ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ, ໃນນາມປະທານຄະນະກຳມະການຈັດຕັ້ງປະຕິບັດຖະແຫຼງການ ອາຊຽນວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິແຮງງງານຂອງເຄື່ອນຍ້າຍ (ACMW) ສຳລັບປີ 2024-2025, ຮ່ວມກັບກອງເລຂາອາຊຽນ, ອົງການແຮງງານສາກົນ (ILO), ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖີ່ນຖານ (IOM) ໄດ້ຈັດກອງປະຊຸມພາກພື້ນ ເພື່ອສົ່ງເສີມການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍ, ການຮັບຮູ້ ແລະ ການພັດທະນາສີມືແຮງງານສຳລັບແຮງງານເຄື່ອນຍ້າຍ ຂື້ນໃນວັນທີ 19 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.
ໂດຍການເປັນປະທານ ຂອງທ່ານ ສຸລິສັກ ສຸພັນທອງ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ອົງການຈັດຕັ້ງສາກົນ, ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ ເຊີ່ງໜ້າ ແລະ ທາງໃກ ຢ່າງພ້ອມພຽງ. ຖະແຫຼງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍ, ການຮັບຮູ້ ແລະ ການພັດທະນາສີມືແຮງງານສຳລັບແຮງງານເຄື່ອນຍ້າຍໄດ້ຖືກຮັບຮອງ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນຕຸລາ 2024.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມການພັດທະນາສີມືແຮງງານ ແລະ ການຈ້າງງານທີ່ມີຄຸນຄ່າ ແລະ ເປັນທຳໃຫ້ແກ່ແຮງງານເຄື່ອນຍ້າຍໃນພື້ນອາຊຽນ. ເພື່ອເປັນການສົ່ງເສີມ ແລະ ຈັດຕັ້ງຜັນຂະຫຍາຍການຖະແຫຼງການດັ່ງກ່າວໃຫ້ເປັນຮູບປະທຳ ສປປ ລາວ ໄດ້ມີການປະເມີນຄວາມພ້ອມດ້ານນະໂຍບາຍ ແລະ ກົນໄກໃນການຈັດປະຕິບັດວຽກງານຮັບຮູ້ສີມືແຮງງານອາຊຽນ ໂດຍໄດ້ມີການປັບປຸງ ກົດໝາຍ, ມາດຕະຖານສີມືແຮງງານ, ການທົດສອບ ແລະ ອອກໃບຢັ້ງຢືນສີແຮງງານ, ແລະ ນິຕິກຳລຸ່ມກົດໝາຍອື່ນໆ ເພື່ອຮັບໃຊ້ເຂົ້າໃນການຮັບຮູ້ມືແຮງງານໃນພາກພື້ນ.
ໂອກາດດັ່ງກ່າວ ທ່ານ ສຸລິສັກ ສຸພັນທອງ ໃນນາມປະທານກອງປະຊຸມ ໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງແຮງງານເຄື່ອນຍ້າຍໃນອາຊຽນ ເຊີ່ງປຽບເໝືອນເສັ້ນເລືອດຂອງການລວມຕົວເປັນປະຊາຄົມເສດຖະກິດອາຊຽນ ໂດຍທ່ານ ໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ພ້ອມກັນຄົ້ນຄວ້າ ແລກປ່ຽນບົດຮຽນ ໂດຍການປະເມີນການຈັດຕັ້ງປະຕິບັດຖະແຫຼງການ ຫຼື ( Checklist ) ເຊີ່ງຈະເປັນເປັນເຄື່ອງມືສໍາຄັນໃນການຊ່ວຍປະເທດສະມາຊິກອາຊຽນປະເມີນຊ່ອງຫວ່າງນະໂຍບາຍ ແລະ ການຈັດຕັ້ງປະຕິບັດປະຈຸບັນ ເພື່ອວາງແຜນການດຳເນີນງານ ແລະ ເປົ້າໝາຍຂອງປະເທດຄົນໄດ້ຢ່າງຖືກຕ້ອງ.