼຸດການເຈັບປວດ ແລະ ໃຊ້ກຳຈັດແມງໄມ້ໄດ້. ດ້ວຍ ຄວາມເຜັດຮ້ອນຂອງພິກໄທດຳ ເຮັດໃຫ້ເກີດອັນຕະລາຍຕໍ່ແມງໄມ້ ແລະ ສັດຂະໜາດນ້ອຍໄດ້ ເຮົາຈຶ່ງສາມາດນຳພິກໄທດຳມາໃຊ້ໃນການປ້ອງກັນກຳຈັດບົ້ງ, ແມງໄມ້ ແລະ ສັດຕູພືດໄດ້ເກືອບທຸກຊະນິດ.

■ ສິ່ງທີ່ຕ້ອງກຽມ:
1. ພິກໄທດໍາປົ່ນ 100 ກຣາມ ຫຼື ບ່ວງໂຕະ
2. ນໍ້າສະອາດ 2 ລິດ
3. ສານຈັບໃບ ເຊັ່ນ: ນໍ້າຢາລ້າງຈານ 1 ບ່ວງໂຕະ
4. ຜ້າຂາວບາງ ຫຼື ແນວຕອງ

■ ວິທີເຮັດ: ນໍາພິກໄທດໍາປົ່ນ 1 ບ່ວງໂຕະ ໄປປະສົມກັບນໍ້າ 1 ລິດ ຄົນໃຫ້ສ່ວນປະສົມລະລາຍເຂົ້າກັນດີ ແລ້ວໝັກໄວ້ 1 ມື້, ຈາກນັ້ນນຳມາຕອງເອົາແຕ່ນໍ້າແລ້ວຕື່ມນໍ້າລ້າລົງໄປອີກ 1 ລິດ ແລ້ວນຳໄປສີດພົ່ນ ເພື່ອປ້ອງກັນກຳຈັດສັດຕູພືດທຸກໆ 5 – 7 ວັນ ສູດນີ້ໄລ່ບົ້ງ ແລະ ແມງໄມ້ຕ່າງໆໄດ້.