ມອບ-ຮັບໜ້າທີ່ເປັນທາງການ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ

19 Jun 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ19 ມິຖຸນາ2025 ນີ້ ທີ່ຕຶກໄອຊີທີ ແມ່ນໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະພັກກະຊວງ, ຕາງໜ້າເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

May be an image of 5 people and text
ໃນພິທີ, ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 09/ກມສພ ແລະ ຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 106/ປປທ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຊຶ່ງອະນຸມັດໃຫ້ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ ພ້ອມທັງຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງກົມການເມືອງ ສະບັບເລກທີ 11/ກມສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ເປັນເລຂາຄະນະບໍລິຫານງານພັກ, ພ້ອມທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່).

May be an image of 2 people and text
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມບາງຕອນວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ຕົກລົງສັບຊ້ອນ-ຈັດວາງ ພະນັກງານການນຳຂັ້ນສູງບາງຕຳແໜ່ງຄືນໃໝ່ ເພື່ອຮອງຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ພັກ-ລັດ ວາງອອກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ. ການສັບຊ້ອນ-ຈັດວາງ ພະນັກງານທຸກປະເພດ ໂດຍສະເພາະພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຢູ່ແຕ່ລະບ່ອນ ແລະ ທັງແມ່ນການປະຕິບັດລະບຽບການສັບປ່ຽນໜູນວຽນໜ້າທີ່ວຽກງານ ຂອງພະນັກງານການນຳ ໃນລະບົບການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຄືເຄີຍປະຕິບັດຜ່ານມາ ຖືເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກງານພະນັກງານກໍຄືຫຼັກການ “ມີຂຶ້ນ-ມີລົງ ມີເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້ນໄປເລື້ອຍໆ ທັງເປັນການຍົກລະດັບພະນັກງານການນຳ-ຄຸ້ມຄອງ ຂອງພວກເຮົາ ໃຫ້ມີຄວາມຮູ້ ຄວາມສາ ມາດນຳພາຮອບດ້ານ.

May be an image of 1 person, dais and text that says 'าม และ กิลด จัมทิา วัม 19 มิทุม MO ท่านปะทาบ ย่าบปะทาม ท่าน ปะทาม'
ໂອກາດດຽວກັນ, ທ່ານ ສະຫາຍ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວ ວ່າ: ການຈັດວາງສັບຊ້ອນໜ້າທີ່ໃໝ່ ແມ່ນຄວາມຮຽກຮ້ອງຕ້ອງການຈໍາເປັນ ແລະ ແມ່ນວຽກປົກກະຕິ ເພື່ອຍູ້ແຮງການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ໃຫ້ບັນລຸໝາກຜົນຕາມຄາດໝາຍວາງໄວ້, ຊຶ່ງວຽກງານທີ່ສຳຄັນທີ່ຈະຕ້ອງໄດ້ສຸມໃສ່ໃນໂອກາດທີ່ມາຮັບໜ້າທີ່ໃໝ່ ແມ່ນເຮັດໃຫ້ວຽກງານການສຶກສາ ແລະ ກິລາ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງແມ່ນມີ 6 ໜ້າວຽກຫຼັກ ຄື: ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນຄະນະນໍາ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ປະຕິບັດລະບອບແບບແຜນນຳພາ ແລະ ວິທີເຮັດວຽກ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ; ສືບຕໍ່ເອົາໃຈໃສ່ກໍາສະພາບແນວຄິດ, ນໍາພາສຶກສາອົບຮົມ ດ້ານການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ທົ່ວເຖິງ, ພ້ອມທັງນໍາພາກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

May be an image of 1 person and dais

ສືບຕໍ່ຍູ້ແຮງການປະຕິບັດໜ້າທີ່ວິຊາສະເພາະ ຢ່າງແຂງແຮງ, ທັງເປັນເຈົ້າການຕິດຕາມ, ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍ ບັນດາມະຕິຂອງສູນກາງພັກ ໃຫ້ເຂົ້າສູ່ວຽກງານຕົວຈິງ; ສືບຕໍ່ປັບປຸງການຈັດຕັ້ງຂອງພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງສອດຄ່ອງ ຕາມ 5 ຫຼັກການ ແລະ 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງພັກ; ສືບຕໍ່ເອົາໃຈໃສ່ການບໍາລຸງກໍ່ສ້າງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ຄູ-ອາຈານ ໃຫ້ມີຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທຳ ແລະ ມີຄວາມຮູ້ຄວາມສາມາດດ້ານວິຊາການ, ເປັນວິຊາການຊຳນານງານ ແລະ ຊ່ຽວຊານ, ສອນດີ-ສອນເກັ່ງ; ສືບຕໍ່ສ້າງ ແລະ ປັບປຸງລະບົບການສຶກສາ-ກິລາ ໃຫ້ທັນສະໄໝ, ຕາມມາດຕະຖານພາກພື້ນ ແລະ ສາກົນ, ແນໃສ່ສ້າງຊັບພະຍາກອນມະນຸດຂອງພວກເຮົາ ໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ.

ຂ່າວໂດຍ: ບົວລະພາ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ