ພະນັກງານນໍາພາຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ

0
1109

ໃນຕົ້ນອາທິດນີ້ ກະຊວງການເງິນໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຊີ້ນໍາ-ນໍາພາວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຄະນະບໍລິຫານງານພັກກະຊວງການເງິນທັງໄດ້ເຜີຍແຜ່ແຈ້ງການກ່ຽວກັບການປະຕິບັດນະໂຍບາຍພະນັກງານນໍາພາ ຄຸ້ມຄອງ-ຂັ້ນກົມອອກພັກການ-ຮັບອຸດໜູນບຳນານ ຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 645/ຄຈສພ,ລົງວັນທີ 12 ມິຖຸນາ 2025, ເຊິ່ງໄດ້ຕົກລົງໃຫ້ຫົວໜ້າກົມອອກພັກການ-ຮັບອຸດໜູນບຳນານ ຈໍານວນ 2 ທ່ານ,ຍິງ 1 ທ່ານຄື: ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ທ່ານ ນາງ ດາວວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ.

May be an image of 4 people and text
ສຳລັບຂັ້ນຮອງຫົວໜ້າກົມ ຈໍານວນ 7 ທ່ານ, ຍິງ 3 ທ່ານຄື: ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ທ່ານ ນາງ ທອງຈັນ ສຸລິນພູມີ ຮອງຫົວໜ້າກົມງົບປະມານແຫ່ງລັດ; ທ່ານ ນາງ ໄມທິບ ລັດຕະນະບຸນຍັງ ຮອງຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ; ທ່ານ ອັງຄານສະດາ ມ່ວງຄໍາ ຮອງຫົວໜ້າກົມການເງິນຕ່າງປະເທດ; ທ່ານ ນາງ ການ ສິງທາວົງໄຊ ຮອງຫົວໜ້າຄັງເງິນແຫ່ງຊາດ; ທ່ານ ຄໍາມິດ ໄຊອາສາ ຮອງຫົວໜ້າກົມພາສີ; ທ່ານ ສາຍທອງ ອຸ້ຍພິລາວົງ ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ອອກພັກການ-ຮັບອຸດໜູນບຳນານ. ພ້ອມນີ້, ພະນັກງານທີ່ມີເງື່ອນໄຂອອກພັກການ-ຮັບອຸດໜູນບຳນານຂັ້ນຫົວໜ້າພະແນກ ຈຳນວນ 12 ທ່ານ, ຮອງຫົວໜ້າພະແນກ ຈໍານວນ 11 ທ່ານ ແລະ ວິຊາການ ຈໍານວນ 21 ທ່ານອີກດ້ວຍ.

May be an image of 7 people and text
ເຊິ່ງຕະຫຼອດໄລຍະເວລາຜ່ານມາບັນດາທ່ານໄດ້ດໍາລົງຕໍາແໜ່ງ ເປັນຫົວໜ້າ-ຮອງຫົວໜ້າກົມ, ໄດ້ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ໄດ້ປະກອບສ່ວນໃນການພັດທະນາວຽກງານໃນຂະແໜງການເງິນຈົນມີຜົນສໍາເລັດໃນຫຼາຍດ້ານ ແລະ ມີການພັດທະນາໃນທາງທີ່ດີຂຶ້ນເປັນກ້າວໆ ແລະ ການເຂົ້າຮັບອຸດໜູນບໍານານຄັ້ງນີ້ຂອງບັນດາສະຫາຍແມ່ນເປັນການປະຕິບັດຕາມກົດລະບຽບຂອງພັກ, ກົດລະບຽບຂອງລັດຖະກອນທີ່ໄດ້ກໍານົດໄວ້. ສະນັ້ນ, ເມື່ອຮອດກໍານົດກໍຕ້ອງໄດ້ຮັບການເຂົ້າຮັບອຸດໜູນບໍານານຕາມລະບຽບການ.

May be an image of 2 people, people studying, newsroom and text
ເຖິງແນວໃດກໍຕາມສຳລັບພະນັກງານນໍາພາຄຸ້ມຄອງ-ຂັ້ນກົມ ຖືວ່າເປັນພະນັກງານຫຼັກແຫຼ່ງຂອງຂະແໜງການເງິນເປັນສະມາຊິກພັກທີ່ດີ, ມີຄວາມຍຶດໝັ້ນຕໍ່ອຸດົມການຂອງພັກຂອງລັດ, ທັງເປັນແບບຢ່າງທີ່ດີໃຫ້ແກ່ສະມາ ຊິກພັກ ແລະ ມາຫາຊົນໃນລຸ້ນຕໍ່ໄປເພື່ອເປັນເຂັມທິດເຍືອງທາງ ແລະ ຮັກສາມູນເຊື້ອອັນດີງາມໄວ້ໃຫ້ຄົນຮຸ່ນຫຼັງເວົ້າລວມເວົ້າສະເພາະແມ່ນສະມາຊິກພັກ-ພະນັກງານຂະແໜງການເງິນໄດ້ຖອດຖອນບົດຮຽນທີ່ດີ ໃນການນໍາພາ-ຊີ້ນໍາວຽກງານມາເປັນບົດຮຽນ, ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ເກີດຜົນປະໂຫຍດອັນສູງສຸດ.

LEAVE A REPLY

Please enter your comment!
Please enter your name here