ກະຊວງກະສິກໍາແລະສິ່ງແວດລ້ອມ ປະກາດການຈັດຕັ້ງຫຼັງໂຮມກະຊວງ

19 Jun 2025

ຄລິກແຊຣ໌ 0 Facebook WhatsApp

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ  ເປັນການໂຮມໂຕລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ກັບກະຊວງກະສິກຳ ແລະປ່າໄມ້ ຊຶ່ງໄດ້ມີພິທີປະກາດການຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6 ໂດຍການໃຫ້ກຽດເປັນປະທານໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ. ເຂົ້າຮ່ວມມີ ທ່ານ ນ. ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີບັນດາທ່ານ ຮອງລັດຖະມົນຕີ, ຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນວິຊາການລະດັບສອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນ 2 ກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

May be an image of lighting and table
ໃນພິທີ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຂຶ້ນລາຍງານສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານ ປັບປຸງກົງຈັກການຈັດຕັ້ງໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ມະຕິ ກອງປະຊຸມຂອງ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ການປັບປຸງການຈັດຕັ້ງ ຂອງລັດຖະບານ ສະບັບເລກທີ 05/ສພຊ,ລົງວັນທີ 20 ມີນາ 2025 ເຊິ່ງໄດ້ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ-ອົງດການ. ໃນນີ້, ໂຮມເອົາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກໍາ ແລະ ປ່າໄມ້ ເອີ້ນຊື່ວ່າ “ກະຊວງກະສິກໍາ ແລະ ສິ່ງແວດລ້ອມ”. ດ້ານໂຄງປະກອບການຈັດຕັ້ງ ພາຍຫຼັງໂຮມເຂົ້າກັນ ປະກອບມີ 18 ຫົວໜ່ວຍຂັ້ນກົມ ແລະ 9 ຫົວໜ່ວຍວິຊາການລະດັບສອງ.

May be an image of 1 person, dais and text that says '©Lamngeun ©I'

ໃນພິທີ ທ່ານ ຜາຄໍາ ອິນແສງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຂຶ້ນຜ່ານ ລັດຖະດຳລັດ ເລກທີ 101/ປປທ ວ່າດ້ວຍ ການຍົກຍ້າຍ ທ່ານ ນ. ບຸນຄຳ ວໍລະຈິດ ໄປເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ແລະ ລັດຖະດຳລັດ ເລກທີ 104/ປປທ, ລົງວັນທີ 13 ມິຖຸນາ 2025 ແຕ່ງຕັ້ງ ທ່ານ ປອ. ລິນຄໍາ ດວງສະຫວັນ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ນອກນັ້ນ, ຍັງໄດ້ຜ່ານ ຂໍຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຫົວໜ່ວຍວິຊາການລະດັບສອງ ຕື່ມອີກ.

May be an image of 2 people, dais and textເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃນຕອນທ້າຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຊຶ່ງ ສະຫາຍ ໄດ້ເນັ້ນໜັກບາງບັນຫາຄື ພາຍຫຼັງໂຮມເຂົ້າກັນແລ້ວ ສະເໜີໃຫ້ຄະນະພັກ ຄະນະນໍາ ກະຊວງ ສືບຕໍ່ເສີມຂະຫຍາຍບົດບາດການຊີ້ນໍາ-ນໍາພາ ດ້ານວຽກງານການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນ, ຮັກສາຄວາມສາມັກຄີແບບປຶກແຜນ ມີການມອບວຽກແບ່ງງານ ໃຫ້ແຕ່ບຸກຄົນຮັບຜິດຊອບ ຢ່າງຈະແຈ້ງ; ຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ລະບຽບຫຼັກການ ທີ່ກ່ຽວຂ້ອງຂອງກະຊວງ ຕິດພັນກັບການ ຍົກສູງຄວາມຮັບຜິດຊອບດ້ານບຸກຄະລະກອນ ແລະ ການຈັດຕັ້ງ ແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິິ່ນ; ເອົາໃຈໃສ່ຕິດຕາມກວດກາປະເມີນຜົນງານການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ ພ້ອມນີ້້ ສະເໜີໃຫ້ມີການທອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນ ແລະ ມີຜົນສໍາເລັດທີ່ຍິງໃຫຍ່ກວ່າເກົ່າ.

May be an image of 4 people and text
ດ້ານການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລະກອນ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແມ່ນປະກອບບຸກຄະລະກອນຮອງລັດຖະມົນຕີ ຈຳນວນ 04 ທ່ານ ຄື:
1) ທ່ານ ໄຊນະຄອນ ອິນທະວົງ
2) ທ່ານ ກິແກ້ວ ສິງນາວົງ
3) ທ່ານ ຈັນທະເນດ ບົວລະພາ
4) ທ່ານ ນາງ. ຈັນທະຄອນ ບົວລະພັນ

May be an image of 12 people, dais and text that says 'ගිහි ปะภาาดภาบจักตั้ง ขกภาม ภะหองภะสภำ และ สิ่งแอดล้อม ที่ ซำปะยุมแท่งยาก, อัมหิ 18 มิถมา 2025 ©Lamngeun'
ກົງຈັກການຕັ້ງ:
ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ປະກອບມີ 18 ກົມ ແລະ ທຽບເທົ່າ, ມີ 09 ຫົວໜ່ວຍວິຊາການຂັ້ນສອງດັ່ງນີ້:
I. ໂຄງປະກອບກົງຈັກການຈັດຕັ້ງ ບຸກຄະລາກອນ ຂັ້ນກົມ ແລະ ທຽບເທົ່າ.
1) ທ່ານ ນາງ ທອງຈັນ ອະຂະມາເຂດ ຫົວໜ້າຫ້ອງການ
2) ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ
3) ທ່ານ ສົມແພງ ໄຊຍະແສງ ຫົວໜ້າກົມກວດກາ
4) ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື
5) ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ
6) ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ
7) ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ
😎 ທ່ານ ອະນຸສອນ ຄຸນສົມບັດ ຮັກສາການຫົວໜ້າກົມຊົນລະປະທານ
9) ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້
10) ທ່ານ ວິລະນະ ສອນນະສິນ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ
11) ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ
12) ທ່ານ ອຸດົມສັກ ພິລາວົງ ຫົວໜ້າກົມຊັບພະຍາກອນນໍ້າ
13) ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
14) ທ່ານ ວິລະສັກ ຈຸນດາຣາ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ
15) ທ່ານ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ
16) ທ່ານ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.
17) ທ່ານ ຄໍາແສນ ອຸ່ນຄຳ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ
18) ທ່ານ ພອນປະເສີດ ພູລິພັນ ຫົວໜ້າກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ

May be an image of 5 people and text
ນອກນີ້ຍັງໄດ້ມີການຮັບຮອງເອົາ ບຸກຄະລະກອນ ຫົວໜ້າໜ່ວຍວິຊາການຂັ້ນສອງ (ທຽບເທົ່າຮອງຫົວໜ້າກົມ) ຂອງກະຊວງກະສິກໍາ ແລະ ປ່າໄມ້ ປະກອບມີ:
1) ທ່ານ ດວງຕາວັນ ສີສົມບັດ ເປັນຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ
2) ທ່ານ ຄໍາພູວຽງ ຜຸຍສົມບັດ ເປັນຫົວໜ້າສູນສາທິດ ແລະ ບໍລິການເຕັກນິກກະສິກໍາຮ່ວມມື ລາວ-ຈີນ
3) ທ່ານ ລຽນໄຊ ບຸນມະນີວັນ ເປັນຫົວໜ້າສູນບໍລິການເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ
4) ທ່ານ ພັດນະຄອນ ຄັນທະມີໄຊ ເປັນຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວວດລ້ອມ ແລະ ປ່າໄມ້
5) ທ່ານ ອຸ່ນເຮືອນ ໄຊຍະຈັກ ເປັນອໍານວຍການວິທະຍາໄລ ກະສິກໍາ ແລະ ປ່າໄມ້ ພາກເໜືອ
6) ທ່ານ ສູນທອນ ດວງມາລາ ເປັນອໍານວຍການວິທະຍາໄລ ກະສິກໍາ ແລະ ປ່າໄມ້ ບໍລິຄໍາໄຊ
7) ທ່ານ ຈໍາປາທອງ ທຳມະວົງ ເປັນອໍານວຍການວິທະຍາໄລ ກະສິກໍາ ແລະ ປ່າໄມ້ ສະຫວັນນະເຂດ

8) ທ່ານ ສຸລິວົງ ໄຊຍະວົງ ເປັນອໍານວຍການວິທະຍາໄລ ກະສິກໍາ ແລະ ປ່າໄມ້ ຈໍາປາສັກ
9) ທ່ານ ແກ້ວສົມພົງ ເທບພະລັກວົງໄຊ ເປັນຮັກສາການແທນ ອໍານວຍການວິທະຍາໄລຊົນລະປະທານທ່າງ່ອນ.

ພາບແລະຂ່າວໂດຍ: ພະແນກໂຄສະນາແລະຂ່າວສານ, ລຳເງິນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ