ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີ ປະກາດການຈັດຕັ້ງ ກະຊວງອຸດສາຫະກໍາ ແລະ ການຄ້າ (ໃໝ່) ໂດຍການເປັນປະທານ ຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຜູ້ຊີ້ນໍາ-ນໍາພາການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ.
ເຂົ້າຮ່ວມມີ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ກະຊວງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີການນໍາພັກ-ລັດ, ຄະນະນໍາກະຊວງ, ພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ໄດ້ຜ່ານບົດລາຍງານກ່ຽວກັບການກະກຽມ ແລະ ດໍາເນີນການປັບປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາ ແລະ ທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ໃໝ່ ສາມາດເຄື່ອນໄຫວ ຕາມສິດ ແລະ ພາລະບົດບາດ ໃນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນ.
ໃນພິທີ ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນິວົງ ຮອງລັດຖະມົນຕີ ກະຊວງປ້ອງການຄວາມສະຫງົບ, ຕາງໜ້າໜ່ວຍງານຂອງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ໄດ້ຂຶ້ນຜ່ານມະຕິກົມການເມືອງສູນກາງພັກ ແລະ ລັດຖະດໍາລັດ ວ່າດ້ວຍ ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ເປັນເລຂາຄະນະບໍລິຫານງານພັກ ເປັນລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ມະຕິຂອງຄະນະເລຂາທິການສູນກາງພັກວ່າດ້ວຍການສ້າງຕັ້ງອົງຄະນະພັກ ອຄ; ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກກະຊວງ ອຄ ປະກອບມີ 11 ສະຫາຍຄື:
1. ທ່ານ ມະໄລທອງ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ອຄ
2. ທ່ານ ຈັນສະແຫວງ ບຸນຍົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ
3. ທ່ານ ຈັນທະບູນ ສຸກອາລຸນ ກໍາມະການຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງ ອຄ
4. ທ່ານ ມະໂນທອງ ວົງໄຊ ກໍາມະການຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ
5.ທ່ານ ນາງ ແສງເດືອນ ວົງອິນ ກໍາມະການຄະນະພັກ
6. ທ່ານ ພຸດທະວັນ ນັນທະວົງ ກໍາມະການຄະນະພັກ
7.ທ່ານ ບົວວັນ ວິລະວົງ ກໍາມະການຄະນະພັກ
8. ທ່ານ ໄຊສົມເພັດ ນໍລະສິງ ກໍາມະການຄະນະພັກ
9. ທ່ານ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການຄະນະພັກ
10. ທ່ານ ໄຊຊະນະ ໄຊຍະກອນ ກໍາມະການຄະນະພັກ
11. ທ່ານ ອະພິສິດ ແສງສຸລິວົງ ກໍາມະການຄະນະພັກ
ແຕ່ງຕັ້ງບັນດາທ່ານດັ່ງນີ້:
1. ທ່ານ ບົວວັນ ວິລະວົງ ເປັນຫົວໜ້າຫ້ອງການກະຊວງ
2. ທ່ານ ນາງ ແສງເດືອນ ວົງອິນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ
3. ທ່ານ ພຸດທະວັນ ນັນທະວົງ ເປັນຫົວໜ້າກົມກວດກາ
4. ທ່ານ ນາງ ສັນຕິສຸກ ພິມພະຈັນ ເປັນຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ
5. ທ່ານ ປອ ບຸນເພັງ ສີບຸນເຮືອງ ເປັນຫົວໜ້າກົມອຸດສາຫະກຳປຸງແຕ່ງ
6. ທ່ານ ເພັດສະຫວັນ ລັດຕະນະທົງໄຊ ເປັນຫົວໜ້າກົມພະລັງງານ
7. ທ່ານ ບຸນຍົງ ສີດາວົງ ເປັນຫົວໜ້າ ກົມທໍລະນີສາດ ແລະ ບໍ່ແຮ່
8. ທ່ານ ໄຊຊະນະ ໄຊຍະກອນ ເປັນຫົວໜ້າກົມເຈລະຈາ ແລະ ຮ່ວມມືສາກົນ
9. ທ່ານ ສັນຕິສຸກ ພູນສະຫວັດ ເປັນຫົວໜ້າ ກົມການຄ້າພາຍໃນ
10. ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ເປັນຫົວໜ້າກົມການຄ້າຕ່າງປະເທດ
11. ທ່ານ ໄຊສົມເພັດ ນໍລະສິງ ເປັນຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ
12. ທ່ານ ສີສັງຄົມ ໂຄດໂຍທາ ເປັນຫົວໜ້າກົມມາດຕະຖານ ແລະ ວັດແທກ
13. ທ່ານ ອະພິສິດ ແສງສຸລິວົງ ເປັນຫົວໜ້າກົມຄຸ້ມຄອງວິສາຫະກິດ
14. ທ່ານ ນາງ ມະນີວອນ ວົງໄຊ ເປັນຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ.
15. ທ່ານ ອະນຸສັກ ພົງສະຫວັດ ເປັນຫົວໜ້າ ສະຖາບັນອຸດສາຫະກໍາ ແລະ ພະລັງານ.