ຂປລ. ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.
ໃນພິທີ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງ ຂອງກົມການເມືອງສູນກາງພັກ ຍົກຍ້າຍ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ(ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງສຶກສາທິການ ແລະ ກິລາ ແລະ ຍົກຍ້າຍ ທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງແຜນການ ແລະ ການລົງທຶນ ມາຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສູນກາງພັກ.
ພ້ອມທັງຜ່ານມະຕິຂອງກົມການເມືອງສູນກາງພັກ ແຕ່ງຕັ້ງ ທ່ານ ເພັດ ພົມພິພັກ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ, ເປັນຫົວໜ້າຫ້ອງວ່າ ການສູນກາງພັກ(ຜູ້ໃໝ່) ແລະ ລັດຖະດຳລັດຂອງປະທານປະເທດ ວ່າດວ້ຍການຍົກຍ້າຍ ທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ ລັດຖະມົນ ຕີ ກະຊວງແຜນການ ແລະ ການລົງທຶນ ມາຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສູນກາງພັກ.
ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ຕາງໜ້າໃຫ້ກົມການເມືອງສູນກາງພັກ ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍ ຕໍ່ຜົນງານອັນພົ້ນເດັ່ນໃນການນຳພາ-ຊີ້ນຳວຽກງານຫ້ອງວ່າການສູນກາງພັກ ໃນຕະຫລອດໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງບັນດາສະຫາຍການນໍາ, ສະມາ ຊິກພັກ ແລະ ພະນັກງານ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ເຂົ້າໃຈຢ່າງເລິກເຊິ່ງວ່າ ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນຍຸດທະສາດ ຄັ້ງນີ້ ແມ່ນຄວາມຈໍາເປັນຂອງໜ້າທີ່ວຽກງານ ແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ໃນແຕ່ລະໄລຍະ ໃຫ້ເຂັ້ມແຂງ, ໜັກແໜ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ.