ໃນວັນທີ 13 ມິຖຸນາ 2025 ທີ່ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ )ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ທ່ານ Kohdayar Marri ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ສປປ ລາວ ເຊິ່ງມີສຳນັກງານ ທີ່ ຮ່າໂນ້ຍ ສສຫວຽດນາມ, ພ້ອມດ້ວຍຄະນະທັງສອງ ເຂົ້າຮ່ວມ

ໂອກາດນີ້ ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ Kohdayar Marri ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ພ້ອມດ້ວຍຄະນະ ປະຈໍາຮ່າໂນ່ຍ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ສະແດງຄວາມຊົມເຊີຍຕໍ່ສາຍພົວພັນທາງການທູດ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ປາກິດສະຖານ ທີ່ມີມູນເຊື້ອມາຫຼາຍທົດສະວັດ ຊຶ່ງປີນີ້ແມ່ນຄົບຮອບ 60ປີ.
ຈຸດປະສົງ: ເພື່ອເຂົ້າຢ້ຽມຂໍ່ານັບໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ປຶກສາຫາລື ກ່ຽວກັບໂອກາດທາງການຄ້າລະຫວ່າງ ລາວ-ປາກິດສະຖານ ໃນຂະແໜງທ່າແຮງທັງສອງຝ່າຍໃຫ້ຄວາມສົນໃຈ; ປາກິດສະຖານ ຈະຈັດງານວາງສະແດງສິນຄ້າ 2025 ເຊັ່ນ: ງານ FoodAg ກ່ຽວກັບອາຫານ, ຂະບວນການແປຮູບອາຫານ, ເຄື່ອງກົນຈັກທາງກະເສດ, ອາຫານທະເລ, ຜະລິດຕະພັນກະສິກໍາ ເຊິ່ງຈະຈັດໃນຊ່ວງເດືອນ ພະຈິກ ແລະ ງານ Texpo (ຂະແໜງຕໍ່າແພ່ນ) ຈະໄດ້ຈັດຊ່ວງເດືອນ 10 ຈະໄດ້ເຊີນຫົວໜ່ວຍທຸລະກິດຈາກລາວເຂົ້າຮ່ວມ.
ໃນໄລຍະ 05 ປີ (2020-2024) ສປປ ລາວ ແລະ ປາກິດສະຖານ ສາມາດສ້າງມູນຄ່າການຄ້າໄດ້ທັງໝົດ 42,512,918 ໂດລາສະຫະລັດ, ໃນນັ້ນມູນຄ່າການສົ່ງອອກ ຂອງລາວ ໄປປາກິດສະຖານ ບັນລຸໄດ້ 41,348,463 ໂດລາສະຫະລັດ, ສະເພາະ 05 ເດືອນຕົ້ນປີ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 4,188,881 ໂດລາສະຫະລັດ, ສິນຄ້າສົ່ງອອກຕົ້ນຕໍ: ເຄື່ອງນຸ່ງຮົ່ມ ແລະ ເຄື່ອງໃຊ້ສອຍປະຈໍາວັນ; ອຸປະກອນ ແລະ ຢາໃຊ້ໃນການແພດ ແລະ ສິນຄ້ານໍາເຂົ້າຕົ້ນຕໍ: ອຸດສາຫະກໍາ ແລະ ຫັດຖະກໍາ.