ເຖິງເວລາແລ້ວທີ່ເຈົ້າຈະໄປເຕີບໂຕ! ພຸດທະວົງ ສັງວິໄລ ຍ້າຍຮ່ວມທີມສະໂມສອນ ບີຈີ ປະທຸມ ຢູໄນເຕັດ

0
99

ກາຍເປັນເລື່ອງລາວດີໆ ແລະ ຂ່າວດີທີ່ສຸດສໍາລັບວົງການບານເຕະລາວເມື່ອ ພຸດທະວົງ ສັງວິໄລ ນັກເຕະທີ່ກໍາລັງເປັນທີ່ຈັບຕາຂອງທີມຊາດລາວ ຫຼ້າສຸດໄດ້ເປີດຕົວກັບສະໂມສອນ ບີຈີ ປະທຸມ ຢູໄນເຕັດ ທີມດັງຈາກ ໄທລີກ 1 ປະເທດໄທ ຢ່າງເປັນທາງການເມື່ອວັນທີ 18 ມິຖຸນາ 2025 ດ້ວຍສັນຍາຢືມຕົວໜຶ່ງລະດູການ 2025-2026.

ພຸດທະວົງ ປັດຈຸບັນເປັນນັກເຕະແບັກຊ້າຍ ແລະ ຕົວເຕີມເກມທີ່ດີທີ່ສຸດຂອງ ສປປ ລາວ ໃນຕອນນີ້ ຫຼັງຈາກທີ່ຫຼ້າສຸດພາ ທີມຊາດລາວ ຊຸດໃຫຍ່ ເປີດບ້ານບຽດເອົາຊະນະ ທີມຊາດເນປານ 2-1 ໃນການແຂ່ງຂັນບານເຕະ ເອຊຽນຄັບ 2027 ຮອບຄັດເລືອກ ນັດທີ 2 ຂອງກຸ່ມ F ໂດຍນັດດັ່ງກ່າວ ພຸດທະວົງ ສ້າງຜົນງານຢ່າງໂດດເດັ່ນຈັດໄປ 2 ແອັສຊິສ ດ້ວຍການເປີດຈາກລູກເຕະແຈງາມໃຫ້ກັບ ດາໝົດ ທອງຄໍາສະຫວັດ ໂໝ່ງເຂົ້າປະຕູໄປ ແລະ ສົ່ງບານສຸດສວຍໃຫ້ກັບ ປີເຕີ ພັນທະວົງ ຍິງປະຕູທີ 2 ໃຫ້ກັບທີມຊາດລາວ ຊຸດໃຫຍ່ ໃນນັດດັ່ງກ່າວ.

ສໍາລັບ ພຸດທະວົງ ສັງວິໄລ ອາຍຸ 20 ປີກາຍເປັນນັກເຕະລາວທີ່ຮູບຮ່າງສົມບູນແບບສູງ 170 ຊັງຕີແມັດ ແລະ ໜັກ 70 ກິໂລກຣາມ ເກີດຢູ່ທີ່ບ້ານຫົວແຊ, ເມືອງບາຈຽງ, ແຂວງຈໍາປາສັກ ເລີ່ມເສັ້ນທາງການເປັນນັກຕະດ້ວຍການເຂົ້າຮ່ວມສະໂມສອນ ເອສະຣາ ໃນປີ 2015 ເມື່ອອາຍຸໄດ້ 11 ປີ ຈົນກ້າວຂຶ້ນຕິດທີມຊາດລາວຊຸດໃຫຍ່ ເປັນກຳລັງຫລັກໃຫ້ສະໂມສອນເອສະຣາຕະຫລອດມາ ໂດຍສະເພາະ ລະດູການລ້າສຸດ 2024/25 ມີບົດບາດສຳຄັນ ໃນການຊ່ວຍໃຫ້ທີມມີຜົນງານທີ່ໂດດເດັ່ນໃນການພາທິມບັນລຸເປົ້າໝາຍ ສ້າງປະຫວັດສາດຄວ້າແຊ້ມລີກສູງສຸດຂອງລາວ ແລະ ແຊ້ມຊີງຂັນພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທຳອິດ.

ສ່ວນຜົນງານໃນທີມຊາດຂອງ ພຸດທະວົງ ສັງວິໄລ ຕິດທີມຊາດລາວມາແຕ່ຊຸດ U14, U16, U19, U23 ແລະ ທີມຊາດຊຸດໃຫຍ່ ໃນປັດຈຸບັນ, ແນ່ນອນວ່າ ພຸດທະວົງ ຈະເປັນທີ່ຈັບຕາ ແລະ ເປັນກໍາລັງຫຼັກໃຫ້ກັບ ທີມຊາດລາວ ຊຸດທີ່ກຽມຈະເຂົ້າຮ່ວມການແຂ່ງຂັນບານເຕະ ໃນງານມະຫາກໍາກີລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນເດືອນທັນວາ 2025.
ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here