2025 ການຈັດຕັ້ງປະຕິບັດຮອດວັນທີ 31 ພຶດສະພາ ສາມາດເກັບໄດ້ 7,967 ຕື້ກີບ ເທົ່ບກັບ 53,8% ຂອງແຜນການ

24 Jun 2025

ຄລິກແຊຣ໌ 0 Facebook WhatsApp

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານໃນ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ 2025 ວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ກໍໄດ້ສະແດງໃຫ້ເຫັນຜົນຂອງການຈັດເກັບອາກອນ ລາຍໄດ້ ໃນໄລຍະຜ່ານມາ ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ໃນແຕ່ລະປີ ກວມອັດຕາສ່ວນໂດຍ ສະເລ່ຍປະມານ 40% ຂອງລາຍຮັບສ່ວຍສາອາກອນທັງໝົດ ສະແດງອອກ: ໃນປີ 2020 ຈັດເກັບໄດ້ທັງ ໝົດ 3,160 ຕື້ກີບ ເພີ່ມມາເປັນ 10,888 ຕື້ກີບ ໃນປີ 2024 ຫຼື ເພີ່ມຂຶ້ນ 344%, ສໍາລັບ ປີ 2025 ການ ຈັດຕັ້ງປະຕິບັດຮອດວັນທີ 31 ພຶດສະພາ ສາມາດເກັບໄດ້ 7,967 ຕື້ກີບ ເທົ່ບກັບ 53,8% ຂອງແຜນການ ທຽບໃສ່ໄລຍະດຽວປີຜ່ານມາ ເພີ່ມຂຶ້ນ 50%. ຈາກຜົນການເກັບລາຍຮັບໃນແຕ່ລະປີສະແດງໃຫ້ເຫັນວ່າ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີບາດກ້າວທີ່ຂະຫຍາຍຕົວດີຂຶ້ນ ໂດຍສະເພາະ: ການ ລົງທຶນ, ການຜະລິດ, ການຊື້-ຂາຍ, ການຊົມໃຊ້ ຢູ່ພາຍໃນມີລັກສະນະເພີ່ມຂຶ້ນ ຊຶ່ງເປັນທ່າແຮງໃນການເກັບ ອາກອນລາຍໄດ້ເພີ່ມຂຶ້ນ ເປັນເງົາຕາມຕົວ.

ໃນໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນສະເໜີກ່ຽວກັບການຄົ້ນຄວ້າປັບປຸງກົດ ໝາຍວ່າດ້ວຍອາກອນລາຍໄດ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ມີກຽດ ສະຫງ່າຄັ້ງນີ້ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ ແລະ ປະກອບຄຳເຫັນ ຊຶ່ງການນໍາສະເໜີ ຂອງຂ້າພະເຈົ້າ ປະກອບດ້ວຍເນື້ອໃນລາຍລະອຽດ ດັ່ງນີ້:

1. ສະພາບການຈັດຕັ້ງປະຕິບັດວຽກງານ ອາກອນລາຍໄດ້ໃນໄລຍະຜ່ານມາ;

II. ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົດໝາຍວ່າດ້ວຍ ອາກອນລາຍໄດ້;

III. ສະພາບການປັບປຸງເນື້ອໃນ ຂອງກົດໝາຍວ່າດ້ວຍອາກອນລາຍໄດ້;

IV. ໂຄງສ້າງ ແລະ ເນື້ອໃນ ຂອງກົດໝາຍວ່າດ້ວຍອາກອນລາຍໄດ້;

V. ຄາດຄະເນຜົນໄດ້ຮັບ ຈາກການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້.

1. ສະພາບການຈັດຕັ້ງປະຕິບັດວຽກງານ ອາກອນລາຍໄດ້ໃນໄລຍະຜ່ານມາ

ພາຍຫຼັງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ໄດ້ຮັບ ການຂະຫຍາຍອອກຈາກກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ກໍໄດ້ເປັນເຄື່ອງມືໜຶ່ງທີ່ສໍາຄັນ ໃນ ການຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ, ດຳເນີນທຸລະກິດ ໂດຍມີລາຍຮັບ ຢູ່ ສປປ ລາວ ຕ້ອງຖືກເສຍອາກອນເຂົ້າ ງົບປະມານແຫ່ງລັດ ໃນໄລຍະຜ່ານມາໄດ້ດີພໍສົມຄວນ ບວກກັບການປັບປຸງເພີ່ມເຕີມບາງມາດຕາ ຂອງ 4 ກົດໝາຍທີ່ກ່ຽວຂ້ອງກັບສ່ວຍສາອາກອນ ໃນປີ 2021 ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ແລະ ທັງເປັນການປະກອບສ່ວນອັນສໍາຄັນໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມວາລະແຫ່ງຊາດ ກໍຄືການອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານແຫ່ງລັດ ຕາມຄໍາສັ່ງເລກທີ 18/ນຍ ແລະ ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ສະບັບເລກທີ 205/ລບ.

ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ກໍໄດ້ສະແດງໃຫ້ເຫັນຜົນຂອງການຈັດເກັບອາກອນ ລາຍໄດ້ ໃນໄລຍະຜ່ານມາ ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ໃນແຕ່ລະປີ ກວມອັດຕາສ່ວນໂດຍ ສະເລ່ຍປະມານ 40% ຂອງລາຍຮັບສ່ວຍສາອາກອນທັງໝົດ ສະແດງອອກ: ໃນປີ 2020 ຈັດເກັບໄດ້ທັງ ໝົດ 3,160 ຕື້ກີບ ເພີ່ມມາເປັນ 10,888 ຕື້ກີບ ໃນປີ 2024 ຫຼື ເພີ່ມຂຶ້ນ 344%, ສໍາລັບ ປີ 2025 ການ ຈັດຕັ້ງປະຕິບັດຮອດວັນທີ 31 ພຶດສະພາ ສາມາດເກັບໄດ້ 7,967 ຕື້ກີບ ເທົ່ບກັບ 53,8% ຂອງແຜນການ ທຽບໃສ່ໄລຍະດຽວປີຜ່ານມາ ເພີ່ມຂຶ້ນ 50%. ຈາກຜົນການເກັບລາຍຮັບໃນແຕ່ລະປີສະແດງໃຫ້ເຫັນວ່າ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີບາດກ້າວທີ່ຂະຫຍາຍຕົວດີຂຶ້ນ ໂດຍສະເພາະ: ການ ລົງທຶນ, ການຜະລິດ, ການຊື້-ຂາຍ, ການຊົມໃຊ້ ຢູ່ພາຍໃນມີລັກສະນະເພີ່ມຂຶ້ນ ຊຶ່ງເປັນທ່າແຮງໃນການເກັບ ອາກອນລາຍໄດ້ເພີ່ມຂຶ້ນ ເປັນເງົາຕາມຕົວ.

II. ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້

ເພື່ອແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນລາຍໄດ້ ໃນໄລຍະຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ກ່ຽວກັບການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ປາກົດຜົນເປັນຈິງ, ລັດຖະບານ ຈຶ່ງໄດ້ຊີ້ນໍາກະຊວງການ ເງິນ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິ ກຳນົດເຂົ້າໃສ່ກົດໝາຍ ເພື່ອເປັນບ່ອນອີງທາງດ້ານນິຕິກຳ ສະນັ້ນ, ກະຊວງການເງິນ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ເພື່ອຄົ້ນຄວ້າ ແລະ ປັບປຸງບາງເນື້ອໃນ ແລະ ບາງມາດ ຕາ ທີ່ເຫັນວ່າຍັງບໍ່ທັນຊັດເຈນ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ເປັນຊ່ອງວ່າງ ແນໃສ່ເຮັດໃຫ້ການເກັບອາກອນລາຍໄດ້ ໃຫ້ສອດຄ່ອງກັບຫຼັກການຂອງສາກົນ ແລະ ສາມາດຈັດເກັບລາຍ ຮັບໄດ້ທຸກທຸລະກຳທີ່ເຄື່ອນໄຫວທີ່ມີລາຍຮັບ ຢູ່ ສປປ ລາວ; ຊຸກຍູ້ສົ່ງເສີມໃຫ້ວິສາຫະກິດ ໃຫ້ຈົດ ທະບຽນໃນຕະຫລາດຫຼັກຊັບໃຫ້ຫລາຍຂຶ້ນ, ຫຼຸດຜ່ອນການກູ້ຢືມທີ່ເປັນໜີ້ສິນສາທາລະນະ ໃຫ້ຫັນເປັນ ການລະດົມທຶນໃນຕະຫຼາດຫຼັກຊັບ; ຊຸກຍູ້ ແລະ ສົ່ງເສີມ ໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດ ຖືບັນຊີ ຕາມກົດໝາຍ ເພື່ອເປັນເງື່ອນໄຂໃຫ້ສາມາດເຂົ້າເຖິງແຫຼ່ງທຶນຈາກສະຖາບັນການເງິນຕ່າງໆໄດ້, ການກຳນົດ ເກັບອາກອນຈາກແຫຼ່ງລາຍຮັບໃໝ່ ເປັນຕົ້ນ ສິນເຊື່ອກາກບອນ, ເຄື່ອງປ່າຂອງດົງຂອງບຸກຄົນທີ່ໄດ້ຮັບອະນຸຍາດ ແລະ ລາຍໄດ້ອື່ນໆ, ຈາກສາເຫດທີ່ກ່າວມານັ້ນ ຈຶ່ງມີຄວາມຈຳເປັນ ຕ້ອງໄດ້ປັບປຸງກົດໝາຍວ່າ ດ້ວຍອາກອນລາຍໄດ້ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ.

ສໍາລັບ ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ ປະກອບດ້ວຍ 9 ພາກ, 7 ໝວດ ແລະ 74 ມາດຕາ. ໃນນີ້ ປັບປຸງ 56 ມາດຕາ, ຍົກເລີກ 2 ມາດຕາ ແລະ ຮັກສາເນື້ອໃນເກົ່າ 18 ມາດຕາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ